LU02

ຂີ້ເຫຍື້ອບັນຫາໃຫຍ່ໃນສັງຄົມລາວ, ນະຄອນຫຼວງຮ່ວມກັບໄຈກາພວມຫາທາງແກ້ໄຂ


ຂີ້ເຫຍື້ອທີ່ສັງຄົມສ້າງຂຶ້ນພວມເປັນບັນຫາທ້າທາຍໃນສັງຄົມບ້ານເຮົາ ຍ້ອນປະຊາຊົນບໍ່ເປັນເຈົ້າການໃນການເກັບມ້ຽນຂີ້ເຫຍື້ອໃນມືໂຕເອງ ຍັງມີແນວຄິດມັກງ່າຍຖີ້ມສິ່ງເສດເຫຼືອຖົງຢາງກະໂປ້ກະປ່ອງຊະຊາຍຕາມຖະໜົນຫົນທາງເອົາແຕ່ສະດວກ ແຕ່ຜູ້ເກັບກວາດນີ້ທີ່ລຳບາກ ຜ່ານສາຍຕາໃຜກໍ່ບໍ່ງາມ ບາງຄົນອັດດັງໃສ່ແຕ່ອາດເປັນຜູ້ມັກດຶກຂອງເສດເຫຼືອໃນມືເຊັ່ນດຽວກັນ.


ເພື່ອແກ້ໄຂບັນຫາດັ່ງກ່າວ​ໃນວັນ​ທີ 18 ມັງກອນ 2018 ທີ່​ໂຮງແຮມ​ລາວ​ພລາ​ຊາ ໄດ້ຈັດກອງ​ປະຊຸມ​ສະຫຼຸບ​ວຽກ​ງານໂຄງການ ພັດທະນາ​ລະບົບ​ການນຳ​ໃຊ້​ຂີ້​ເຫຍື້ອໃຫ້​ມີ​ປະ​ສິດທິ​ຜົນ ໂດຍ​ການ​ຮ່ວມ​ມື​ກັບ​ປະຊາຊົນຢູ່​ນະຄອນຫຼວງ​ວຽງ​ຈັນ  ໂດຍ​ມີ​ທ່ານນາງ ວິໄລ​ວອນ ຈັນທະ​ລາຕີ ຫົວໜ້າ​ຫ້ອງການ​ຄຸ້ມ​ຄອງ ແລະ ບໍ​ລິການ​ຕົວ​ເມືອງ ​ຄບຕ ນວ ທ່ານ ໂຢ​ຊິ​ຮາ​ຣຸ ຫົວໜ້າ​ຫ້ອງການ​ຜູ້ຕາງໜ້າ​ຈາກ​ອົງການ​ໄຈ​ກາ ປະຈຳ​ລາວ ທ່ານ​ຫົວໜ້າ​ພະ​ແນກສຳນັກງານ​ນະໂຍບາຍ​ສິ່ງ​ແວດລ້ອມ ນະຄອນ​ກຽວ​ໂຕ ປະເທດຍີ່ປຸ່ນ ທ່ານ​ຫົວໜ້າ​ພະ​ແນກ​ຊັບພະຍາກອນ​ທຳ​ມະ​ຊາດ ແລະ ສິ່ງແວດ​ລ້ອມ ນວ ແລະ ພາກສ່ວນກ່ຽວຂ້ອງ​ເຂົ້າ​ຮ່ວມ.



ທ່ານ​ນາງ ວິໄລ​ວອນ ຈັນທະລາຕີ ກ່າວ​ວ່າ: ຕະຫຼອດ​ໄລຍະ 3 ປີ ທີ່​ທາງ​ໂຄງການ​ໄດ້​ດຳເນີນ ໄດ້ຮັບ​ການ​ສະໜັບສະໜູນ​ທາງ​ດ້ານງົບປະມານ ເຕັກນິກ​ວິຊາ​ການ ແລະ ການ​ຮ່ວມ​ມື​ຈາກ​ອຳນາດການ​ປົກຄອງ​ທັງ 2 ນະຄອນ ສິ່ງທີ່​ພົ້ນ​ເດັ່ນ​ໃນ​ໂຄງ​ການຈັດຕັ້ງ​ປະຕິ​ບັດ ແມ່ນ​ພະນັກງານ​ວິຊາ​ການຜູ້​ເຮັດ​ວຽກ​ຕົວ​ຈິງ​ກ່ຽວ​ກັບ​ການຄຸ້ມ​ຄອງ​ຂີ້​ເຫຍື້ອ ແລະ ອຳນາດການ​ປົກຄອງ​ທີ່​ກ່ຽວຂ້ອງ ໄດ້​ຮັບການ​ຍົກ​ລະດັບ​ທາງ​ດ້ານ​ຄວາມຮູ້ຄວາມ​ສາມາດ ໂດຍ​ການ​ຜ່ານການ​ອົບຮົມ​ຢູ່​ພາຍ​ໃນ ແລະ ຕ່າງປະເທດ ລວມ​ທັງ​ການ​ທັດສະນະສຶກ​ສາ ໂຄງການ​ຍັງ​ໄດ້​ສ້າງ​ປື້ມຄູ່​ມື ແລະ ການ​ປູກ​ຈິດ​ສຳນຶກ​ໃຫ້ກັບ​ອຳນາດ​ການ​ປົກຄອງ ໂຮງຮຽນ ລວມ​ທັງ​ພໍ່​ແມ່​ປະຊາຊົນ ໂດຍ​ການ​ນຳ​ໃຊ້​ເຕັກນິກ​ຫຼັກການ 3R (Reuse Reduce Recycle) ຫຼຸດຜ່ອນ​ໃຊ້​ຄືນ​ແປຮູບ ເຊິ່ງ​ບົດຮຽນ​ເຫຼົ່າ​ນີ້​ເປັນ​ຜົນປະໂຫຍດ​ ເຮັດໃຫ້ການ​ແກ້​ໄຂ​ບັນຫາ​ການ​ຖິ້ມ​ຂີ້​ເຫຍື້ອ​ຊະຊາຍ​ຢູ່​ໃນ ນວ ນັບ​ມື້​ຫຼຸດ​ລົງ.


ຜົນງານ​ທີ່​ພົ້ນ​ເດັ່ນ​ອີກ​ອັນ​ໜຶ່ງຂອງ​ໂຄງການ ເຫັນ​ໄດ້​ຈາກ​ຕົວຊີ້​ວັດ​ທີ່​ເປັນ​ຮູບ​ປະ​ທຳ​ທີ່​ເກີດ​ຂຶ້ນ​ຢູ່ 4 ບ້ານ​ຕົວ​ແບບຂອງ 4 ເມືອງ ໃນ ນວ ເມືອງ​ຈັນທະ​ບູ​ລີ ບ້ານອາ​ນຸ ສີ​ໂຄດ​ຕະບອງ ບ້ານ​ອາກາດ ໄຊ​ເຊດ​ຖາ ບ້ານ​ທາດຫຼວງກາງ ແລະ ເມືອງ​ສີ​ສັດຕະ​ນາກ ບ້ານ​ເກົ້າ​ຍອດ ລວມ​ທັງ​ໂຮງຮຽນອີກ​ຈຳນວນ​ໜຶ່ງ ທີ່​ເຂົ້າ​ຮ່ວມ​ໂຄງການ ໄດ້​ມີ​ການ​ນຳ​ໃຊ້​ເຕັກນິກຕ່າງໆ ​ເຂົ້າ​ໃນ​ການ​ຮຽນ​ຮູ້ກຳຈັດຂີ້​ເຫຍື້ອ​ໃນ​ຫຼາຍ​ຮູບ​ແບບ ປະກອບ​ສ່ວນ​ເຂົ້າ​ໃນ​ການ​ຫຼຸດຜ່ອນອັດຕາ​ຂີ້​ເຫຍື້ອ​ຂອງ​ນະຄອນຫຼວງ.

ແນວໃດກໍ່ຕາມໃນພາບລວມແລ້ວໃນນະຄອນຫຼວງວຽງຈັນ ຕາມຖະໜົນຫົນທາງຫຼາຍບ່ອນຍັງເຕັມແຕ່ຂີ້ເຫຍື້ອ ໂດຍສະເພາະເຂດແຄມຂອງເຫັນແລ້ວເໝິດຄຳຊິເວົ້າກັບຄົນທີ່ຖີ້ມ ເມື່ອ2-3 ປີຫຼັງມີອາສາຕ່າງປະເທດມາເລາະເກັບໃຫ້ ແທນທີ່ຈະຕື່ນຕົວຮັກສາ ພັດວ່າຖີ້ມຫຼາຍກວ່າເກົ່າ, ເສັ້ນທາງຫຼວງແຫ່ງຊາດຫຼາຍເສັ້ນກໍ່ມີຂີ້ເຫຍື້ອຢາຍເຕັມຍ້ອນປະຊາຊົນບໍ່ຮ່ວມມື ເຈົ້າຖີ້ມຂ້ອຍຖີ້້ມກໍ່ເປັນກອງຂຶ້ນມາ ບັນຫານີ້ຈະແກ້ໄຂໄດ້ຕ້ອງເລີ່ມທີ່ການປູກຈິດສຳນຶກແກ່ປະຊາຊົນໃຫ້ຮູ້ຮັກສິ່ງແວດລ້ອມ, ຮັກຄວາມສະອາດສວຍງາມ ຂໍໃຫ້ທຸກຄົນຊ່ວຍກັນເກັບຂີ້ເຫຍື້ອໃນມືໄປໃສ່ກະຕ່າຂີ້ເຫຍື້ອພຽງເທົ່ານີ້ບ້ານເຮົາກໍ່ໜ້າຢູ່ຫຼາຍຂຶ້ນ.


 ຂອບໃຈແຫຼ່ງຂ່າວຈາກໜັງສືພິມວຽງຈັນໃໝ່
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ





About see

0 comments:

Post a Comment

Powered by Blogger.