ແຕ່ງຕັ້ງຫນ້າທີ່

ຍ້າຍທ່ານສອນທະນູ ທຳມະວົງ ຈາກສູນກາງຊາວຫນຸ່ມ ໄປເປັນປະທານສະຖາບັນວິທະຍາສາດ ສັງຄົມແຫ່ງຊາດ ຜູ້ໃໝ່

 
ອີງຕາມມະຕິຕົກລົງຂອງ ກົມການເມືອງ ສູນກາງພັກ ວ່າ ດ້ວຍການອະນຸມັດໃຫ້ພະນັກ ງານອອກພັກການ-ຮັບອຸດ ໜູນບຳບານ, ດັ່ງນັ້ນໃນວັນທີ 16 ມັງກອນ ນີ້ ທີ່ສະຖາບັນວິ ທະຍາສາດສັງຄົມແຫ່ງຊາດ (ສວສຊ) ຈຶ່ງໄດ້ຈັດພິທີເຊັນ ມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ສຸກກົງແສງ ໄຊຍະເລີດ ກຳມະການສູນກາງພັກ ປະ ທານ ສວສຊ, ຜູ້ເກົ່າອອກພັກ ການ-ຮັບອຸດໜູນບຳນານ ແລະ ທ່ານ ສອນທະນູ ທຳມະ ວົງ ກຳມະການສູນກາງພັກ ເປັນເລຂາຄະນະບໍລິຫານງານ ພັກປະທານ ສວສຊ ຜູ້ໃໝ່, ໂດຍການເປັນກຽດເຂົ້າຮ່ວມ ຂອງທ່ານ ກິແກ້ວ ໄຂຄຳພິທູນ ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາ ອົບຮົມສູນກາງພັກ, ປະທານ ສະພາວິທະຍາສາດສັງຄົມ ແຫ່ງຊາດ.

   ໃນພິທີ, ທ່ານ ສຸກກົງແສງ ໄຊຍະເລີດ ໄດ້ຂຶ້ນຜ່ານບົດ ລາຍງານສະພາບການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຂອງສະຖາບັນວິທະຍາສາດ ສັງຄົມແຫ່ງຊາດ, ນັບຕັ້ງແຕ່ປີ 2016-2018 ນັກຄົ້ນຄວ້າໄດ້ ເອົາໃຈໃສ່ຊອກຫາຂໍ້ມູນຕ່າງໆ ເພື່ອມາຂຽນເປັນໂຄງການຄົ້ນ ຄວ້າທັງໝົດ 90 ໂຄງການ, ໂຄງການລະດັບຊາດມີ 5 ໂຄງ ການ, ໂຄງການລະດັບ ສວສຊ 31 ໂຄງການ, ໂຄງການລະດັບ ສະຖາບັນຄົ້ນຄວ້າ 54 ໂຄງ ການ, ໃນນັ້ນ ສຳເລັດແລ້ວ 42 ໂຄງການ, ກຳລັງດຳເນີນ 39 ໂຄງການ, ຖືກປິດແລ້ວ 7 ໂຄງ ການ ແລະ ໂຈະ 2 ໂຄງການ. ຈາກນັ້ນ ໃນພິທີກໍໄດ້ຮັບຟັງ ການໂອ້ລົມຈາກທ່ານ ກິແກ້ວ ໄຂຄຳພິທູນ ເພື່ອຊີ້ທິດເຍືອງ ທາງໃນຕໍ່ໜ້າໃຫ້ແກ່ປະທານ ສວສຊ ຜູ້ໃໝ່ ຕ້ອງໄດ້ສືບຕໍ່ຊີ້ ນຳ ແລະ ນຳພາວຽກງານຂອງ ສະຖາບັນໄປສູ່ຜົນສຳເລັດ ຕາມແຜນການທີ່ວາງໄວ້.



ແຫລ່ງທີມາຈາກຫນັງສືພິມປະຊາຊົນ
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About Laos Postcard - Noy

0 comments:

Post a Comment

Powered by Blogger.