LU02

ປ່ຽນບັນຍາກາດພາທ່ານສຳຜັດ ວິຖີຊົນເຜົ່າທີ່ພາກເໜືອ


ລາວເຮົາຖ້າຮັກສາໄດ້ຈະກາຍເປັນປະເທດເປົ້າໝາຍປາຍທາງການທ່ອງທ່ຽວໄປອີກຍາວໄກ ຫຼາຍຊົນເຜົ່າແຕ່ເໜືອຕະຫຼອດໃຕ້ຕ່າງກໍ່ມີຮີດຄອງປະເພນີ, ການນຸ່ງຖື ແລະການກິນຢູ່ທີ່ເປັນເອກະລັກ ແຕກຕ່າງກັນໄປຊຶ່ງສາມາດສ້າງຄວາມປະທັບໃຈແກ່ແຂກຄົນທາງພາຍໃນ ແລະຕ່າງປະເທດໄດ້ເປັນຢ່າງດີດັ່ງເຜົ່າອາຄາທີ່ແຂວງຫຼວງນ້ຳທາ ພາບທີ່ທ່ານກຳລັງເຫັນຢູ່ນີ້.


ທຸກວັນນີ້ການນຸ່ງຖືເປັນຊົນເຜົ່າດັ້ງເດີມບໍ່ຄ່ອຍປະກົດເຫັນແລ້ວ ຈະມີກໍ່ພຽງງານເທດສະການທີ່ປະຊາຊົນແຕ່ລະເຜົ່າໄດ້ນຸ່ງຊຸດພື້ນບ້ານເປັນຂະບວນການ ລວມເຖິງເຮືອນຊານບ້ານຊ່ອງກໍ່ຄ່ອຍໆປ່ຽນໄປຕາມຍຸກສະໄໝທີ່ມີການເຊື່ອມໂຍງ.


ແນວໃດກໍ່ດີ ເພື່ອເປັນການອະນຸລັກຮັກສາວັດທະນະທຳຂອງປະຊາຊົນບັນດາເຜົ່າໃຫ້ຢືນຍົງຄົງຢູ່ກັບຊາດລາວຕະຫຼອດໄປນັ້ນ ມີຄວາມຈຳເປັນທີ່ຕ້ອງມີໜ່ວຍງານປົກປ້ອງສົ່ງເສີມວັດທະນະທຳເຫຼົ່ານັ້ນດ້ວຍການສະຫງວນສະຖານທີ່ ສົ່ງເສີມການສ້າງວຽກເຮັດງານທຳຈາກລັກສະນະເອກະລັກຂອງເຜົ່າ ຕົວຢ່າງການຈັກສານ, ແກະສະລັກ, ແສ່ວຜ້າແພຕ່າງໆ.


ເພິ່ນຜູ້ຖ່າຍຮູບມາໃຫ້ເບິ່ງບອກວ່າຖ້າທ່ານຢາກເຫັນບັນຍາກາດແບບນີ້ ໃຫ້ໄປຍາມບຸນຍາມງານ ແຕ່ຈະຈັດຂຶ້ນເມື່ອໃດນັ້ນແອັດມິນກໍ່ບໍ່ຮູ້ ຕ້ອງອາໄສຖາມນຳປະຊາຊົນຈິ່ງຈະຮູ້ໄດ້.








Photo Credit: Noy Xayatham

-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About see

0 comments:

Post a Comment

Powered by Blogger.