LU02

ອີກແລ້ວເດີໝູ່ສະນິດແອບກິນຕັບຜົວໝູ່ ຜິດກົດໝາຍອາຍາມາດຕາ 126



ມື້ນີ້ແອັດຂໍສອດເລື່ອງຊາວບ້ານຈັກໜ້ອຍ ເພາະເຫັນມີເລື່ອງລາວການແອບຄົບຊູ້ຂອງຊາຍ-ຍິງທີ່ມີຄອບຄົວແລ້ວ ນຳມາເປີດເຜີຍ ໃນນັ້ນບອກວ່າຜູ້ຍິງເປັນໝູ່ກັນ ຖືເປັນກໍລະນີທີ2 ຂອງປີນີ້ທີ່ມີເລື່ອງເສົາກັບເພື່ອນສະນິດຄິດບໍ່ຊື່. ໃນນີ້ເມຍໃຫຍ່ບຸກໄປຈັບຜົວກັບຍິງຊູ້ໄດ້ໃນຂະນະທີ່ທັງສອງກຳລັງຂຶ້ນສະຫວັນ ຫຼື ຈັ່ງໃດເພາະຍັງພາກັນບໍ່ນຸ່ງໂສ້ງ ແລະຍັງຫ້າມເມຍໃຫຍ່ແບບຄຸ້ນເຄີຍຮູ້ຈັກຊື່ກັນດີ ໝາຍຄວາມວ່າເປັນໝູ່ອີຫຼີ.


ຈະເປັນໝູ່ກັນຫຼືບໍ່ເຄີຍຮູ້ຈັກກັນກໍ່ຕາມແຕ່ນີ້ຖືເປັນການບໍ່ເຄົາລົບກັນແລະກັນລະຫວ່າງຜົວເມຍ ພາຍຫຼັງເລື່ອງດັ່ງກ່າວຖືກເຜີຍອອກສູ່ສັງຄົມອອນລາຍໄດ້ມີຜູ້ຄົນຈຳນວນຫຼາຍອອກມາສະແດງຄວາມຄິດເຫັນຕໍ່ເລື່ອງນີ້ດັ່ງຄວາມຄິດທ່ານນີ້ບອກ "ເມຍຈະດີຫຼືຊົ່ວສຳ່ໃດຄັນຈະເອົານຳຜູ້ໃໝ່ກໍ່ຕ້ອງປະຮ້າງໃຫ້ມັນລຽບລ້ອຍກ່ອນ ບໍ່ແມ່ນເປັນຜູ້ຊາຍແລ້ວຢາກເອົາກັບໃຜຕອນໃດກໍ່ໄດ້....ຂ້ອຍເປັນຜູ້ຊາຍແທ້ໆຍັງອາຍແທນຄວາມຄິດແນວນີ້". ເວົ້າມາກໍ່ແມ່ນຄວາມເພິ່ນນັ້ນແລ້ວ ຖ້າໃຈບໍ່ເອົາແລ້ວຢ່າໃຫ້ຂາດຈັ່ງໄປຫາໃໝ່ເອົາທາງໜ້າດີກວ່າການລັກໄປກິນຕັບກັນທາງອື່ນແລ້ວປະໃຫ້ເມຍໄປຈັບໄດ້ ຍິ່ງເປັນໝູ່ກັນອີກ ບໍ່ຢາກນຶກສົງສານເມຍໃຫຍ່ແທ້ເດີ!!!




ຕໍ່ກໍລະນີທີ່ຄົນບໍ່ແມ່ນຜົວເມຍແລ້ວແອບໄປເສບສົມກັນແບບນີ້ຕາມກົດໝາຍອາຍາໝວດທີ6 ມາດຕາທີ 126  ວ່າດ້ວຍການທຳອິດສະຈານ ໄດ້ລະບຸວ່າ ຫາກບຸກຄົນໃດທີ່ມີເມຍຫຼື ຜົວແລ້ວໄດ້ເສຍສົມກັບຜູ້ອື່ນ ຈະຖືກລົງໂທດຕັດອິດສະຫຼະພາບແຕ່ 3 ເດືອນຫາ 1 ປີ ຫຼື ດັດສ້າງໂດຍບໍ່ມີອິດສະຫຼະພາບ ແລະຈະຖືກປັບໃໝ 500.000 ຫາ 5.000.000 ກີບ. ສ່ວນຄູ່ທຳມິດສະຈານກໍ່ຈະຖືກລົງໂທດໃນສະຖານດຽວກັນ.





-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ








About see

0 comments:

Post a Comment

Powered by Blogger.