ຊ່ວຍເຫລືອສັງຄົມ

ຊົມເຊີຍ! ທີມບານເຕະເດີຮາດຣ໋ອກ ລະດົມເຄື່ອງກິລາ ແລະ ເຄື່ອງນຸ່ງ ໄປຊຸກຍູ້ຊ່ວຍເຫຼືອໂຮງຮຽນຫ່າງໄກສອກຫຼີກ ທີ່ເມືອງປາກອູ


ໃນລະຫວ່າງວັນທີ19-21 ມັງກອນ 2018 ທີມບານເຕະ ເດີຮາດຣ໋ອກ ເອັຟຊີ ລວມພົນຄົນມັກ-ຮັກໃນສຽງເພງຮາດຣ໋ອກ ລະດົມນໍ້າໃຈສະມາຊິກພາຍໃນທີມ ແລະ ບັນດາພາກສ່ວນໃນນະຄອນຫຼວງວຽງຈັນ ກໍ່ຄື ສະຫະພັນບານເຕະນະຄອນຫຼວງວຽງຈັນ ແລະ ສະໂມສອນບານເຕະ ປະສານມິດ ໄດ້ນຳເອົາເຄື່ອງອຸປະກອນກິລາຫຼາຍລາຍການ ແລະ ເຄື່ອງນຸ່ງໂສ້ງ-ເສື້ອມືສອງທີ່ຮວບຮວມໄດ້ຈາກສະມາຊິກໃນທີມແລະການລະດົມຈາກຜູ້ໃຈບຸນຈຳນວນຫນຶ່ງ ລວມມູນຄ່າ 5 ລ້ານກວ່າກີບ ໄປຊ່ວຍເຫຼືອໃຫ້ໂຮງຮຽນມັດທະຍົມສຶກສາສົມບູນ ເມືອງປາກອູ, ໂຮງຮຽນປະຖົມສຶກສາສົມບູນ ຫາດຍາ ແລະ ບ້ານຜາແດງ ເມືອງປາກອູ ແຂວງຫຼວງພະບາງ


ໃນນີ້ວັນທີ 19 ມັງກອນ  ໄດ້ນຳເອົາເຄື່ອງອຸປະກອນກິລາຫຼາຍລາຍການ ແລະ ເຄື່ອງນຸ່ງໂສ້ງ-ເສື້ອມືສອງ ແລະ ອື່ນໆ ທີ່ໄດ້ຈາກການລະດົມນໍ້າໃຈຂອງບັນດາສະມາຊິກພາຍໃນ ແລະ ບັນດາພາກສ່ວນຕ່າງໆ ໂດຍການນຳພາ ແລະ ມອບຂອງ ທ່ານ ຄຳຈັນ ແກ້ວມະນີວົງ, ທ່ານ ສົມໃຈ ຫຼ່ຽມໄຊຍະຈັກ ແລະ ທ່ານ ພວງພັນ ພິມມະລາດ ຄະນະນຳພາທີມເດີຮາດຣ໋ອກ ເອັຟຊີ ຕາງໜ້າກ່າວຮັບກໍ່ມີທ່ານ ຄຳກອນ ກິດຕິກຸນ ຜູ້ອຳນວຍການໂຮງຮຽນມັດທະຍົມສຶກສາສົມບູນ ປາກອູ ແລະ ທ່ານ ນາງ ຈັນສະໝອນ ພົມມະສິດ ຜູ້ອຳນວຍການໂຮງຮຽນປະຖົມສຶກສາສົມບູນ ຫາດຍາ,ພ້ອມພາກສ່ວນກ່ຽວຂ້ອງ, ສະມາຊິກທີມເດີຮາດຣ໋ອກ ແລະ ນ້ອງນັກຮຽນເຂົ້າຮ່ວມເປັນສັກຂີພິຍານ.


ທ່ານ ສົງການ ພັນແພງດີ ຜູ້ຈັດການທີມເດີຮາດຣ໋ອກ ເອັຟຊີ ກ່າວວ່າ: ອຸປະກອນກິລາທີ່ສາມາດລະດົມໄດ້ຈາກສະມາຊິກພາຍໃນທີມ ຈຳນວນ 20 ຊຸດ ມອບໃຫ້ຫ້ອງວ່າການປົກຄອງເມືອງປາກອູ; ສິດເກົ່າ ມສ ປາກອູ 2 ຮຸ່ນ ຄື: ຮຸ່ນ 1999 ແລະ ຮຸ່ນ 2000 ມອບບານບ້ວງ, ບານສົ່ງ, ບານເຕະ ປະເພດລະໜ່ວຍ ແລະ ກະຕໍ້ 3 ໜ່ວຍ, ເຄື່ອງນຸ່ງກິລາເຕະບານ 15 ຊຸດ, ຊຸດທີມກະຕໍ້ 6 ຊຸດ ແລະ ເສື້ອກຳມະການ 6 ຊຸດ ມອບໃຫ້ ມສ ປາກອູ.

+ນອກຈາກນັ້ນ, ກໍ່ຍັງມີ ນໍ້າໃຈຂອງ ທ່ານ ໂພສີແກ້ວ ໂພທິສານ ປະທານສະໂມສອນປະສານມິດ ຊຸກຍູ້ເຄື່ອງກິລາເຕະບານ ຈຳນວນ 15 ຊຸດ, ກະຕໍ້ 10 ໜ່ວຍ ແລະ ບານບ້ວງ 1 ໜ່ວຍ ລວມມູນຄ່າ 1 ລ້ານກີບ
 + ຈາກທ່ານ ວຽງສະຫວັນ ແສງຈັນ ປະທານສະຫະພັນບານເຕະ ນະຄອນຫຼວງວຽງຈັນ ຊ່ວຍເຫຼືອບານເຕະ 3 ໜ່ວຍ, ບານສົ່ງ 1 ໜ່ວຍ, ກະຕໍ້ 2 ໜ່ວຍ ມູນຄ່າ 1 ລ້ານກີບ ມອບໃຫ້ໂຮງຮຽນປະຖົມສຶກສາສົມບູນ ຫາດຍາ.

ຫຼັງພິທີມອບ-ຮັບສຳເລັດລົງແລ້ວ ໃນບັນຍາກດດັ່ງກ່າວ ກໍ່ຍັງໄດ້ມີການແຂ່ງຂັນເຕະບານ ນັດພິເສດ ເປັນການພົບກັນລະຫວ່າງ ເຈົ້າຖິ່ນ ທີມຄົກລິນ ເອັຟຊີ ພົບກັບ ທີມເດີຮາດຣ໋ອກ ເອັຟຊີ ຜົນປາກົດວ່າ ທັງສອງທີມກິນກັນບໍ່ລົງ ສະເໝີກັນໄປແບບສຸດມ່ວນ 4-4 ປະຕູ


ສ່ວນຕອນເຊົ້າວັນທີ 20 ມັງກອນ ໄດ້ນຳເອົາເຄື່ອງນຸ່ງມືສອງຈຳນວນຫນຶ່ງທີ່ລະດົມຈາກພາຍໃນທີມເດີຮາດຣ໋ອກເອັຟຊີ ແລະ ຈາກການລະດົມຈາກພາຍນອກຈຳນວນຫນຶ່ງ ໄປນຳໄປຊ່ວຍເຫຼືອພໍ່-ແມ່ປະຊາຊົນບ້ານຜາແດງ ເມືອງປາກອູ ແຂວງຫຼວງພະບາງ .



ໃນຕອນບ່າຍທີມເດີຮາດຣ໋ອກ ເອັຟຊີ ກໍ່ຮ່ວມກັນຈັດເຕະບານ ມິດຕະພາບກັບທີມກຸ່ມໝູ່ເພື່ອນຮັກແພງ ແຂວງຫຼວງພະບາງ ຜ່ານການແຂ່ງຂັນປະກົດວ່າ ທີມເດີຮາດຣ໋ອກ ເອັຟຊີ ໂຊຟອມເກັ່ງເອົາຊະນະໄປ 6-3 ປະຕູ.


ສ່ວນວັນທີ 21 ມັງກອນ ໃນຕອນເຊົ້າທີມງານເດີຮາກຣ໋ອກ ເອັຟຊີ ກໍພັກຜ່ອນທ່ອງທ່ຽວໃນຕົວເມືອງຫຼວງພະບາງ ຈາກນັ້ນໃນຕອນບ່າຍກໍເດີນທາງກັບນະຄອນຫລວງວຽງຈັນດ້ວຍຄວາມສະຫວັດດີພາບ


ແຫລ່ງທີ່ມາຈາກເຟສບຸກ  Noy Saylakham
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About Laos Postcard - Noy

0 comments:

Post a Comment

Powered by Blogger.