ທ່ອງທ່ຽວ

ບໍລິສັດ MMG ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ ບໍລິຈາກເພື່ອການບູລະນະພຣະທາດນາງລາວ


ບໍລິສັດ MMG ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ (MMG LXML ເຊໂປນ) ປະກອບສ່ວນ 42ລ້ານ ກີບ ໃນການບູລະນະປະຕິສັງຂອນພຣະທາດນາງລາວ ທີ່ເມືອງວິລະບູລີ, ແຂວງສະຫວັນນະເຂດ.
ໃນວັນທີ 16 ມັງກອນ 2018, ທີ່ຫ້ອງວ່າການປົກຄອງແຂວງສະຫວັນນະເຂດ, ທ່ານ ສະໝານ ອະເນກາ, ຜູ້ອຳນວຍການ ແລະຜູ້ຈັດການ ພົວພັນກັບຜູ້ມີສ່ວນຮ່ວມ ບໍລິສັດ MMG LXML ເຊໂປນ ໄດ້ມອບທຶນປະກອບສ່ວນ ເປັນຈຳນວນ 42ລ້ານ ກີບ ໃຫ້ແກ່ທ່ານ ຄໍາພູນ ຕຸໄພທູນ ຮອງເຈົ້າແຂວງສະຫວັນນະເຂດ ໂດຍການເຂົ້າຮ່ວມເປັນສັກຂີພະຍານຂອງບັນດາການນຳ ແລະ ຜູ້ຕາງໜ້າຈາກທັງສອງຝ່າຍ.

ທ່ານ ສະໝານ ອະເນກາ ກ່າວວ່າ: “ຂ້າພະເຈົ້າມີຄວາມພາກພູມໃຈ ຕໍ່ກັບການປະກອບສ່ວນເພື່ອປົກປັກຮັກສາມູນມໍລະດົກ ທີ່ສຳຄັນທີ່ສຸດທາງປະຫວັດສາດຂອງຊຸມຊົນທ້ອງຖິ່ນ ຊາວເມືອງວິລະບູລີ” ທ່ານ ກ່າວຕື່ມອີກວ່າ “ສິ່ງນີ້ໄດ້ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນໃນການປົກປັກຮັກສາມໍລະດົກວັດທະນະທຳ ໄວ້ໃຫ້ລູກຫຼານຮຸ່ນສືບທອດຂອງຊຸມຊົນທ້ອງຖິ່ນ ກໍ່ຄື ປະຊາຊົນລາວທົ່ວປະເທດ”.

ໃນເດືອນຕຸລາ 2017, MMG LXML ເຊໂປນ ໄດ້ສະໜອງທຶນ 53.000 ໂດລາສະຫະລັດ ເຂົ້າໃນການປັບປຸງອາຄານວາງສະແດງວັດຖຸບູຮານຫຼັງທີ 2 ເພື່ອເພີ່ມຫ້ອງວາງສະແດງ ແລະ ສະຖານທີ່ຈັດງານຕ່າງໆ. ອາຄານຫຼັງໃໝ່ນີ້ ແມ່ນເພີ່ມເຕີມ ຈາກຫໍວັດທະນາທຳ ວິລະບູລີ ຫຼັງທີ 1 ທີ່ໄດ້ຮັບທຶນສະໜັບສະໜູນຈາກ LXML ປະມານ 150.000 ໂດລາສະຫະລັດ ໃນປີ 2013, ເຊິ່ງເຮັດໃຫ້ມູນຄ່າລວມ ໃນການກໍ່ສ້າງທັງສອງອາຄານ ຫຼາຍກວ່າ 200.000 ໂດລາສະຫະລັດ.

ພຣະທາດນາງລາວມີປະຫວັດຄວາມເປັນມາອັນຍາວນານຕໍ່ປະເທດລາວ ແລະ ຊຸມຊົນທ້ອງຖິ່ນຂອງບໍ່ຄຳ-ທອງເຊໂປນ. ພຣະທາດນາງລາວໄດ້ຮັບການກໍ່ສ້າງຂື້ນປະມານປີ 1825 ໃນຍຸກສະໄໝການປົກຄອງຂອງ ສົມເດັດ ເຈົ້າອານຸວົງ ມະຫາຣາດ ຜູ້ເປັນອົງວິລະກະສັດຂອງອານາຈັກລາວລ້ານຊ້າງ. ພຣະທາດນາງລາວຖືວ່າເປັນໜຶ່ງໃນຊັບສົມບັດປູຊະນີຍະສະຖານອັນມີຄ່າທີ່ສຸດຂອງປະຊາຊົນຊາວ ແຂວງສະຫວັນນະເຂດ, ເມືອງວິລະບູລີ ແລະ ຊຸມຊົນເຈົ້າພາບຂອງບໍ່ຄຳ-ທອງເຊໂປນ.

ຜ່ານການເວລາຫຼາຍຮ້ອຍປີ ແລະ ຈາກຜົນກະທົບຂອງສົງຄາມອິນດູຈີນ ພຣະທາດນາງລາວໄດ້ມີການຊຸດໂຊມເພພັງ. ຊຶ່ງປະຈຸບັນ ອໍານາດການປົກຄອງຂັ້ນສູນກາງ, ແຂວງ ແລະ ເມືອງ ແລະ ຊຸມຊົນທ້ອງຖິ່ນ ໄດ້ຮ່ວມກັນປະກອບສ່ວນເປັນທຶນຮອນ ແລະ ວັດຖຸອຸປະກອນສົມທົບໃນການບູລະນະຊັບສົມບັດທີ່ມີຄຸນຄ່າທາງປະຫວັດສາດນີ້.

ບຸນປະເພນີປະຈຳປີຂອງພຣະທາດນາງລາວ ໄດ້ຈັດຂື້ນໃນມື້ ຂຶ້ນ 3 ຄ່ຳ ເດືອນ 3 ຊຶ່ງກົງກັບວັນທີ 19 ມັງກອນ ຂອງປີນີ້.

ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ, ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ, ບັນດາການນຳຈາກກະຊວງ, ທ່ານ ຄໍາຜຸຍ ສີບຸນເຮືອງ ເຈົ້າເມືອງວິລະບູລີ, ເຈົ້າເມືອງຈາກ 15 ເມືອງໃນແຂວງສະຫວັນນະເຂດ ໄດ້ຮ່ວມກັນຈັດກິດຈະກຳລະດົມທຶນ ເຂົ້າຮ່ວມງານບຸນປະເພນີ ຢ່າງພ້ອມພຽງ.
ແຫລ່ງທີ່ມາຈາກMMG ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About Laos Postcard - Noy

0 comments:

Post a Comment

Powered by Blogger.