ກອງທັບ

ລັດຖະມົນຕີກະຊວງປ້ອງກັນປະເທດ ສ ຣັດເຊຍ ຢ້ຽມຢາມ ສປປ ລາວ ພ້ອມຕົກລົງໃຫ້ການຊ່ວຍເຫລືອ ດ້ານເຕັກນິກການທະຫານ


ຂປລ. ໂດຍຕອບສະໜອງຄຳເຊີນ ຂອງສະຫາຍ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ໃນວັນທີ 22 ມັງ ກອນ 2018 ນີ້ ສະຫາຍ ພົນເອກ ເຊຣເກ ໂຊຍກູ ລັດຖະມົນຕີກະຊວງປ້ອງກັນປະເທດ ສ ຣັດເຊຍ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຢ່າງເປັນທາງການ.

         ພິທີຕ້ອນຮັບຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງສົມກຽດ ໃນຕອນບ່າຍຂອງວັນທີ 22 ມັງກອນ 2018 ຢູ່ທີ່ກະຊວງປ້ອງກັນປະເທດ, ໂດຍມີ ສະຫາຍ ພົນໂທ ຈັນສະໝອນ ຈັນຍາລາດ ພ້ອມດ້ວຍນາຍທະຫານຂັ້ນສູງ ກອງທັບປະຊາຊົນລາວ ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ສົມກຽດ.

         ຫລັງຈາກພິທີຕ້ອນຮັບຢ່າງເປັນທາງການແລ້ວ, ທັງສອງຝ່າຍໄດ້ຮ່ວມພົບປະຫາລືແລກປ່ຽນສະພາບ ແລະ ບົດຮຽນເຊິ່ງກັນ ແລະ ກັນໃນຂົງເຂດຕ່າງໆ ພາຍໃຕ້ບັນຍາກາດແຫ່ງຄວາມສະໜິດສະໜົມ, ໄມຕີຈິດມິດຕະພາບ, ຄວາມເຂົ້າອົກ ເຂົ້າໃຈເຊິ່ງກັນ ແລະ ກັນ ຢ່າງກົງໄປກົງມາ, ພ້ອມທັງທົບທວນຄືນ ແລະ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມື ທີ່ເປັນມູນເຊື້ອອັນດີງາມ ທີ່ມີມາແຕ່ຍາວນານ ບົນພື້ນຖານແຫ່ງຄວາມໄວ້ເນື້ອເຊື້ອໃຈ, ການຊ່ວຍເຫລືອເຊິ່ງກັນ ແລະ ກັນ ໄດ້ຮັບການເສີມຂະຫຍາຍ ແລະ ສືບຕໍ່ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ເຊິ່ງສະແດງອອກ ໃນການແລກປ່ຽນຄະນະຜູ້ແທນການທະຫານຂັ້ນຕ່າງໆ, ການຮ່ວມມືດ້ານຄວາມໝັ້ນຄົງ, ການຮ່ວມມືໃນຂົງເຂດວຽກງານເກັບກູ້ລະເບີດ ເພື່ອມະນຸດສະທຳ, ການຊ່ວຍເຫລືອໃນການພັດທະນາຊັບພະຍາ ກອນມະນຸດ ແລະ ດ້ານເຕັກນິກການທະຫານ.

         ໃນຊຸມປີຕໍ່ໜ້າ, ສອງກະຊວງປ້ອງກັນປະເທດ ລາວ-ຣັດເຊຍ ຈະສືບຕໍ່ເສີມຂະຫຍາຍການພົວພັນການຮ່ວມມື ທີ່ເປັນມູນເຊື້ອອັນດີງາມແລ້ວນັ້ນ ໃຫ້ເຕີບໃຫຍ່ຂະຫຍາຍຕົວ ແລະ ມີໝາກຜົນສູງກວ່າເກົ່າ ເພື່ອຍົກລະດັບການພົວພັນຮ່ວມມື ລະຫວ່າງສອງຊາດ, ສອງກອງທັບ ລາວ-ຣັດເຊຍ ໃຫ້ສູງເດັ່ນຂຶ້ນໃນໄລຍະໃໝ່.

         ພາຍຫລັງສຳເລັດການພົບປະສອງຝ່າຍ ກໍໄດ້ມີພິທີເຊັນມອບຮັບການຊ່ວຍເຫລືອ ດ້ານເຕັກນິກການທະຫານ ຈາກກະຊວງປ້ອງກັນປະເທດ ສ ຣັດເຊຍ, ຈາກນັ້ນ ຄະນະຜູ້ແທນການທະຫານຂັ້ນສູງ ສ ຣັດເຊຍ ກໍໄດ້ເດີນທາງ ໄປວາງພວງ ມາລາ ຢູ່ທີ່ອານຸສາວະລີນັກຮົບນິລະນາມ ແລະ ເຂົ້າຮ່ວມງານລ້ຽງ.



-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.