LU02

ລປພ ຖືກແທງເຈັບສາຫັດທີ່ບ້ານໜອງບອນ



ທ່ຽງຄືນຂອງໃນວັນທີ 22/1/2018 ເວລາ ປະມານ 00:38 ນາທີ ໄດ້ມີຄົນຮ້າຍໄປແທງ ລປພ ຄົນໜຶ່ງທີ່ພວມປະຕິບັດໜ້າທີ່ຢູ່ເຂດບ້ານໜອງບອນເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ ເຈັບສາຫັດເລືອດອອກຫຼາຍຈົນບໍ່ໄດ້ສະຕິແລ້ວ ຈິ່ງແຈ້ງຫາກູ້ໄພໃຫ້ຊ່ວຍນຳສົ່ງໂຮງໝໍ ຕອນນີ້ບໍ່ຮູ້ອາການເປັນແນວໃດ.



ຕາມລາຍງານຈາກໜ່ວຍກູ້ຊີບ-ກູ້ໄພ ນະຄອນຫຼວງອອກກວດສອບທີ່ເກີດເຫດພົບເຫັນຜູ້ບາດເຈັບ 1ຄົນ ເປັນເພດຊາຍ.(ຍັງບໍ່ຮູ້ສາເຫດທີ່ແນ່ນອນ) ມີອາການເບຶ້ອງຕົ້ນແມ່ນ ບໍ່ມີສະຕີ ແລະ ມີບາດແຜທີ່ຖືກແທງດ້ວຍມີດປາຍແຫຼມເຂົ້າກ່ອງແຂນຊ້າຍແລະຄົນເຈັບແມ່ນເສຍເລືອດຫລາຍ(ອາການສາຫັດ). ດັ່ງນັ້ນ ໜ່ວຍກູ້ໄພນະຄອນຫຼວງຈຶ່ງປະຖົມພະຍາບານເບື້ອງຕົ້ນແລ້ວນຳສົ່ງໂຮງໝໍມິດຕະພາບ150ຕຽງ



-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About see

0 comments:

Post a Comment

Powered by Blogger.