LU02

ມີຄົນເສຍຊີວິດປິດສະໜາກາງປ່າຫຼັກ 28


ຕອນເຊົ້າມື້ນີ້ 18/01/2018 ເວລາ 09:45 ນາທີ ມີປະຊາຊົນໄປພົບຄົນເສຍຊີວິດຢູ່ກາງປ່າແຖວຫຼັກ 28 ເມືອງໄຊທານີ ນະຄອນຫຼວງວຽງຈັນ ຈິ່ງໄດ້ແຈ້ງຫາໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ 1623 ໄປກວດສອບຈຸດເກີດເຫດປະກົດວ່າເປັນຜູ້ຊາຍ.



ຫຼັງຈາກອາສາສະໝັກໜ່ວຍກູ້ໄພໄປເຖິງທີ່ເກີດເຫດ ພົບຜູ້ເສຍຊີວິດ 1 ລາຍ ເປັນຊາຍ ນອນເສຍຊີວິດໃນປ່າ ມີຄາບເລືອດອອກຢູ່ບໍລິເວນຫົວ ຂ້າງໆມີລົດຈັກ 1 ຄັນ ແລະ ຂ້າງຄຽງຜູ້ເສຍຊີວິດ ມີປືນສັ້ນ 1 ກະບອກ ອາດຈະເປັນການຂ້າຕົວຕາຍ ຫຼ ຈັ່ງໃດຍັງບໍ່ຮູ້ຊັດເຈນ ໃນຕອນນີ້ ແມ່ນລໍຖ້າເຈົ້າໜ້າທີທີ່ກ່ຽວຂ້ອງມາກວດສອບສະພາບສົບ ແລະສະຖານທີ່ເກີດເຫດກ່ອນ.






ຂ່າວຈາກ ນາທີຊີວິດ
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About see

0 comments:

Post a Comment

Powered by Blogger.