LU03

ໄປເບິ່ງນໍາກັນເລີຍ! ຕໍານານນັກເຕະກຽມນໍາ ຂັນແຊັມບານໂລກ ເດີນທາງມາໃຫ້ ຊາວລາວໄດ້ເບິ່ງ ທ້າຍອາທິດນີ້


   ບໍລິສັດລາວໂຄຄາ-ໂຄລາ ບ໋ອດຕຼິງ ຈໍາກັດ ຖືເປັນກຽດຮຽນເຊີນແຟນບານໄປຮ່ວມຊົມ ຂັນແຊັມບານໂລກ ຂັນໃຫຍ່ທີ່ສຸດໃນວົງການບານເຕະ ໃນງານເປີດການບານເຕະນັກຮຽນສາມັນ ໂຄປາ ໂຄຄາ-ໂຄລາ ລາວ 2018 ລຸ້ນອາຍຸບໍ່ເກີນ 16 ປີ ໃນວັນທີ 28 ມັງກອນນີ້ ທີ່ວຽງຈັນເຊັນເຕີ ໃນຕອນເຊົ້າ ແລະ ຕອນແລງທີ່ສະໜາມເຈົ້າອານຸວົງ (ສ່ວນລາຍລະອຽດເວດລາ ແອັດມິນນົກ ຈະແຈ້ງອີກເທື່ອໜຶ່ງ).
CHRISTIAN KARAMBEU

   ເຊິ່ງໃນທີ 28 ມັງກອນ 2018 ຂັນແຊັມບານເຕະໂລກຂອງແທ້ ທີ່ເດີນທາງມາລາວເປັນຄັ້ງທຳອິດໂດຍຕຳນານ ນັກເຕະອະດີດທີມຊາດຝຣັ່ງຢ່າງ ທ່ານ ຄຣິດຕຽນ ຄາແລມເບີ ( CHRISTIAN KARAMBEU ) ຈະເປັນຜູ້ນຳຂັນດັ່ງກ່າວເຂົ້າເດີ່ນ ແລະ ກ່າວສ້າງແຮງບັນດານໃຈໃຫ້ແກ່ ນັກກິລາບານເຕະ ທີມໂຮງຮຽນຈາກ 9 ຕົວເມືອງທີ່ມາຮ່ວມແຂ່ງຂັນລາຍການດັ່ງກ່າວ. ນອກຈາກນັ້ນບັນດາທີມ ໂຮງຮຽນຈາກ 9 ຕົວເມືອງ ຍັງມີໂອກາດຖ່າຍຮູບຮ່ວມກັບຂັນບານເຕະໂລກດັ່ງກ່າວ.




-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About larmkp

0 comments:

Post a Comment

Powered by Blogger.