​ ບານເຕະ

ທັງງາມທັງເກັ່ງ! ສາວໂບ ຍິງຄົນທໍາອິດກ້າວຂຶ້ນເປັນປະທານ ສະໂມສອນນະຄອນຫຼວງ


   ກາຍເປັນກະແສຮືຮາພໍສົມຄວນ ແລະ ຕົກຂຸມຮັກໄປຕາມໆກັນ ສໍາລັບເລື່ອງທີ່ ສາວ  ພິຈິກາ ບຸນກວ້າງ ( ສາວໂບ ) ທີທັງໜ້າຮັກ ແລະ ສົດໃສ່ ເມື່ອຖືກແຕ່ງຕັ້ງໃຫ້ເປັນປະທານສະໂມສອນ ນະຄອນຫຼວງ ( Capital ) ເມື່ອວັນທີ 17 ມັງກອນ 2018 ເຮັດໃຫ້ລາວກາຍເປັນຍິງຄົນທໍາອິດ ທີ່ກ້າວຂຶ້ນມາເປັນປະທານສະໂມສອນບານເຕະໃນ ສປປ ລາວ ກໍ່ວ່າໄດ້.

   ອີງຕາມຂໍຕົກລົງ (ດັ່ງຮູບ)

   ສໍາລັບ ພິຕິກາ ບຸນກ້າງ ມີສ່ວນສຳຄັນນຳພາ ສະໂມສອນຈາກລາວລົງແຂ່ງຂັນ ແລະ ອຸ່ນເຄື່ອງຢູ່ຕ່າງປະເທດຫຼາຍລາຍການເຊັ່ນ: ນຳພາ ສະໂມສອນ ດີເຄ ເອັຟຊີ ເຂົ້າຮ່ວມແຂ່ງຂັນທີ່ ສປ ຈີນ, ພາ U-14 ອຸ່ນເຄື່ອງພົບກັບ ເມືອງທອງຢູໄນເຕັດ, ນະຄອນລາດສະສີມາ F.C ແລະ ຍັງມີສ່ວນສຳຄັນໃນການຈັດງານ ອອລສະຕາ ເພື່ອບໍລິຈາກຊ່ວຍເຫຼືອ ຜູ້ປະສົບໄພນ້ຳຖ້ວມ.

   ໂດຍກ່ອນໜ້ານີ້ມີຂ່າວວ່າ ທ່ານ ວຽງສະຫວັນ ແສງຈັນ ປະທານສະຫະພັນບານເຕະນະຄອນຫຼວງວຽງຈັນ ໄວ້ວາງໃຈໃຫ້ ສາວງາມ ຄົນນີ້ເຂົ້າມາຮັບຕຳແໜ່ງ ຜູ້ຈັດການທີມ ຂອງສະໂມສອນ ເພື່ອກຽມ ລຸຍໃນເສິກ ລາວພຣີເມຍ ລີກ 2018, ແຕ່ຫຼ້າສຸດຍົກໃຫ້ເປັນປະທານສະໂມສອນດັ່ງກ່າວຢ່າງໜ້າປະທັບໃຈເລີຍ.

   ຢ່າງໃດກໍ່ຕາມ, ນະຄອນຫຼວງ ຢູໄນເຕັດ ມີລາຍງານວ່າຖອນຕົວອອກຈາກລາວພຣີເມຍລີກ 2017, ແຕ່ ສະຫະພັນບານເຕະແຫ່ງຊາດລາວ ຍັງບໍ່ທັນອອກມາຖະແຫຼງການຢ່າງເປັນທາງການວ່າ ລາວພຣີເມຍລີກ 2018 ຈະມີຈັກທີມເຂົ້າຮ່ວມແທ້ໆ, ເຊິ່ງບາງທີອາດມີໂອກາດທີ່ແຟນບານຈະເຮັດໄດ້ ປະທານຍິງຄົນນີ້ ລົງສ້າງສີສັນໃນລາວພຣີເມຍລີກ 2018 ກໍ່ອາດເປັນໄດ້.

ຂອບໃຈຮູບປະກອບຈາກ: ດີເຄ ເອັຟຊີ




-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ





About larmkp

0 comments:

Post a Comment

Powered by Blogger.