ລັດຖະບານ

ລັດຖະບານ ກຽມປັບຂຶ້ນຄ່າແຮງງານຂັ້ນຕໍ່າ


ຂປລ. ລັດຖະບານມີແຜນ ປັບຂຶ້ນຄ່າແຮງງານຂັ້ນຕ່ຳ, ໂດຍ 3 ອົງການ ຜູ້ຕາງໜ້າກໍາ​ລັງຫາລື ຄົ້ນຄວ້າຮ່ວມກັນ ໃຫ້ຢູ່ໃນລະດັບທີ່ເໝາະສົມກ່ອນ ທີ່ຈະລາຍງານຕໍ່ລັດຖະບານ ເພື່ອກ້າວໄປ ສູ່ການຈັດຕັ້ງປະຕິບັດ ໃນຂັ້ນຕໍ່ໄປ. ທັງນີ້, ຄາດວ່າອັດຕາໃໝ່ຈະກາຍ 1 ລ້ານກີບຕໍ່ຄົນຕໍ່ເດືອນ.

ທ່ານ ພົງໄຊສັກ ອິນຖາລາດ ຫົວໜ້າກົມຄຸ້ມຄອງແຮງງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເຜີຍໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ຕະຫລອດໄລຍະຜ່ານມາ ກົມຄຸ້ມຄອງແຮງງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຕາງໜ້າໃຫ້ລັດຖະບານຮ່ວມກັບ 2 ອົງການ ຄື ສູນກາງສະຫະພັນກຳມະບານລາວ ແລະ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ດຳເນີນການຄົ້ນຄວ້າ ປັບປຸງຄ່າແຮງງານ ຂັ້ນຕ່ຳ ຢູ່ ສປປ ລາວ ມາແລ້ວ 7 ຄັ້ງນັບແຕ່ປີ 1991 ທີ່ມີຄ່າ​ແຮງ​ງານ 26.000 ກີບຕໍ່ຄົນຕໍ່ເດືອນມາເປັນ 36.400 ກີບໃນປີ 1997, ປີ 2000 ເປັນ 93.600 ກີບ, ປີ 2005 ມາເປັນ 290.000 ກີບ, ປີ 2009 ມາເປັນ 348.000 ກີບຕໍ່ຄົນຕໍ່ເດືອນ, 626.000 ກີບ ໃນປີ 2011 ແລະ ຕົກມາໃນປີ 2015 ໄດ້ ປັບຂຶ້ນເປັນ 9 ແສນກີບຕໍ່ຄົນຕໍ່ເດືອນ.


ທ່ານ ພົງໄຊສັກ ອິນຖາລາດ ກ່າວຕື່ມວ່າ: ຜ່ານການຈັດຕັ້ງປະຕິບັດອັດຕາ 9 ແສນເປັນເວລາ 3-4 ປີມານີ້, ອີງໃສ່ສະພາບເສດຖະກິດ-ສັງຄົມ ແມ່ນມີການພັດທະນາຢ່າງຕໍ່ເນື່ອງ ​ແລະ ທັງໃຫ້ສອດຄ່ອງ ກັບຄ່າຄອງຊີບໃນປັດຈຸບັນ ຈຶ່ງໄດ້ມີການສະເໜີ​ໃຫ້​ ມີ​ການພິຈາລະນາ ປັບປຸງຄ່າແຮງງານຂັ້ນຕ່ຳຊຸດໃໝ່, ພາຍຫລັງທີ່ອົງການ 3 ຝ່າຍໄດ້ນໍາສະເໜີນັ້ນ ແລະ ເຫັນດີຮ່ວມກັນຫາລື ກັບລັດຖະບານ, ໂດຍໄດ້ ມອບໜ້າທີ່ໃຫ້ອົງການ 3 ຝ່າຍ ດໍ​າເນີນການຄົ້ນຄວ້າ ຕາມຄວາມເປັນໄປໄດ້ ໃນການເພີ່ມຄ່າແຮງງານຕ່ຳສຸດ ເປັນຕົ້ນແມ່ນ ສູນກາງສະຫະພັນ ກຳມະບານລາວຄົ້ນຄວ້າ ແລະ ນຳສະເໜີລະດັບຄ່າແຮງງານ ຂັ້ນຕ່ຳສຸດທີ່ຜູ້ອອກແຮງງານຢູ່ ສປປ ລາວ ຄວນໄດ້ຮັບ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຄົ້ນຄວ້າຕາມຄວາມ ເປັນໄປໄດ້ ຫລື ຄວາມອາດສາມາດຕົວຈິງ ທີ່ຈະເພີ່ມລະດັບ ຄ່າແຮງງານ ຂັ້ນຕ່ຳຂຶ້ນຕື່ມ.

ສ່ວນກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສຶກສາຄົ້ນຄວ້າຕາມຄວາມເໝາະສົມ ຮ່ວມກັບບັນດາຂະແໜງການຂອງລັດທີ່ກ່ຽວຂ້ອງ ຕົ້ນຕໍແມ່ນ ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ, ກະຊວງສາທາລະນະສຸກ, ຫ້ອງການກອງທຶນປະກັນສັງຄົມແຫ່ງຊາດ, ຄະນະເສດຖະສາດ ຂອງມະຫາວິທະຍາໄລແຫ່ງຊາດ, ສະຖາບັນຄົ້ນຄວ້າ ເສດຖະກິດແຫ່ງຊາດ ແລະ ອື່ນໆ ເພື່ອເບິ່ງຜົນກະທົບຕ່າງໆ ທີ່ຈະມີຜົນຕາມມາຕໍ່ ລະບົບເສດຖະກິດ ຂອງປະເທດ ຈາກການເພີ່ມຂຶ້ນຄ່າແຮງງານ, ຊຶ່ງເປັນປັດໄຈ ການຜະລິດ ທີ່ສຳຄັນອັນໜຶ່ງໃນລະບົບເສດຖະກິດ ເພື່ອໃຫ້ເລີ່ມຈັດຕັ້ງ ປະຕິບັດພາຍໃນປີ 2018 ນີ້.

ອີງຕາມຂໍ້ມູນຈາກກົມຄຸ້ມຄອງແຮງງານ ເປີດເຜີຍວ່າ: ໃນທ້າຍເດືອນມັງກອນ 2018 ທັງ 3 ອົງການ ຈະມີການເປີດກອງປະຊຸມປຶກສາຫາລື ກ່ຽວກັບວຽກງານ ດັ່ງກ່າວ ກັນອີກເທື່ອໜຶ່ງ ເພື່ອຫາຄວາມເປັນເອກະພາບ ໃນດ້ານຈຳນວນທີ່ເພີ່ມຂຶ້ນ. ທັງນີ້, ມີຂ່າວທີ່ບໍ່ເປັນທາງການ ເປີດເຜີຍໃຫ້ຮູ້ວ່າ: ໃນອັດຕາຄ່າແຮງງານຂັ້ນຕໍ່າໃໝ່ນີ້ ອາດຈະມີຈຳນວນສູງກວ່າ 1 ລ້ານກີບ.

ໃນໄລຍະຜ່ານມາ, ເຈົ້າໜ້າທີ່ກວດກາແຮງງານ ທີ່ຖືກແຕ່ງຕັ້ງ 77 ຄົນ ໄດ້ມີຄວາມເອົາໃຈໃສ່ ລົງຊຸກຍູ້ຕິດຕາມ ແລະ ປະເມີນການຈັດຕັ້ງປະຕິບັດ ກົດໝາຍແຮງງານ, ໂດຍສະເພາະ ການປະຕິບັດຄ່າແຮງງານ ຂັ້ນຕໍ່າຢູ່ບັນດາຫົວໜ່ວຍທຸລະກິດ ໃນຂອບເຂດທົ່ວປະເທດ ຢ່າງເປັນປະຈຳ ໃນນັ້ນຈຸດເນັ້ນໜັກ ແມ່ນເລັ່ງໃສ່ຂົງເຂດອຸດສາຫະກຳ, ໂຮງຈັກໂຮງງານ, ໂຄງການກໍ່ສ້າງຂະໜາດໃຫຍ່, ເຂື່ອນໄຟຟ້າ ແລະ ຫົວໜ່ວຍທຸລະກິດຕ່າງໆ ໄດ້ 3.053 ຫົວໜ່ວຍ, ລວມມີແຮງງານທັງໝົດ 85.056 ຄົນ, ຍິງ 32.505 ຄົນ, ແຮງງານລາວ 67.524 ຄົນ, ຍິງ 28.852 ຄົນ, ໃນນັ້ນກວດກາ ແລະ ຕິດຕາມການ ຈັດຕັ້ງປະຕິບັດ ກົດໝາຍຢູ່ເຂດອຸດສາຫະກຳ ມີ 2.787 ຫົວໜ່ວຍ, ຂະແໜງກະສິກຳ 423 ຫົວໜ່ວຍ, ຂະແໜງການບໍລິ ການ 1.963 ຫົວໜ່ວຍ, ເງິນເດືອນສະເລ່ຍ ຫລື ຄ່າແຮງງານຂອງຜູ້ອອກແຮງງານ ຢູ່ຂະແໜງກະສິກຳ​ແມ່ນ 1.100.000 ກີບຕໍ່ຄົນຕໍ່ເດືອນ, ຂະແໜງອຸດສາຫະກຳແມ່ນ 1.200.000 ກີບຕໍ່ຄົນຕໍ່ເດືອນ ແລະ ຂະແໜງການບໍລິການ 2.500.000 ກີບຕໍ່ຄົນຕໍ່ເດືອນ.



-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.