ທ່ອງທ່ຽວ

ທ່ານນາຍົກ ຊີ້ນຳເມືອງວັງວຽງ ເອົາໃຈໃສ່ປັບປຸງຍົກລະດັບວຽກງານທ່ອງທ່ຽວໃຫ້ດີຂຶ້ນກວ່າເກົ່າ


 ພາຍຫຼັງທີ່ສໍາເລັດການຢ້ຽມຢາມ ກອງພົນທະຫານຮາບ ທີ 1 ແລ້ວ, ທ່ານ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະ ກໍ່ໄດ້ເດີນທາງມາທີ່ສະໂມສອນເມືອງວັງວຽງ, ແຂວງວຽງຈັນ ເພື່ອຮັບຟັງການລາຍງານ ແລະ ໃຫ້ທິດຊີ້ນໍາຕໍ່ອໍານາດການປົກຄອງເມືອງ ກໍ່ຄື ປະຊາຊົນຊາວເມືອງວັງວຽງ.

ໂອກາດດັ່ງກ່າວ, ທ່ານ ຄໍາຜອງ ດວງວິໄລ ກໍາມະການພັກແຂວງ, ເຈົ້າເມືອງໆວັງວຽງ ໄດ້ລາຍງານໃຫ້ຄະນະຂອງທ່ານນາຍົກລັດຖະມົນຕີຊາບ ກ່ຽວກັບສະພາບການພັດທະນາ ເສດຖະກິດ-ສັງຄົມ ຂອງເມືອງວັງວຽງ ໃນໄລຍະທີ່ຜ່ານມາວ່າ: ໃນປີ 2017 ທີ່ຜ່ານມາ ສະພາບການພັດທະນາ ເສດຖະກິດ-ສັງຄົມ ຂອງເມືອງວັງວຽງ ຍັງສືບຕໍ່ມີການຂະຫຍາຍ ຕົວຢ່າງຕໍ່ເນື່ອງ, ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ລວມຍອດລາຍຮັບຂອງເມືອງ ສາມາດປະຕິບັດໄດ້ 1.255,59 ຕື້ກີບເທົ່າກັບ 15,5 ສ່ວນຮ້ອຍ; ສະເລ່ຍລາຍຮັບຕໍ່ຄົນຕໍ່ປີ 20.917.436 ກີບ ຫຼື ເທົ່າກັບ 2.527,4 ໂດລາສະຫະລັດ;

ການເຈັດເກັບລາຍຮັບເຂົ້າງົບປະມານ ປະຕິບັດໄດ້ 9.424.642.705 ກີບ; ອັດຕາການຊົມໃຊ້ນໍ້າສະອາດ ບັນລຸໄດ້ 84,1 ສ່ວນຮ້ອຍ, ອັດຕາຊົມໃຊ້ວິດຖ່າຍ ບັນລຸ 92 ສ່ວນຮ້ອຍ, ອັດຕາເຂົ້າຮຽນສຸດທິບັນລຸໄດ້ 95,67 ສ່ວນຮ້ອຍ ແລະ ທົ່ວເມືອງ ຍັງບັນລຸອັດຕາຊົມໃຊ້ໄຟຟ້າໄດ້ 100 ສ່ວນຮ້ອຍ. ພ້ອມດຽວກັນນັ້ນ, ການຈັດຕັ້ງກຸ່ມການຜະລິດເປັນສິນຄ້າ, ການສ້າງບ້ານ ແລະ ຄອບຄົວຕົວແບບໃນດ້ານຕ່າງຕ່າງ ກໍ່ໄດ້ຮັບການປັບປຸງ ແລະ ຂະຫຍາຍຕົວຫຼາຍຂຶ້ນ, ປະຈຸບັນ ຄອບຄົວທຸກຍາກຍັງເຫຼືອ 74 ຄອບຄົວ ເທົ່າກັບ 0,67 ສ່ວນຮ້ອຍ,ບ້ານທຸກຍາກຍັງເຫຼືອ 1 ບ້ານ.


ຈຸດພິເສດ ທີ່ເປັນທ່າແຮງຂອງເມືອງວັງວຽງອີກອັນໜຶ່ງ ກໍ່ແມ່ນວຽກງານບໍລິການການທ່ອງທ່ຽວ ເຊິ່ງອໍານາດການປົກຄອງເມືອງ ໄດ້ສຸມໃສ່ປຸກລະດົມ, ສົ່ງເສີມ ແລະ ຄຸ້ມຄອງ ວຽກງານບໍລິ ການການທ່ອງທ່ຽວ ໃຫ້ມີຄຸນນະພາບ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ ປະຈຸບັນທົ່ວເມືອງ ມີແຫຼ່ງທ່ອງທ່ຽວ ທາງທໍາມະຊາດ ທີ່ໄດ້ຮັບການສໍາຫຼວດແລ້ວ 43 ແຫ່ງ, ໄດ້ຮັບການພັດທະນາ ແລະ ເປີດນໍາ ໃຊ້ແລ້ວ 21 ແຫ່ງ, ມີໂຮງແຮມ 19 ແຫ່ງ, ຣີສອດ 12 ແຫ່ງ, ເຮືອນພັກ 122 ແຫ່ງ, ເຮືອນພັກແຮມ 1 ແຫ່ງ, ມີຮ້ານບັນເທີງ ແລະ ຮ້ານອາຫານ 130 ກວ່າແຫ່ງ. ໃນປີ 2017 ສາ ມາດດຶງດູດ ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າມາທ່ຽວຊົມໄດ້ 189.763 ເທື່ອຄົນ, ສາມາດສ້າງລາຍຮັບໄດ້ 94 ຕື້ກີບ.

ໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ອໍານາດການປົກຄອງ ກໍ່ຄື ປະຊາຊົນຊາວ ເມືອງວັງວຽງ ທີ່ສາມາດຍາດໄດ້ຜົນສໍາເລັດ ຕະຫຼອດໄລຍະທີ່ຜ່ານມາ ອັນໄດ້ເຮັດໃຫ້ເມືອງວັງວຽງ ໄດ້ຮັບການພັດທະນາ ແລະ ມີເສດຖະກິດທີ່ຂະຫຍາຍຕົວຕະຫຼອດມາ. ພ້ອມດຽວກັນນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ເນັ້ນໜັກ ໃຫ້ອໍານາດການປົກຄອງ, ປະຊາຊົນ ຕະຫຼອດຮອດນັກທຸລະກິດ ຜູ້ປະກອບການເມືອງວັງວຽງ ຈົ່ງເອົາໃຈໃສ່ ໃນການປົກປັກຮັກສາຮີດຄອງປະເພນີອັນດີງາມ ຂອງແຕ່ລະຊົນເຜົ່າ, ແບບແຜນການດໍາລົງຊີວິດຂອງປະຊາຊົນ ແລະ ສິ່ງທີ່ເປັນເອກະລັກ ຂອງເມືອງວັງວຽງໄວ້ ເພື່ອດຶງດູດໃຫ້ນັກທ່ຽວທ່ຽວ ເຂົ້າມາຢ້ຽມຢາມ ແລະ ທ່ຽວຊົມ;

ເອົາໃຈໃສ່ໃນການຄຸ້ມຄອງ ແລະ ນໍາໃຊ້ ຊັບພະຍາກອນທໍາມະຊາດ ໃຫ້ເກີດປະໂຫຍດສູງສຸດ ແລະ ມີຄວາມຍືນຍົງ ເປັນຕົ້ນ ປ່າໄມ້, ແຫຼ່ງນໍ້າ ແລະ ອື່ນໆ, ສ້າງຕົວເມືອງວັງວຽງ ໃຫ້ກາຍເປັນຕົວເມືອງທ່ອງທ່ຽວ ທີ່ສວຍງາມໜ້າປະທັບໃຈ; ເອົາໃຈໃສ່ຮັກສາຄວາມສະອາດ, ຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ; ມີການຈັດກອງປະຊຸມສໍາມະນາຢ່າງເປັນປົກກະຕິ ລະຫວ່າງ ຜູ້ປະກອບການທຸລະກິດ ການບໍລິການທ່ອງທ່ຽວ ໄປຄຽງຄູ່ກັບ ການຄຸ້ມຄອງ, ອອກແບບ ແລະ ຈັດສັນທຸລະກິດ ການບໍລິການ ການທ່ອງທ່ຽວຄັກແນ່ ໂດຍສະເພາະແມ່ນ ບັນດາຫ້າງຮ້ານ, ໂຮງແຮມ ແລະ ອື່ນໆ ໃຫ້ເໝາະສົມ, ເອົາໃຈໃສ່ຄຸ້ມຄອງລາຄາ ຂອງການບໍລິການຕ່າງໆໃຫ້ດີ.




ແຫລ່ງ: ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About Laos Postcard - Noy

0 comments:

Post a Comment

Powered by Blogger.