LU02

ຂົວເຊກອງສ້າງສຳເລັດກຽມພ້ອມເປີດນຳໃຊ້ແລ້ວ




ຂົວຂ້າມນໍ້າເຊກອງທີ່ຈະເຊື່ອມຕໍ່ລະຫວ່າງເມືອງລະມາມທີ່ເປັນເຂດເທດສະບານແຂວງເຊກອງແລະເມືອງດາກຈຶງ, ເມືອງກະລຶມໄດ້ສໍາເລັດການກໍ່ສ້າງແລ້ວ ແລະປະຈຸບັນພວມເຮັດການຕົບແຕ່ງກະກຽມການເປີດການນໍາໃຊ້ຢ່າງເປັນທາງການ.



ຂົວດັ່ງກ່າວຈະຊ່ວຍປະກອບສ່ວນໃຫ້ການຄົມະນາຄົມພາຍໃນແຂວງເຊກອງມີຄວາມສະດວກ ແລະການເຂົ້າເຖິງການບໍລິການດ້ານສາທາລະນະສຸກ, ການສຶກສາແລະເປັນການເປີດຕະຫຼາດໃໝ່ໃຫ້ແກ່ເຂດທີ່ຖືກຈັດໃຫ້ເປັນໜຶ່ງໃນເມືອງທຸກຍາກທີ່ສຸດໃນບັນດາແຂວງຕ່າງໆຂອງ ສປປ ລາວ.



ນອກນັ້ນ ຍັງຄາດວ່າ ໃນອະນາຄົດ ຂົວດັ່ງກ່າວຈະກາຍເປັນສ່ວນໜຶ່ງຂອງແລວທາງຂົນສົ່ງລະຫວ່າງປະເທດທີ່ເຊື່ອມຈອດລະຫວ່າງພາກໃຕ້ຂອງລາວກັບທ່າເຮືອດານັງຂອງຫວຽດນາມໂດຍກົງ.




ຂອບໃຈແຫຼ່ງຂ່າວຈາກອົງການຮ່ວມມືສາກົນຢີ່ປຸ່ນ
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About see

0 comments:

Post a Comment

Powered by Blogger.