ທຸລະກິດ

ການຂຶ້ນທະບຽນວິສາຫະກິດທຸລະກິດນ້ຳມັນເຊື້ອໄຟ ຕ້ອງມີເງື່ອນໄຂຫຍັງແດ່?ອ່ານນີ້ມີຄຳຕອບໃຫ້ທ່ານ


ສະບາຍດີ ມື້ນີ້ແອັດມີນ ຈະມານຳສະເໜີດຳລັດດ້ວຍນໍ້າມັນເຊື້ອໄຟ ສະບັບເລກທີ 331/ນຍ ລົງວັນທີ 27 ຕຸລາ 2017 ເຊິ່ງມີການກຳນົດລະອຽດກ່ຽວກັບຂັ້ນຕອນ ແລະ ເງື່ອນໄຂການສ້າງຕັ້ງທຸລະກິດ ນໍ້າມັນເຊື້ອໄຟດັ່ງນີ້

ມາດຕາ 6 ຂັ້ນຕອນການສ້າງຕັ້ງ ແລະ ການເຄື່ອນໄຫວທຸລະກິດນ້ຳມັນເຊື້ອໄຟ
ການສ້າງຕັ້ງ ແລະ ເຄື່ອນໄຫວທຸລະກິດນ້ຳມັນເຊື້ອໄຟ ຕ້ອງປະຕິບັດຕາມຂັ້ນຕອນ ດັ່ງນີ້:
1. ແຈ້ງຂຶ້ນທະບຽນວິສາຫະກິດ;
2. ສ້າງບົດປະເມີນຜົນກະທົບສິ່ງແວດລ້ອມ ແລະ ສັງຄົມ ຍົກເວັ້ນທຸລະກິດໃຫ້ເຊົ່າພາຫະນະຂົນສົ່ງ ແລະ ທຸລະກິດບໍລິການຂົນສົ່ງນ້ຳມັນເຊື້ອໄຟ;
3. ຂໍອະນຸຍາດປຸກສ້າງ ຫຼື ປ້ຳນ້ຳມັນເຊື້ອໄຟ ຍົກເວັ້ນທຸລະກິດໃຫ້ເຊົ່າພາຫະນະຂົນສົ່ງ ແລະ ທຸລະກິດໃຫ້ບໍລິການຂົນສົ່ງນ້ຳມັນເຊື້ອໄຟ;
4. ຂໍອະນຸຍາດເຄື່ອນໄຫວທຸລະກິດນ້ຳມັນເຊື້ອໄຟ.

ມາດຕາ 7 ເງື່ອນໄຂການຂຶ້ນທະບຽນວິສາຫະກິດນ້ຳມັນເຊື້ອໄຟ
ບຸກຄົນ, ນິຕິບຸກຄົນ ທັງພາຍໃນ ແລະ ຕ່າງປະເທດ ທີ່ມີຈຸດປະສົງດຳເນີນທຸລະກິດນ້ຳມັນເຊື້ອໄຟ ຕ້ອງສ້າງຕັ້ງເປັນບໍລິສັດ ເພື່ອເຄື່ອນໄຫວສະເພາະເທົ່ານັ້ນ ຕາມກົດໝາຍ.
- ການຂຶ້ນທະບຽນວິສາຫະກິດທຸລະກິດນ້ຳມັນເຊື້ອໄຟ ຕ້ອງມີເງື່ອນໄຂ ດັ່ງນີ້:
1. ທຶນຈົດທະບຽນ:
1.1. ບໍລິສັດນຳເຂົ້າ ແລະ ສົ່ງອອກນ້ຳມັນເຊື້ອໄຟ ມີ: ໜື່ງຮ້ອຍຫ້າສິບຕື້ (150.000.000.000) ກີບ ຂື້ນ ໄປ, ໃນນີ້ຕ້ອງມີທຶນໝູນວຽນ ຫົກສິບຕື້ (60.000.000.000) ກີບ ຂື້ນໄປ;
1.2. ບໍລິສັດຈຳໜ່າຍພາຍໃນ ມີ: ຫ້າສິບຕື້ (50.000.000.000) ກີບ ຂື້ນໄປ, ໃນນີ້ຕ້ອງມີທຶນໝູນວຽນ ຫ້າຕື້ (5.000.000.000) ກີບ ຂື້ນໄປ;
1.3. ປ້ຳນ້ຳມັນເຊື້ອໄຟ ມີ: ໜື່ງຕື້ (1.000.000.000) ກີບ ຂຶ້ນໄປ ສຳລັບປ້ຳບໍລິສັດລົງທຶນເອງ, ສາມ ຮ້ອຍລ້ານ (300.000.000) ກີບ ຂື້ນໄປ ສຳລັບປ້ຳຕົວແທນ.
1.4. ບໍລິສັດໃຫ້ເຊົ່າສາງນ້ຳມັນເຊື້ອໄຟ ມີ: ສອງຕື້ (2.000.000.000) ກີບ ຂຶ້ນໄປ, ໃນນີ້ຕ້ອງມີທຶນໝູນ ວຽນ ຫ້າຮ້ອຍລ້ານ (500.000.000) ກີບ ຂຶ້ນໄປ;

1.5. ບໍລິສັດໃຫ້ເຊົ່າພາຫະນະຂົນສົ່ງນ້ຳມັນເຊື້ອໄຟ ມີ: ຊາວຕື້ (20.000.000.000) ກີບ ຂຶ້ນໄປ, ໃນນີ້ ຕ້ອງມີທຶນໝູນວຽນ ສອງຕື້ (2.000.000.000) ກີບ ຂຶ້ນໄປ;
1.6. ບໍລິສັດໃຫ້ບໍລິການຂົນສົ່ງນ້ຳມັນເຊື້ອໄຟ ມີ: ສາມສິບຕື້ (30.000.000.000) ກີບ ຂຶ້ນໄປ, ໃນນີ້ຕ້ອງມີທຶນໝູນວຽນ ສາມຕື້ (3.000.000.000) ກີບ ຂື້ນໄປ;
2. ມີສະຖານທີ່ຕັ້ງຂອງສາງ ຢູ່ຫ່າງຈາກເຂດຊຸມຊົນ, ໂຮງຮຽນ, ໂຮງໝໍ, ຕະຫຼາດ, ແຫຼ່ງນ້ຳ ໃນລັດສະໝີ ໜຶ່ງພັນ (1.000) ແມັດ ຂື້ນໄປ ແລະ ມີເນື້ອທີ່ພຽງພໍທີ່ຈະສ້າງສາງ ສາມາດບັນຈຸໄດ້ ດັ່ງນີ້:
- ບໍລິສັດນຳເຂົ້າ ແລະ ສົ່ງອອກນ້ຳມັນເຊື້ອໄຟ ມີ: ຫ້າລ້ານ (5.000.000) ລິດ ຂຶ້ນໄປ;
- ບໍລິສັດຈຳໜ່າຍພາຍໃນ ມີ: ໜື່ງລ້ານ (1.000.000) ລິດ ຂື້ນໄປ;
- ບໍລິສັດໃຫ້ເຊົ່າສາງນ້ຳມັນເຊື້ອໄຟ ມີ: ຫ້າແສນ (500.000) ລິດ ຂຶ້ນໄປ;


3. ປ້ຳນ້ຳມັນເຊື້ອໄຟ:
3.1. ສະຖານທີ່ຕັ້ງຂອງປ້ຳນ້ຳມັນເຊື້ອໄຟຕ້ອງຢູ່ຫ່າງຈາກເຂດຊຸມຊົນ, ໂຮງຮຽນ, ໂຮງໝໍ, ຕະຫຼາດ, ແຫຼ່ງ ນ້ຳ, ທາງໂຄ້ງ, ທາງແຍກ ແລະ ທາງສູງຊັນ ໜື່ງຮ້ອຍ (100) ແມັດ ຂຶ້ນໄປ ແລະ ຕ້ອງຫ່າງຈາກ ປ້ຳນ້ຳມັນເຊື້ອໄຟທີ່ສ້າງຕັ້ງແລ້ວ ໜຶ່ງພັນ (1.000) ແມັດ ຂຶ້ນໄປ ຕາມທິດດຽວກັນ ແລະ ບໍ່ໃຫ້ນອນ ຢູ່ໃນເຂດສະຫງວນຂອງທາງຫຼວງທຸກປະເພດ.
3.2. ຄວາມກວ້າງຕິດໜ້າທາງຂອງປ້ຳນ້ຳມັນເຊື້ອໄຟ ໃຫ້ປະຕິບັດຕາມເງື່ອນໄຂ ດັ່ງນີ້:
- ເຂດພູດອຍ, ຫ່າງໄກສອກຫຼີກ ຊາວ (20) ແມັດ ຂື້ນໄປ;
- ເຂດພູພຽງ, ທົ່ງພຽງ, ນອກຕົວເມືອງ ສາມສິບ (30) ແມັດ ຂື້ນໄປ;
- ເຂດຕົວເມືອງ ສີ່ສິບ (40) ແມັດ ຂຶ້ນໄປ.


ມາດຕາ 8 ເອກະສານປະກອບການຂຶ້ນທະບຽນວິສາຫະກິດທຸລະກິດນ້ຳມັນເຊື້ອໄຟ
ນອກຈາກທີ່ກຳນົດໄວ້ ໃນກົດໝາຍວ່າດ້ວຍວິສາຫະກິດແລ້ວ ການຂຶ້ນທະບຽນວິສາຫະກິດນ້ຳມັນເຊື້ອໄຟ ຍັງຕ້ອງປະກອບເອກະສານເພີ່ມດັ່ງນີ້:
1. ບໍລິສັດນຳເຂົ້າ ແລະ ສົ່ງອອກນ້ຳມັນເຊື້ອໄຟ, ບໍລິສັດຈຳໜ່າຍພາຍໃນ ແລະ ບໍລິສັດໃຫ້ເຊົ່າສາງນ້ຳມັນ ເຊື້ອໄຟ:
1.1. ບົດວິພາກເສດຖະກິດ-ເຕັກນິກ ຕາມແບບພິມທີ່ອົງການຄຸ້ມຄອງທຸລະກິດນ້ຳມັນເຊື້ອໄຟ ກຳນົດ;
1.2. ໃບຢັ້ງຢືນສະຖານທີ່ຕັ້ງສາງ ທີ່ຜ່ານການຢັ້ງຢືນຈາກອົງການປົກຄອງບ້ານ ແລະ ໃບຢັ້ງຢືນກຳມະສິດ ຂອງສາງ;
1.3. ໃບຢັ້ງຢືນຄວາມຖືກຕ້ອງຂອງສະຖານທີ່ຕັ້ງຂອງສາງ ຈາກຂະແໜງໂຍທາທິການ ແລະ ຂົນສົ່ງ.


2. ປ້ຳນ້ຳມັນເຊື້ອໄຟ:
2.1. ບົດວິພາກເສດຖະກິດ-ເຕັກນິກ;
2.2. ໃບທະບຽນວິສາຫະກິດຂອງບໍລິສັດຈຳໜ່າຍພາຍໃນ, ຂໍ້ຕົກລົງສ້າງຕັ້ງ ແລະ ໃບມອບສິດ ສຳລັບປ້ຳ ບໍລິສັດລົງທຶນເອງ;
2.3. ໃບຢັ້ງຢືນການເປັນປ້ຳຕົວແທນ ແລະ ສັນຍາຊື້-ຂາຍນ້ຳມັນເຊື້ອໄຟ ສຳລັບປ້ຳຕົວແທນ;
2.4. ໃບຢັ້ງຢືນຄວາມຖືກຕ້ອງຂອງສະຖານທີ່ຕັ້ງຂອງປ້ຳ ຈາກຂະແໜງໂຍທາທິການ ແລະ ຂົນສົ່ງ.



ທີ່ມາຈາກ ດຳລັດດ້ວຍນໍ້າມັນເຊື້ອໄຟ ສະບັບເລກທີ 331/ນຍ ລົງວັນທີ 27 ຕຸລາ 2017
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.