ບັນຫາສິ່ງແວດລ້ອມ

ປະຊາຊົນບ້ານບໍ່ເຫຼັກ ວອນເຈົ້າໜ້າທີ່ ເຂົ້າໄປກວດກາແກ້ໄຂຢ່າງຈິງຈັງ ໂຮງງານທີ່ສົ່ງກິ່ນເໝັນແລະກະທົບຕໍ່ສິ່ງແວດລ້ອມ


ຜົນກະທົບຕໍ່ສິ່ງແວດລ້ອມທີ່ເກີດຈາກໂຮງງານປຸງແຕ່ງ ຍັງເກີດຂຶ້ນໃຫ້ເຫັນໃນສັງຄົມເລື້ອຍມາ, ເນື່ອງຈາກຄວາມມັກງ່າຍຂອງຜູ້ປະກອບການ ຄິດວ່າໄດ້ກຳໄລມື້ນີ້ແລ້ວກໍ່ພໍ ບໍ່ຄິດເຖິງທຸລະກິດໃນໄລຍະຍາວ. ຄືດັ່ງໂຮງງານຕົ້ມ, ກັ່ນນໍ້າມັນດໍາເພື່ອມາເປັນນໍ້າມັນກາຊວນຢູ່ບ້ານບໍ່ເຫຼັກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ທີ່ຂະບວນການຜະລິດກະທົບຕໍ່ລະບົບນິເວດໃກ້ຄຽງຈົນປະຊາຊົນບໍລິເວນອ້ອມຂ້າງທົນບໍ່ໄຫວຮ້ອງຮຽນຜ່ານສື່ພວກເຮົາ.

ຈາກກໍລະນີດັ່ງກ່າວ ທີມຂ່າວໜັງສືພິມເສດຖະກິດ-ການຄ້າ ກໍ່ໄດ້ມີການລົງໄປເບິ່ງພື້ນທີ່ຕົວຈິງທີ່ ບ້ານບໍ່ເຫຼັກ ເມືອງໄຊທານີ ນະຄອນຫຼວງວຽງຈັນ. ແຕ່ບໍ່ໄດ້ພົບເຈົ້າຂອງໂຮງງານ ຜ່ານການສອບຖາມອໍານາດການປົກຄອງບ້ານກໍ່ຄືນາຍບ້ານ ແລະ ປະຊາຊົນໃນບ້ານ ໃຫ້ຂໍ້ມູນວ່າ: ໂຮງງານທີ່ປະຊາຊົນຮ້ອງຟ້ອງວ່າໄດ້ຮັບຜົນກະທົບຈາກກິ່ນເໝັ້ນນີ້ ເປັນໂຮງງານຕົ້ມກັ້ນນ້ຳມັນດຳເຊິ່ງດຳເນີນການຜະລິດໂດຍນັກທຸລະກິດປະເທດເພື່ອນບ້ານ.

ໄດ້ເລີ່ມສົ່ງກິ່ນຂິວເໝັນ ແລະ ປ່ອຍນໍ້າເປື້ອນ ນັບແຕ່ປີ 2017 ຜ່ານມາ ໂດຍສະເພາະແມ່ນໃນລະດູຝົນ ຂະບວນການຜະລິດສົ່ງຜົນກະທົບຕໍ່ລະບົບນິເວດໜັກເຊັ່ນ: ເວລາຝົນຕົກນ້ຳຈະລົ້ນບໍ່ບຳບັດນ້ຳເປື້ອນຂອງໂຮງງານລົງໃສ່ນາ ແລະ ເນື້ອທີ່ການຜະລິດຂອງປະຊາຊົນຢູ່ຕອນລຸ່ມ ເຮັດໃຫ້ສັດນໍ້າໃນເຂດດັ່ງກ່າວບໍ່ສາມາດເອົາມາປຸງແຕ່ງເປັນອາຫານໄດ້ເນື່ອງຈາກມີກິ່ນຂິວ

ຕໍ່ການແກ້ໄຂບັນຫາດັ່ງກ່າວ ທ່ານນາຍບ້ານຍັງໃຫ້ຮູ້ຕື່ມອີກວ່າ: ໃນປີຜ່ານມາກໍ່ໄດ້ມີພະນັກງານພະແນກສິ່ງແວດລ້ອມນະຄອນຫຼວງວຽງຈັນ ກໍ່ຄືເຈົ້າຫນ້າທີ່ກ່ຽວຂ້ອງຂອງເມືອງໄດ້ລົງມາຕິດຕາມ ແລະ ກວດກາໂຮງງານດັ່ງກ່າວເຖິງ 3 ຄັ້ງ ເຊິ່ງຜ່ານການກວດກາໂຮງງານດັ່ງກ່າວແມ່ນຍັງບໍ່ໄດ້ຕາມມາດຕະຖານເຊັ່ນ: ບໍ່ບຳບັດນ້ຳເປື້ອນ, ທໍ່ຄວັນຂອງເຕົ້າເຜົາຈະຕ້ອງໄດ້ມີການປັບປຸງຄືນໃໝ່.

ຢ່າງໃດກໍ່ຕາມ ນອກຈາກໂຮງງານຕົ້ມ, ກັ່ນນໍ້າມັນດໍາ ເພື່ອມາເປັນນໍ້າມັນກາຊວນ ທີ່ປະຊາຊົນຮ້ອງຮຽນມານີ້ແລ້ວ ປະຊາຊົນຍັງພາໄປເບິ່ງອີກ 2 ໂຮງງານ ຄື:  ໂຮງງານປຸງແຕ່ງຢາງທີ່ໃຊ້ແລ້ວ  ແລະ ໂຮງງານກັ່ນນ້ຳມັນດຳ ອີກໂຮງງານທີ່ສົ່ງຜົນກະທົບຕໍສິ່ງແວດລ້ອມໃນບ້ານດັ່ງກ່າວ.

ແຫຼ່ງທີ່ມາຈາກໜັງສືພິມເສດຖະກິດ ການຄ້າ
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.