LU02

ສຸດສະຫຍອງ 10 ລໍ້ຕຳກັບລົດຈັກເສຍຊີວິດຄາທີ່




ວັນທີ 17/01/2018 ເວລາ 16:30ໂມງ ໄດ້ເກີດເຫດລົດສິບລໍ້ຕຳກັບລົດຈັກ ຈຸດເກີດເຫດ 4ແຍກດົງບັງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຮັດໃຫ້ຜູ້ຂັບລົດຈັກ ເສຍເລືອດຫຼາຍ ແລະຖືກກະທົບຫົວຢ່າງຮຸ່ນແຮງ ຊຶ່ງທີມກູ້ໄພ ມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສປປລາວ ໄດ້ພະຍາຍາມຊ່ວຍເຫຼືອແລ້ວແຕ່ຜູ້ບາດເຈັບຕອບສະໜອງຈິ່ງເສຍຊີວິດໃນເວລາຕໍ່ມາ.



ຜູ້ເສຍຊີວິດ ເພດຊາຍ ອາຍຸ27 ປີ ຢູ່ບ້ານທ່າສະຫວ່າງ ເມືອງໄຊທານີ ແຂວງນະຄອນຫລວງ, ດັ່ງນັ້ນຫນ່ວຍກູ້ໄພມູນນິທິ1623 ຈື່ງໄດ້ປະສານຫາເຈົ້າໜ້າທີ່ ແລະ ໄດ້ມ້ຽນສົບຜູ້ເສຍຊີວິດແລ້ວນຳສົ່ງຕໍ່ໃຫ້ພີນ້ອງເພື່ອທຳພິທີທາງສາດສະນາຕໍ່ໄປ ຕ້ອງຂໍສະແດງຄວາມເສຍໃຈມາຍັງຍາດຕິພີ່ນ້ອງ ແລະຄອບຄົວຜູ້ເສຍຊີວິດດ້ວຍ.





-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ




About see

0 comments:

Post a Comment

Powered by Blogger.