​ ລົ້ມບານ

ຮຽກຊັດທາຈາກແຟນບານຄືນມາ! ລາວໂຕໂຢຕ້າ ອຸທອນຜ່ານໄດ້ສິດໄປແຂ່ງຂັນ ເອເອັຟຊີ ຄັບ 2018 ຕາມເດີມ

   ຖືວ່າຮຽກຊັດທາຈາກ ແຟນບານຊາວລາວກັບມາບໍ່ໜ້ອຍ ເມື່ອ ເອເອັຟຊີ ປະກາດຄືນສິດໃຫ້ກັບ ລາວໂຕໂຢຕ້າ ເອັຟຊີ ແຊັມລາວພຣີເມຍລີກ 2017 ໃຫ້ໄດ້ເຂົ້າຮ່ວມການແຂ່ງຂັນບານເຕະ ເອເອັຟຊີ ຄັບ 2018 ໄດ້ຕາມເດີມ ຫຼັງຈາກທີ່ ແຊັມລາວພຣີເມຍລີກ 2017 ຊະນະການອຸທອນ, ແຕ່ຈະຕ້ອງໄປເພລອ໊ອຟ ເພື່ອລຸ້ນເຂົ້າຮອບແບ່ງກຸ່ມຕໍ່ໄປ.

   ກ່ອນໜ້ານີ້ ສະຫະພັນບານເຕະອາຊີ ຫຼື ເອເອັຟຊີ ປະກາດຂ່າວຮ້າຍຕໍ່ວົງການບານເຕະລາວ ເມື່ອຕັດສິດຂອງ ລາວໂຕໂຢຕ້າ ເອັຟຊີ ແຊັມລາວພຣີເມຍລີກ 2017 ອອກການສິດການແຂ່ງຂັນບານເຕະ ເອເອັຟຊີ ຄັບ 2018 (AFC Cup 2018) ເນື່ອງຈາກມີສ່ວນກ່ຽວຂ້ອງກັບ ການລົ້ມບານ ຫຼື ລ໊ອກຜົນຄະແນນ ເມື່ອລະດູການທີ່ຜ່ານມາ

   ໂດຍ ເອເອັຟຊີ ລະບຸຜ່ານເວັບໄຊທາງການວ່າ: ໜ່ວຍງານກວດກາການເຂົ້າຮ່ວມການແຂ່ງຂັນ (Entry Control Body) ຂອງ AFC ໄດ້ແຈ້ງຕໍ່ກອງປະຊຸມ ໃນວັນພຸດ 13 ທັນວາ 2017 ວ່າ ສະໂມສອນລາວໂຕໂຢຕ້າ ບໍ່ສາມາດເຂົ້າຮ່ວມໃນການແຂ່ງຂັນບານເຕະ AFC Cup 2018 ໄດ້, ເນື່ອງຈາກຖືກກ່າວຫາວ່າມິສ່ວນກ່ຽວຂ້ອງທາງກົງ ຫຼື ທາງອ້ອມໃນການລ໋ອກສະກໍ ຜົນການແຂ່ງຂັນບານເຕະ AFC Cup ລະດູການ 2015-2016.

   ເຊິ່ງການກະທໍາດັ່ງກ່າວແມ່ນຜິດຕໍ່ມາດຕາ 12.8 ຂອງກົດລະບຽບການເຂົ້າຮ່ວມການແຂ່ງຂັນບານເຕະລະດັບສະໂມສອນຂອງ AFC 2017-2020 (Entry Manual for AFC Cup Competitions 2017-2020).

   ຢ່າງໃດກໍ່ຕາມ, ສະໂມສອນ ລາວໂຕໂຢຕ້າ ເອັຟຊີ ໄດ້ຍື່ນອຸນທອນ ວ່າໄດ້ເຮັດຕາມກົດລະບຽບ ຈາການຕັດຊື່ນັກເຕະທີມີສ່ວນກັບການລົ້ມບານອອກຈາກທີມໝົດແລ້ວ ຈົນພົ້ນຂໍ້ກ່າວຫາ ເຮັດໃຫ້ສາມາດມາແຂ່ງຂັນ ບານເຕະ ເອເອັຟຊີ ຄັບ 2018 ໄດ້ຄືເກົ່າ ເມື່ອ ເອເອັຟຊີ ປະກາດໃຫ້ກັບມາແຂ່ງຂັນໄດ້ (ດັ່ງຮູບ)



ສໍາລັບ ລາວໂຕໂຢຕ້າ ເອັຟຊີ ຈະໄດ້ສິດໄປແຂ່ງຂັນໃນຮອບ Play off ໂດຍພົບກັບ ບຶກເກັດ ອັງກໍ ທີມໃນລີກກໍາປູເຈຍ ໂດຍນັດທໍາອິດແມ່ນແຂ່ງຂັນວັນທີ 22 ມັງກອນ ເວລາ 18:30 ຢູ່ທີ່ສະຫນາມກິລາໂອແລມປິກປະເທດກໍາປຸເຈຍ ແລະ ວັນທີ 29 ມັງກອນ 2018 ເວລາ 18:00 ຢູ່ທີ່ສະຫນາມກິລາແຫ່ງຊາດຫລັກ 16 ຖ້າທີມໃດຊະນະຈະໄດ້ເຂົ້າຮ່ວມກຸ່ມ F ມີ : CERES NEGROS FC ຫລື FC MERALCO MANILA ຈາກປະເທດ ຟີລິບປິນ, HOME UNITED ຈາກປະເທດສິງກະໂປ, SHAN UNITED FC ຈາກປະເທດມຽນມາ








-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ




About larmkp

0 comments:

Post a Comment

Powered by Blogger.