ປະກັັນໄພ

ບໍລິສັດທິບພະຍະປະກັນໄພ ອອກມາຖະແຫຼງຢືນຢັນປັກຫຼັກດຳເນີນທຸລະກິດໃນລາວ ຫລັງມີຂ່າວລືກຽມຂາຍຫຸ້ນ


ໃນວັນທີ 17 ມັງກອນ 2018ບໍລິສັດທິບພະຍະປະກັນໄພ ຈຳກັດ (ສປປ ລາວ) ໄດ້ຖະແຫຼ່ງຂ່າວໃຫ້ຄວາມກະຈ່າງແຈ້ງກ່ຽວກໍລະນີທີ່ມີຂ່າວລືອອກມາວ່າ ບໍລິສັດ ທິບພະຍະ ປະກັນໄພ ຈຳກັດ (ສປປ ລາວ) ໄດ້ຂາຍຫຸ້ນໃຫ້ກັບບໍລິສັດປະກັນໄພອື່ນ ແລະ ຈະຢຸດເຊົາການດຳເນີນທຸລະກິດດັ່ງກ່າວໃນ ສປປ ລາວ ເຊິ່ງໄດ້ສົ່ງຜົນເສຍຫາຍຕໍ່ພາບລັກຂອງບໍລິສັດ ກໍ່ຄືການສ້າງຄວາມບໍ່ເຊື່ອໝັ້ນໃຫ້ແກ່ລູກຄ້າ ແລະ ຕົວແທນທີ່ມີຕໍ່ບໍລິສັດ.

ທ່ານ ພະສິນ ພຣຶດພົງ ກຳມະການຜູ້ຈັດການໃຫຍ່ ໄດ້ຖະແຫຼ່ງຕໍ່ສື່ມ່ວນຊົນວ່າ: ບໍລິສັດ ທິບພະຍະ ປະກັນໄພ ຈຳກັດ (ສປປ ລາວ) ເປັນສ່ວນໜຶ່ງຂອງ ບໍລິສັດ ທິບພະຍະ ປະກັນໄພ ຈຳກັດ ມະຫາຊົນ ໃນປະເທດໄທ ທີ່ມີການເຕີບໃຫຍ່ມາຫຼາຍກວ່າ 67 ປີ. ສຳລັບ ບໍລິສັດ ທິບພະຍະ ປະກັນໄພ ຈຳກັດ (ສປປ ລາວ) ແມ່ນກ້າວຂຶ້ນເປັນປີທີ 4 ແລະ ສາມາດສ້າງລາຍຮັບເຖິງ 200 ລ້ານບາດ ໃນປີ 2017 ທີ່ຜ່ານມາ ເຊິ່ງນັບວ່າເປັນການຈະເລີນເຕີບໂຕຢ່າງກະໂດດຂັ້ນ ຂອງບໍລິສັດ ປະກັນໄພໃນ ສປປ ລາວ.


ທ່ານ ກ່າວວ່າ: ແຕ່ເນື່ອງຈາກໃນໄລຍະຜ່ານມາໄດ້ມີຂ່າວລືທີ່ສົ່ງຜົນດ້ານລົບໃຫ້ກັບ ບໍລິສັດ ທິບພະຍະ ປະກັນໄພ ຈຳກັດ. ດັ່ງນັ້ນ, ມື້ນີ້ທາງບໍລິສັດຂອງພວກເຮົາ ຈຶ່ງໄດ້ມີການອອກມາຖະແຫຼງຂ່າວ ເພື່ອຢືນຢັນຄວາມເປັນຈິງໃນການເຮັດທຸລະກິດ ປະກັນໄພ ໃນ ສປປ ລາວ ເຊິ່ງຂ່າວລືຕ່າງໆແມ່ນມີມາໃນຫຼາຍຮູບແບບ ແລະ ກໍ່ບໍ່ມີມູນຄວາມຈິງແຕ່ຢ່າງໃດເລີຍເປັນຕົ້ນແມ່ນ: ບໍລິສັດ ທິບພະຍະ ປະກັນໄພ ຈຳກັດ (ສປປ ລາວ) ໄດ້ຂາຍຫຸ້ນໃຫ້ກັບບໍລິສັດປະກັນໄພອື່ນ ແລະ ຈະຢຸດດຳເນີນທຸລະກິດໃນ ສປປ ລາວ ເຊິ່ງຂ່າວລືດັ່ງກ່າວນີ້ ເປັນການປ່ອຍຂ່າວຈາກກຸ່ມຄົນທີ່ບໍ່ຫວັງດີກັບບໍລິສັດ.

ຂ້າພະເຈົ້າຢືນຢັນວ່າ ຂ່າວທີ່ຖືກປ່ອຍມາແມ່ນບໍ່ມີມູນຄວາມເປັນຈິງ ແລະ ເຊິ່ງມັນເປັນໄປບໍ່ໄດ້ເລີຍ ເພາະວ່າບໍລິສັດຂອງພວກເຮົາບໍ່ເຄີຍຄິດທີ່ຈະຂາຍຫຸ້ນໃຫ້ກັບບໍລິສັດປະກັນໄພໃດໆທັງສິ້ນ ແລະ ບໍ່ເຄີຍທີ່ຈະຢຸດດຳເນີນກິດຈະການ ປະກັນໄພ ແລະ ປະກັນຊີວິດ ໃນ ສປປ ລາວ. ກົງກັນຂ້າມພວກເຮົາຍັງຄົງດຳເນີນທຸລະກິດ ແລະ ຈະພັດທະນາທຸລະກິດປະກັນໄພ ແລະ ປະກັນຊີວິດ ໃຫ້ເຕີບໂຕຕໍ່ໄປໃນອະນາຄົດ ເພື່ອຜົນປະໂຫຍດຂອງສັງຄົມກໍ່ຄືປະຊາຊົນໃນ ສປປ ລາວ ແລະ ບໍລິສັດ ທິບພະຍະ ປະກັນໄພ ຈຳກັດ ຍັງຢືນຢັນທີ່ຈະປະກອບທຸລະກິດ ດ້ວຍຄວາມສຸຈະລິດ ແລະ ທ່ຽງທຳ, ບໍລິການດ້ວຍຄວາມຈິງໃຈ ໃຫ້ສົມກັບຂວັນທີ່ວ່າ: “ບໍລິສັດ ທິບພະຍະ ປະກັນໄພ ຄຽງຄູ່ດູແລທ່ານ ຕາມສັນຍາ”, ທ່ານ ພະສິນ ພຣຶດພົງ  ກ່າວ.


ໃນໂອກາດດຽວກັນ ທ່ານ ຫໍລະດີ ວໍລະຣາດ ປະທານສະມາຄົມປະກັນໄພແຫ່ງ ສປປ ລາວ ກໍ່ໄດ້ຢືນຢັນວ່າ: ບໍລິສັດ ທິບພະຍະ ປະກັນໄພ ຈຳກັດ ບໍ່ໄດ້ຂາຍຫຸ້ນໃຫ້ກັບບໍລິສັດປະກັນໄພອື່ນ  ແລະ ບໍ່ໄດ້ຢຸດດຳເນີນທຸລະກິດປະກັນໄພ ໃນ ສປປ ລາວ ຕາມຂ່າວລືນັ້ນເຊິ່ງທາງບໍລິສັດແມ່ນຍັງຈະສືບຕໍ່ດຳເນີນທຸລະກິດປະກັນໄພ ໃນ ສປປ ລາວ ແລະ ທາງບໍລິສັດຍັງມີແຜນການຂະຫຍາຍທຸລະກິດປະກັນໄພ ແລະ ຕາໜາງການບໍລິການໃຫ້ທົ່ວປະເທດ ທັງນີ້ແນໃສ່ອຳນວຍຄວາມສະດວກ ແລະ ສາມາດບໍລິການປະຊາຊົນກໍ່ຄືລູກຄ້າໃຫ້ນັບມື້ນັບຫຼາຍຂຶ້ນ.


ພິທີຖະແຫຼ່ງຂ່າວໄດ້ມີຂຶ້ນ ທີ່ສຳນັກງານໃຫຍ່ ບໍລິສັດ ທິພະຍະ ປະກັນໄພ ນະຄອນຫຼວງວຽງຈັນ


ແຫລ່ງທີ່ມາຈາກຫນັງສືພິມເສດຖະກິດ ການຄ້າ
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ





About Laos Postcard - Noy

0 comments:

Post a Comment

Powered by Blogger.