ທ່ອງທ່ຽວ

ສະເຫຼີມສະຫຼອງບຸນເກີຣເຜົ່າກຶມມຸ ແລະ ເປີດແຫຼ່ງທ່ອງທ່ຽວຖໍ້າສະຫວັນຮັກ ແລະ ນໍ້າຕົກຕາດ


ພິທີສະເຫຼີມສະຫຼອງບຸນເກີຣຂອງເຜົ່າກຶມມຸ ແລະ ເປີດແຫຼ່ງທ່ອງທ່ຽວຖໍ້າສະຫວັນຮັກ ແລະ ນໍ້າຕົກຕາດ ບ້ານຫ້ວຍຊ່າວ ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດຂື້ນໃນວັນທີ 19 ມັງກອນ 2018 ທີ່ໂຮງຮຽນປະຖົມບ້ານດັ່ງກ່າວ. ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຄໍາຜາຍ ແກ້ວບົວ ຮອງເລຂາພັກເມືອງ ປະທານແນວລາວສ້າງຊາດເມືອງໄຊຍະບູລີ ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ ແລະ ອົງການຈັດຕັ້ງມະຫາຊົນ, ທ່ານ ສົມນິດ ອໍລະສິນ ເລຂາພັກບ້ານ ນາຍບ້ານໆຫ້ວຍຊ່າວ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ແຂກຖືກເຊີນ, ພະນັກງານ, ອໍານາດການປົກຄອງບ້ານ ພ້ອມດ້ວຍພໍ່ແມ່ປະຊາຊົນພາຍໃນບ້ານເຂົ້າຮ່ວມ.


ໃນພິທີທ່ານ ສົມນິດ ອໍລະສິນ ນາຍບ້ານໆຫ້ວຍຊ່າວ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງບ້ານ ແລະ ປະຫວັດຄວາມເປັນມາຂອງຖໍ້າສະຫວັນຮັກ ເຊິ່ງທ່ານກ່າວວ່າ: ບ້ານຫ້ວຍຊ່າວ ປະກອບມີ 84 ຄອບຄົວ, ມີພົນລະເມືອງທັງໝົດ 560 ກ່ວາຄົນ, ຍິງ 260 ກ່ວາຄົນ, ແບ່ງເປັນ 8 ໜ່ວຍຄຸ້ມຄອງ, ມີ 4 ເຜົ່າຄື: ເຜົ່າລາວ, ກຶມມຸ, ໄປຼ ແລະ ເຜົ່າໄທດໍາ.
ພາຍໃນບ້ານມີເນື້ອທີ່ນາ 27,380 ແຮັກຕາ ຜົນຜະລິດໄດ້ 124 ພັນ 200 ກ່ວາໂຕນ, ເນື້ອທີ່ໄຮ່ 27,780 ແຮັກຕາ ຜະລິດໄດ້ 112 ພັນ 600 ກ່ວາໂຕນ, ສະເລ່ຍໃສ່ຫົວຄົນໜື່ງໄດ້ 420 ກິໂລຕໍ່ຄົນຕໍ່ປີ, ມີຄວາຍ 5 ໂຕ, ງົວ 221 ໂຕ, ແບ້ 55 ໂຕ, ໝູ 160 ກ່ວາໂຕ, ສັດປິກ 730 ກ່ວາໂຕ.


ທົ່ວບ້ານສາມາດສ້າງລາຍຮັບໄດ້ທັງໝົດ 49 ຕື້ 16 ລ້ານກ່ວາກີບ, ສະເລ່ຍໃສ່ຫົວຄົນໜື່ງໄດ້ 8 ລ້ານ 7 ແສນ  ກ່ວາກີບຕໍ່ຄົນຕໍ່ປີ ແລະ ຖໍ້າສະຫວັນຮັກ(ຖໍ້າຕະເລາະ) ເປັນຖໍ້າໜື່ງທີ່ຫ່າງຈາກບ້ານໄປທາງທິດເໜືອປະມານ 2,5 ກິໂລແມັດ ບ່ອນທາງຜ່ານກ່ອນຈະຮອດປາກຖໍ້າເປັນຈຸດທີ່ໜ້າອັດສະຈັນຫຼາຍ ເຊິ່ງປາກົດເຫັນຕົ້ນໄມ້ ຕັ້ງຢູ່ໂງ່ນຫີນ ແລະ ໃນຍາມຝົນຈະມີນໍ້າໄຫຼຜ່ານເປັນນໍ້າຕົກຕາດ,ບໍລິເວນປາກຖໍ້າຈະເປັນລັກສະນະໜ້າຜາຫີນທີ່ລວດລາຍຄ້າຍຄືຄົນມາຕົກແຕ່ງໄວ້ ແຕ່ສິ່ງທີ່ເຫັນວ່າໜ້າແປກອັດສະຈັນທີ່ສຸດຄືໜ້າຜາໄດ້ມີງ່າຫີນຢ່ອນລົງມາຄ້າຍຄືອະໄວຍະວະຂອງເພດຊາຍ ເວລາຝົນຕົກຈະມີນໍ້າໄຫຼລົງຕາມປາຍງ່າຫີນ ເບິ່ງຄືກັບຄົນຍ່ຽວ(ເບົາ) ສະນັ້ນຈື່ງເອີ້ນຊື່ວ່າ: ຖໍ້າສະຫວັນຮັກ. ໃນໂອກາດດຽວກັນນີ້ ຜູ້ເຂົ້າຮ່ວມ ກໍ່ໄດ້ຮັບຟັງຄໍາໂອ້ລົມຈາກທ່ານ ຄໍາຜາຍ ແກ້ວບົວ ຮອງເລຂາພັກເມືອງ ປະທານແນວລາວສ້າງຊາດເມືອງໄຊຍະບູລີ ແລະ ຮັບຊົມການສະແດງສີລະປະວັນນະຄະດີ ຈາກບ້ານ ແລະ ໂຮງຮຽນ ຕື່ມອີກ.





-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.