LU02

ລັດສັ່ງການດ່ວນປາບພວກລ່າ, ຄ້າຂາຍສັດຫວງຫ້າມ, ເປີດໄຟຂຽວສື່ເຮັດໜ້າທີ່ສຸດຄວາມສາມາດ


ພາຍຫຼັງທີ່ປະກົດເຫັນການລ່າສັດຫວງຫ້າມເກີດຂຶ້ນຢ່າງຕໍ່ເນື່ອງໃນທຸກພາກຂອງລາວ ເຫັນທ່າບໍ່ດີປະຊາຊົນຜູ້ຮູ້ເທົ້າບໍ່ເຖິງການ ແລະຜູ້ຮູ້ ແຕ່ພາໂລເຮັດນັ້ນຈະດັບສູນສັດທີ່ໃກ້ສູນພັນກ່ອນ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໃນນາມລັດຖະບານ ຈິ່ງຮີບຮ້ອນອອກແຈ້ງການຫາພາກສ່ວນກ່ຽວຂ້ອງເພື່ອໃຫ້ອອກຄຳສັ່ງຄຸ້ມຄອງທີ່ສາມາດນຳມາເປັນບ່ອນອີງແກ່ການຈະຕັ້ງປະຕິບັດ. ພ້ອມນີ້ຍັງເປີດກວ້າງໃຫ້ສື່ມວນຊົນເປັນກະບອກສຽງໂຄສະນາ ຕ້ານລະສະກັດກັ້ນຂະບວນການດັ່ງກ່າວນີ້ຕາມພາລະບົດບາດຂອງຕົນຢ່າງເຂັ້ມແຂງ.



 ໃນແຈ້ງການໄດ້ລະບຸວ່າ ໃຫ້ກະຊວງກະສິກຳ ແລະປ່າໄມ້ເປັນຫົວໜ້າຄະນະຮີບສົມທົບກັບພາກສ່ວນກ່ຽວຂ້ອງເຮັດເປັນຄຳສັ່ງຂອງນາຍົກລັດຖະມົນຕີ ເພື່ອຄຸ້ມຄອງການຄ້າຂາຍສັດນ້ຳ-ສັດປ່າ, ສິ້ນສ່ວນສັດປ່າ ແລະພືດທີ່ໃກ້ສູນພັນຕາມບັນຊີ 1 ແລະບັນຊີ2 ຂອງສົນທິສັນຍາ CITES ແລະນອນໃນບັນຊີຫວງຫ້າມຂອງກົດໝາຍວ່າດ້ວຍສັດນ້ຳ ແລະສັດປ່າຂອງ ສປປ ລາວ ໂດຍຕ້ອງເຮັດໃຫ້ສຳເລັດພາຍໃນເດືອນກຸມພາ 2018 ນີ້.



ບໍ່ພຽງເທົ່ານີ້ໃນແຈ້ງການຍັງເນັ້ນໜັກໃຫ້ກະຊວງກະສິກຳ ແລະປ່າໄມ້ຮີບໂຮມເອົາລາຍຊື່ສັດນ້ຳ-ສັດປ່າທີ່ໃກ້ສູນພັນຢູ່ໃນລາວອອກໃຫ້ສື່ມວນຊົນເຮັດການເຜີຍແຜ່ສູ່ສັງຄົມຢ່າງກວ້າງຂວາງ.

ຕໍ່ຈາກນີ້ຖ້າຫາກພົບເຫັນ ແລະຈັບໄດ້ພວກທີ່ລັກລອບຄ້າຂາຍສັດນ້ຳ-ສັດປ່າກໍ່ໃຫ້ນຳມາອອກຂ່າວຜ່ານສື່ຕ່າງໆ ໃຫ້ຜູ້ທີ່ມີແນວຄິດຢາກລ່າຢາກຄ້າເຫັນ ແລະຮັບຮູ້ກັນຢ່າງທົ່ວເຖິງ. ລາຍລະອຽດຕາມແຈ້ງການນີ້ເລີຍ.






-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About see

0 comments:

Post a Comment

Powered by Blogger.