ຊ່ວຍເຫລືອສັງຄົມ

ຮຸ່ງອາລຸນ ໃຫ້ຄວາມສຳຄັນການຊ່ວຍສັງຄົມຜູ້ທຸກຍາກ ເປັນເຈົ້າການໃນການລະດົມຈາກສັງຄົມໄດ້ຫຼາຍກວ່າ120ລ້ານກີບ ກຽມອອກເດີນທາງມອບເຄື່ອງຊ່ວຍເຫຼືອ ຊຸດທີ 2 ວັນທີ 20 ມັງກອນນີ້



ຕ້ອງຊົມເຊີຍບັນດາຫ້າງຮ້ານບໍລິສັດ ທີ່ມີນ້ຳໃຈຊ່ວຍເຫຼືອສັງຄົມຄວບຄູ່ການເຮັດທຸລະກິດສ້າງຜົນກຳໄລ ໂດຍຫຼາຍປີມານີ້ຍາມປະຊາຊົນຕົກທຸກໄດ້ຍາກ, ນ້ຳຖ້ວມ ຫຼື ເກີດໄພໜາວບໍລິສັດຕ່າງໆຈະຍື່ນມືເຂົ້າໄປຊ່ວຍ ໂດຍສົມທົບກັບພາກລັດ ຫຼື ເຂົ້າໄປມອບໃຫ້ເຖິງມືປະຊາຊົນດ້ວຍຕົນເອງ ໃນນັ້ນບໍລິສັດຮຸ່ງອາລຸນກໍ່ແມ່ນບໍລິສັດໜຶ່ງທີ່ໄດ້ປະຕິບັດໜ້າທີ່ນີ້ເຊັ່ນດຽວກັນ.




ບໍລິສັດຮຸ່ງອາລຸນ ໄດ້ລະດົມທືນຈາກຜູ້ໃຈບຸນຊ່ວຍເຫຼືອຜູ້ປະສົບໄພໜາວ ໄດ້ປະມານ 120 ລ້ານກີບ ໃນໂຄງການ “ການເຄື່ອງເຈົ້າບໍ່ນຸ່ງນ້ອງຂໍໄດ້ບໍ ”, ນຳພາຂະບວນໂດຍ ທ່ານ ສີສະຫວັນ ມາຢົງເຊີນ( ອາຊື ) ຫົວໜ້າບໍລິສັດຮຸ່ງອາລຸນ ພ້ອມດ້ວຍໝູ່ຄູ່ແລະອ້າຍເອື້ອຍນ້ອງ ທີ່ມີໃຈອາສາເຂົ້າຮ່ວມຊ່ວຍເຫລືອ.





# ຊຸດທີ 1 ເດີນທາງບໍລິຈາກຢູ່ເມືອງລອງ ຫລວງນໍ້າທາ ວັນທີ 16 ມັງກອນປະກອບມີ  1:ຜ້າຮົ່ມ:1000ຊຸດ, 2:ເກີບຜ້າໃບ:2300ຄູ່, 3:ສໍ:4000ກ້ານ, 4:ບັນທັດ:1000ອັນ, 5:ກັບບິກສໍ:1000ອັນ, 6:ບິກ:2000ກ້ານ, 7:ສໍຂາວ:30ແກັດ, 8:ບານເຕະ:10ໜ່ວຍ, 9:ຢາງລຶບ:2000ອັນ, 10:ໂຮງແລມສໍ:1000ອັນ, 11:ບານຕີ:10ໜ່ວຍ, 12:ກະດານດຳ:12ອັນ, 13 : ເຄື່ອງນຸ່ງເກົ່າອີກຈຳນວນໜຶ່ງ ຍັງບໍ່ລວມລາຍການຂອງ ບ/ສ ຮຸ່ງອາລຸນ ສະໜັບສະໜູນ​.





ຊຸດທີ : 2 ແມ່ນຊິໄດ້ອອກເດີນທາງໄປເມືອງນາແລ ໃນວັນທີ20 ມັງກອນ ຖ້າຫາກທ່ານໄດ້ສົນໃຈເດີນທາງນຳທີມງານພວກເຮົາຕິດຕໍ່ຫາໄດ້  ນຳທີມໂດຍ ທ່ານ ຍົງຮ່ວາ ວັງລັງສີ ທ່ານ ອຸ່ນຄຳ ໄຊສົງຄາມ ເບີໂທຕິດຕໍ່ 02028239666. 02097245456 ເຄືອງໄປຊ່ອຍເຫຼືອໃນຄັ້ງນີມີຈຳນວນ: 1 ປື້ມຂຽນ 3.000 ຫົວ, 2 ບີກຂຽນ 3.000 ກ້ານ, 3 ສໍດຳ 3.000 ກ້ານ, 4 ຜ້າຫົ່ມໃຫ່ຍ 1.000 ຜືນ, 5 ເສືອຢືດຜູ້ໃຫຍ່ 300 ຜືນ, 6 ເສືອຢືດເດັກນ້ອຍ 500 ຜືນ
7 ເສື້ອກັນໜາວເດັກ 3000 ຜືນ, 8 ໂສ້ງ 300 ຜືນ.


-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ






About see

0 comments:

Post a Comment

Powered by Blogger.