ດ່ານສາກົນ

ທ່ານນາງສຸວັນເພັງ ບຸບຜານຸວົງ ເລັ່ງລົງເກັບກຳຂໍ້ມູນເພື່ອກຽມໃຫ້ແກ່ການປັບປຸງວຽກງານດ່ານ


ເພື່ອສືບຕໍ່ເກັບກຳຂໍ້ມູນວຽກງານດ່ານ ໃນຂອບເຂດທົ່ວປະເທດ ໃຫ້ສຳເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້, ໃນວັນທີ 17 ມັງກອນ 2018 ທ່ານ ນ. ສຸວັນເພັງ ບຸບຜານຸວົງ ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຈາກສຳນັກງານນາຍົກລັດຖະມົນຕີ ແລະ ບັນດາກະຊວງທີ່ກ່ຽວຂ້ອງ ໄດ້ໄປເຄື່ອນໄຫວເກັບກຳຂໍ້ມູນບັນດາດ່ານ ຢູ່ແຂວງວຽງຈັນ ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ຈາກພາກສ່ວນ, ຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນດັ່ງກ່າວ

ການເຄື່ອນໄຫວເຮັດວຽກໃນຄັ້ງນີ້, ໄດ້ຈັດກອງປະຊຸມສຳມະນາວິຊາການຂຶ້ນ ທີ່ດ່ານທ້ອງຖິ່ນບ້ານວັງ, ເມືອງໝື່ນ, ພາຍໃຕ້ການເປັນປະທານຂອງທ່ານ ນ. ສຸວັນເພັງ ບຸບຜານຸວົງ, ໂດຍມີຜູ້ຕາງໜ້າຈາກ ບັນດາຂະແໜງການທີ່ກ່ຽວຂ້ອງຂັ້ນສູນກາງ, ແຂວງວຽງຈັນ ແລະ ພະນັກງານຫຼັກແຫຼ່ງປະຈຳດ່ານທ້ອງຖິ່ນບ້ານວັງ ແລະ ດ່ານທ້ອງຖິ່ນຊະນະຄາມ ເຂົ້າຮ່ວມ.


 ໃນນັ້ນ, ທ່ານປະທານກອງປະຊຸມ ໄດ້ແຈ້ງຈຸດປະສົງ ແລະ ເປົ້າໝາຍ ຂອງການຈັດກອງປະຊຸມ ແລະ ການລົງເກັບກຳຂໍ້ມູນໃນຄັ້ງນີ້ ໃຫ້ຜູ້ເຂົ້າຮ່ວມໄດ້ຮັບຊາບ ພ້ອມທັງ ໄດ້ຕັ້ງບັນຫາ ແລະ ມີຄຳຖາມເຈາະຈີ້ມ ໃຫ້ຜູ້ເຂົ້າຮ່ວມ ໄດ້ຄົ້ນຄວ້າ ແລະ ຜັດປ່ຽນກັນປະກອບຄຳເຫັນ ຢ່າງກົງໄປກົງມາຕໍ່ບັນຫາສຳຄັນຕ່າງໆ ເພື່ອໃຫ້ມີຄວາມເຂົ້າໃຈກະຈ່າງແຈ້ງ, ຊັດເຈນ ແລະ ຖືກຕ້ອງກັບຄວາມເປັນຈິງ. ໃນກອງປະຊຸມໄດ້ຮັບຟັງການລາຍງານ ສະພາບການຈັດຕັ້ງ ແລະ ການເຄື່ອນໄຫວຂອງດ່ານຕ່າງໆ ໃນໄລຍະທີ່ຜ່ານມາ ຈາກຜູ້ຕາງໜ້າຂອງດ່ານ ທີ່ຮັບຜິດຊອບໃນແຕ່ລະຂົງເຂດວຽກງານ ແລະ ຂະແໜງການທີ່ກ່ຽວຂ້ອງຂອງແຂວງ ໂດຍສະເພາະແມ່ນສະພາບການຈັດຕັ້ງປະຕິບັດວຽກງານຕົວຈິງຂອງດ່ານ ທີ່ຕິດພັນກັບຄວາມຮັບຜິດຊອບຂອງພາກສ່ວນ ແລະ ຂະແໜງການຕົນ. ພ້ອມດຽວກັນນັ້ນ, ຄະນະຂອງທ່ານ ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ ຍັງໄດ້ໄປເບິ່ງພື້ນທີ່ຕັ້ງ ກໍ່ຄື ສະພາບພື້ນຖານໂຄງລ່າງຂອງດ່ານທ້ອງຖິ່ນບ້ານວັງຕື່ມອີກ.

 ຈຸດປະສົງໃນການເຄື່ອນໄຫວວຽກງານດັ່ງກ່າວ ແມ່ນເພື່ອເກັບກຳຂໍ້ມູນ ສະພາບການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງບັນດາດ່ານ ເປັນຕົ້ນແມ່ນ ໂຄງປະກອບກົງຈັກການຈັດຕັ້ງ, ສິດ, ພາລະບົດບາດ ແລະ ໜ້າທີ່ຮັບຜິດ ຊອບຂອງພະນັກງານແຕ່ລະຂະແໜງການ ທີ່ປະຈຳຢູ່ດ່ານ; ກົນໄກການຄຸ້ມຄອງ ແລະ ຂອດປະສານງານ ຂອງບັນດາຂະແໜງການ ທີ່ປະຈຳຢູ່ດ່ານ; ບັນຫາງົບປະມານບໍລິຫານດ່ານ; ໂຄງສ້າງພື້ນຖານໂຄງລ່າງ ທີ່ເປັນສິ່ງເອື້ອອຳນວຍ ໃນການຄຸ້ມຄອງບໍລິຫານດ່ານ; ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ໃນຂອດການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ, ວິທີແກ້ໄຂໃນຕໍ່ໜ້າ ແລະ ບັນຫາອື່ນໆ.

ທັງນີ້ ກໍ່ເພື່ອເປັນການກະກຽມດ້ານເນື້ອໃນ ໃຫ້ແກ່ການຄົ້ນຄວ້າຮ່າງດຳລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງດ່ານແຕ່ລະປະເພດ ແລະ ນິຕິກຳທີ່ກ່ຽວຂ້ອງ, ທັງເປັນການລະດົມແນວຄວາມຄິດ ແລະ ການປະກອບຄຳເຫັນ ຂອງແຕ່ລະຂະແໜງການ ຕໍ່ຮ່າງດຳລັດດັ່ງກ່າວ ໃຫ້ມີເນື້ອໃນອຸດົມສົມບູນ ແລະ ຄົບຖ້ວນ, ເຮັດໃຫ້ການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຮອບດ້ານຂອງແຕ່ລະດ່ານ ໄດ້ຮັບການປັບປຸງ ໃຫ້ມີຄວາມກະທັດຮັດ, ສະດວກ, ວ່ອງໄວ, ໂປ່ງໃສ, ທັນສະໄໝ, ຍຸຕິທຳ, ຮັບປະກັນຄວາມຖືກຕ້ອງຕາມລະບຽບກົດໝາຍ ແລະ ເປັນເອກະພາບກັນ ໃນການຈັດຕັ້ງປະຕິບັດ ໃນຂອບເຂດທົ່ວປະເທດ. ​

ແຫລ່ງ: ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ

-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.