LU03

ປິດສາກຄວາມຮັກຕ່າງວົງການ! ເມສຊີເຈ ນັກເຕະ ກັບ ສາວ ເມ ນັກສະແດງ ມາເຖິງທາງຕັນ


   ຄວາມຮັກເປັນສິ່ງທີ່ບໍ່ແນ່ນອນແທ້ບໍ ແລະ ໄລຍະຫ່າງກໍ່ເປັນສ່ວນສໍາຄັນ ເມື່ອແຟນບານຕ້ອງຊ໊ອກໄປຕາມໆກັນຈາກການທີ່ ສາວເມ ພິດຈານາດ ສາຂາກອນ ນັກສະແດງສາວງາມ ເປີດໃຈຜ່ານໄອຈີ ພ້ອມທັງແທັກໄປເຖິງ ຊະນາທິບ ສຣົງກະສິນ ( ເມສຊີເຈ ) ນັກເຕະທີມຊາດໄທ ເຜີຍຈົບຄວາມສໍາພັນຄວາມຮັກອັນຫວານໆເກືອບ 4 ປີ.

   ໂດຍຂໍ້ຄວາມດັ່ງກ່າວລະບຸວ່າ: “ ເມ ອຶດອັດກັບສະຖານະການທີ່ເປັນຢູ່ຕອນນີ້ 10 ກວ່າວັນມາແລ້ວ ຍັງທໍາໃຈບໍ່ໄດ້ ແລະ ເມ ຄິດວ່າຖ້າປ່ອຍໄວ້ແບບນີ້ຈະບໍ່ໄຫວ, ເມກໍາລັງເປັນໂລກຊືມເສົ້າ, ຄວາມຮັກຂອງພວກເຮົາທາເຖິງທາງຕັນແລ້ວ, ເຈເສຍໃຈ ແລະ ເມເອງກໍ່ເສຍໃຈຫຼາຍ ມີປັດໄຈບາງຢ່າງເຮັດໃຫ້ພວກເຮົາຕ້ອງຈົບຄວາມສໍາພັນທັງໆທີ່ຮັກກັນຫຼາຍ ຂໍທຸກຄົນຊ່ວຍເປັນກໍາລັງໃຈໃຫ້ພວກເຮົາທັງຄູ່ ”.

   ສໍາລັບ ເມສຊີເຈ ກໍາລັງຢູ່ໃນການຝຶກຊ້ອມກັບ ຄອນຊາໂດລາ ຊັບໂປໂຣ ກຽມພ້ອມລຸຍ ເຈລີກ 2018 ຕາມສັນຍາຢືມຕົວ 18 ເດືອນຈາກ ເອັສຊີຈີ ເມືອງທອງ ຢູໄນເຕັດ.

ຮູບຈາກ: Instagram maypitchy, jaychanathip




-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About larmkp

0 comments:

Post a Comment

Powered by Blogger.