ກອງທັບ

ທ່ານນາຍົກ ຢ້ຽມຢາມກອງພົນທີ 1


ຂປລ. ໃນ​ວັນ​ທີ 18 ມັງກອນ 2018 ທ່ານ​ ທອງ​ລຸນ ​ສີ​ສຸ​ລິດ​ ນາຍົກລັດຖະມົນຕີ ​ແຫ່ງ ​ສປປ ລາວ, ພ້ອມດ້ວຍ​ຄະນະ ​ໄດ້​ເດີນທາງ​​ຢ້ຽມຢາມ ​ໂອ້​ລົມ ​ນາຍ​ ແລະ​ ພົນທະຫານ, ພະນັກງານ, ນັກຮົບ​ ຢູ່ ກອງ​ພົນ​ທະ​ຫານ​ຮາ​ບທີ 1 ​ເມືອງ​ວັງ​ວຽງ​ ແຂວງ​ວຽງ​ຈັນ, ເນື່ອງ​ໃນ​ໂອ​ກາດ​ ວັນ​ຄົບຮອບ​ການ​ສ້າງ​ຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 69 ປີ,​​ ໂດຍ​ການ​ຕ້ອນຮັບຢ່າງອົບ​ອຸ່ນ​ຈາກ ​ທ່ານ​ ວີ​ດົງ​ ໄຊ​ຍະ​ສອນ ​​ເຈົ້າ​ແຂວງໆ​ວຽງ​ຈັນ, ພ້ອມ​ດ້ວຍ​ຄະນະ​ພັກ, ຄະນະ​ບັນຊາ​, ນາຍ​ ແລະ​ ພົນທະຫານ​ ຈາກກອງ​ພົນ​ທະ​ຫານ​ຮາ​ບທີ 1.

​         ໃນ​ໂອກາດ​ນີ້, ​ທ່ານ ທອງລຸນ ສີສຸລິດ ໄດ້​ຍົກ​ໃຫ້​ເຫັນ​ການກຳ​ເນີ​ດ​ ແລະ ​ເຕີບ​ໃຫຍ່​ຂະຫຍາຍຕົວ​ຂອງ​ກອງທັບ​ປະຊາຊົນລາວ, ພ້ອມ​ທັງ​ຍ້ອງຍໍ​ຊົມ​ເຊີຍ​ຜົນງານ ​ທີ່​ກອງ​ພົນທະຫານ​ຮາບ​ທີ1 ສ້າງ​ມາ​ໄດ້​ໃນ​ໄລຍະ​ຜ່ານ​ມາ. ພ້ອມ​ນີ້, ທ່ານ​ຍັງ​ໄດ້​ເນັ້ນ​ໃຫ້ຄະ​ນະ​ພັກ, ຄະນະ​ບັນຊາ​ກອງ​ພົນ​ດັ່ງກ່າວ, ໃຫ້ເອົາໃຈໃສ່ບາງບັນຫາຕື່ມອີກ ເປັນຕົ້ນ ແມ່ນຕ້ອງ​ເອົາ​ໃຈ​ໃສ່​ຕັ້ງໜ້າ​ຝຶກ​ຝົນ​ຫລໍ່ຫລອມ​ຕົນ​ເອງ​ຢູ່​ສະ​ເໝີ ​ບໍ່​ວ່າ​ຈະ​​ເປັນ​ດ້ານ​ວຽກ​ງານ​ວິຊາ​ສະ​ເພາະ, ສິລະ​ປະຍຸດ, ຄວາມ​ຮູ້​ຄວາມ​ສາມາດ​​, ສິ່ງ​ສຳຄັນ​ທ່ານ ​ໄດ້​ເນັ້ນ​ໃຫ້​ກອງ​ພົນ​ຈົ່ງ​ໄດ້​ຖື​​ເອົາ​ປະຊາຊົນ​ເປັນ​ບັນຫາ​ສຳຄັນ​ ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ວຽກ​ງານ​ປ້ອງ​ກັນຊາດ,​ ເພາະວ່າ​ເວລາ​ໃດ​ປະຊາຊົນ​ກັບ​ທະຫານ​ ກໍຄືປາ​ກັບ​ນ້ຳ.


ນອກຈາກນີ້​, ທ່ານ​ຍັງ​ໄດ້​ເນັ້ນ​ໃຫ້​ກອງ​ພົນທະຫານຮາບທີ1 ​ໃຫ້​ເອົາ​ໃຈ​ໃສ່​ເສີມ​ຂະຫຍາຍ​ເຮັດ​ພາ ລາ​ທິການ​ກັບ​ທີ່​ ໃຫ້​ໄດ້​ຫລາຍ​ກວ່າ​ເກົ່າ​ ເປັນ​ຕົ້ນ​ແມ່ນ​ການ​ປູກ-ການ​ລ້ຽງ​ໃຫ້​ຫລາຍຂຶ້ນຕື່ມ.



-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.