LU02

ມອບເຄື່ອງໃຫ້ກຳລັງໃຈອ້າຍນ້ອງທະຫານທີ່ແຂວງໄຊສົມບູນ


ອ້າຍນ້ອງທະຫານເປັນຮົ້ວປ້ອງກັນຊາດ ຍາມສົງຄາມ, ມີສະພາບຫຍຸ້ງຍາກເພິ່ນເປັນຜູ້ຢູ່ດ່ານໜ້າໃຫ້ຜູ້ທາງຫຼັງໄດ້ສຸກສະບາຍ ຍາມສັນຕິສຸກເພິ່ນກໍ່ຍັງບໍ່ຢຸດຝຶກຊ້ອມ ແລະຍັງຂະຫຍັນສ້າງສັນຜົນງານອື່ນໆສ້າງເສດຖະກິດຄອບຄົວ ຈິ່ງຄວນໃຫ້ກຳລັງໃຈເພິ່ນຫຼາຍໆຫາກມີເງື່ອນໄຂ.



ເນື່ອງໃນໂອກາດວັນທີ 20 ມັງກອນ ຜ່ານມາທີມງານຮ່ວມໃຈຊ່ວຍທຸກ (ຮຊທ) ທີ່ຜ່ານມາ ໄດ້ລະດົມທຶນຊ່ວຍເຫຼືອອຸປະກອນການສຶກສາແລະກິລາຊ່ວຍ ພ້ອມທັງຊ່ວຍສ້າງໂຮງຮຽນທຸກຍາກ ນັ້ນໄດ້ຮ່ວມກັບຫຼາຍພາກສ່ວນເປັນ ມສ ລາວ_ວຽດ, ອະດິດ ມສ ໂພນໝີ ແລະ ທີມ ວິທະຍາຄານໄກສອນ ໄດ້ຮ່ວມແຮງຮ່ວມໃຈລົງໃຫ້ການຊ່ວຍເຫຼືອວັດຖຸທີ່ຈຳເປັນໃຫ້ແກ່ທະຫານແຂວງໄຊສົມບູນເນື່ອງໃນໂອກາດວັນທີ 20 ມັງກອນ ວັນສ້າງຕັ້ງກອງທັບປະຊາຊົນລາວ ເພື່ອເປັນຂັວນກຳລັງໃຈແກ່ອ້າຍນ້ອງທະຫານ.














-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ




About see

0 comments:

Post a Comment

Powered by Blogger.