LU02

ບັນຍາກາດມື້ທຳອິດກັບລົດເມສາທາລະນະ ສາຍຕະຫຼາດເຊົ້າ-ສະໜາມບິນ




ມາເບິ່ງຖ້ຽວທຳອິດການບໍລິການແລ່ນໂດຍສານຈາກຕະຫຼາດເຊົ້າ-ສະໜາມບິນສາກົນວັດໄຕໃນວັນທີ 18 ມັງກອນ 2018 ຕາມສັນຍາທີ່ໃຫ້ໄວ້ ມີຜູ້ໂດຍສານທີ່ເປັນນັກທ່ອງທ່ຽວຂຶ້ນບໍ່ເທົ່າໃດຄົນ ແຕ່ໂດຍລວມສະພາບທາງໃນມີການຕົບແຕ່ງຄືລົດເມສາທາລະນະຂອງສາກົນແລ້ວໂດຍແທ້ຈິງ ຕ້ອງຊົມເຊີຍການປ່ຽນແປງຄັ້ງໃໝ່ຂອງການບໍລິການໂດຍສານຢູ່ລາວທີ່ກ້າວມາອີກລະດັບໜຶ່ງແບບທີ່ບໍ່ເຄີຍມີມາກ່ອນ.


ສິ່ງໜຶ່ງທີ່ໜ້າຍົກຍ້ອງຄືມີປ້າຍບອກທາງລົດເມຈະຜ່ານໃນເວລາຈັກໂມງຈາກໃສຫາໃສລາຄາເທົ່າໃດ ນີ້ເປັນມາດຕະຖານທີ່ຄົນຂັັບລົດບໍ່ສາມາດໂກງຄ່າບໍລິການນຳຜູ້ໂດຍສານຄືທີ່ເຫັນຜ່ານມາ ຢາກເວົ້າແນວໃດກໍ່ໄດ້. ຄຽງຄູ່ກັບປ້າຍແນະນຳລົດແລ້ວຜູ້ໂດຍສານທີ່ໃຊ້ສະມາດໂຟນຍັງສາມາດສະແກນເອົາໂຄດກໍ່ຄືລະຫັດຂອງລົດເມ ເພື່ອຕິດຕາມວ່າລົດຮອດໃສແລ້ວ ໃນນັ້ນຈະມີລາຍລະອຽດການບອກເສັ້ນທາງທີ່ລົດຈະຜ່ານໄດ້ເປັນຢ່າງດີ ແລະນີ້ຄືການປ່ຽນແປງໃໝ່ຂອງລົດເມບ້ານເຮົາທີ່ເຊື່ອວ່າຫຼາຍໆຄົນຍັງບໍ່ທັນໄດ້ໄປສຳຜັດ ເພາະຄົນລາວເຮົາສ່ວນໃຫຍ່ນິຍົມການໃຊ້ລົດສ່ວນຕົວຫຼາຍກວ່າບໍລິການລົດສາທາລະນະ.



ຂອບໃຈຮູບງາມໆຈາກລົດເມນະຄອນຫຼວງວຽງຈັນ City 2

-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About see

0 comments:

Post a Comment

Powered by Blogger.