ບັນຫາຊາຍແດນ

ລາວ-ໄທ ກຳນົດເປົ້າໝາຍ ການປັກຫຼັກໝາຍ ຊາຍແດນໃຫ້ສຳເລັດໃນປີ 2020 ແລະ ທາງນ້ຳໃຫ້ສຳເລັດໃນປີ 2021


ຄະນະຜູ້ແທນຝ່າຍລາວ ນຳໂດຍ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະ ຊວງການຕ່າງປະເທດ ແຫ່ງ ສປປ ລາວ ປະທານຄະນະກຳ ມາທິການຊາຍແດນຮ່ວມລາວ- ໄທ ແລະ ຄະນະຜູ້ແທນຝ່າຍ ໄທ ນຳໂດຍທ່ານ ດອນ ປຣະ ມັດວິໄນ ລັດຖະມົນຕີກະຊວງ ການຕ່າງປະເທດ ແຫ່ງ ຣາຊະ ອານາຈັກໄທ ໄດ້ເຂົ້າຮ່ວມກອງ ປະຊຸມຄະນະກຳມາທິການ ຊາຍແດນຮ່ວມລາວ-ໄທ ຄັ້ງ ທີ 11 ໃນລະຫວ່າງວັນທີ 17- 19 ມັງກອນ 2018 ທີ່ບາງ ກອກ ຣາຊະອານາຈັກໄທ.

ກອງປະຊຸມໄດ້ທົບທວນ ຄືນຜົນຂອງການຈັດຕັ້ງປະຕິ ບັດບົດບັນທຶກກອງປະຊຸມຄະ ນະກຳມາທິການຊາຍແດນ ຮ່ວມລາວ-ໄທ ຄັ້ງທີ 10 ນັບ ແຕ່ປີ 2015 ເປັນຕົ້ນມາ ແລະໄດ້ຕີລາຄາສູງຕໍ່ຜົນຂອງການ ສຳຫຼວດ ແລະ ປັກຫຼັກໝາຍ ຊາຍແດນຮ່ວມໃນໄລຍະ 2 ປີ ຜ່ານມາວ່າ: ໄດ້ມີບາດກ້າວ ແລະ ຄວາມຄືບໜ້າໃນລະດັບ ໜຶ່ງ; ເຖິງຢ່າງໃດກໍດີ ການແກ້ ໄຂບັນຫາຊາຍແດນທີ່ຍັງຄົງ ຄ້າງນັ້ນ ບໍ່ສຳເລັດຕາມເປົ້າ ໝາຍທີ່ໄດ້ວາງໄວ້, ແຕ່ໄດ້ ເພີ່ມຄວາມໄວ້ເນື້ອເຊື່ອໃຈ ແລະ ເຂົ້າອົກເຂົ້າໃຈຊຶ່ງກັນ ແລະ ກັນຫຼາຍຂຶ້ນ ເພື່ອພ້ອມ ກັນຊອກຊ່ອງທາງແກ້ໄຂບັນ ຫາທີ່ຍັງຄົງຄ້າງໃຫ້ສຳເລັດ ໂດຍໄວ.

ກອງປະຊຸມຄັ້ງນີ້ ໄດ້ ຮັບຮອງເອົາບັນດາບົດບັນທຶກ ກອງປະຊຸມຄະນະເຈົ້າໜ້າທີ່ ອາວຸໂສຮ່ວມລາວ-ໄທ ຈຳ ນວນ 4 ສະບັບ ແລະ ບົດບັນ ທຶກກອງປະຊຸມຄະນະອະນຸ ກຳມະການເຕັກນິກຮ່ວມລາວ- ໄທ ຈຳນວນ 3 ສະບັບ. ພ້ອມກັນນັ້ນ ກອງປະຊຸມ ຍັງໄດ້ຮັບຮອງ ແລະ ຮັບຊາບ ຜົນການສຳຫຼວດ ແລະ ປັກຫຼັກ ໝາຍຊາຍແດນທາງບົກລະ ຫວ່າງລາວ-ໄທຂອງຄະນະອະ ນຸກຳມະການເຕັກນິກຮ່ວມ ລາວ-ໄທ ຕັ້ງແຕ່ວັນທີ 21 ທັນ ວາ 2014 ເຖິງວັນທີ 31 ກໍລະ ກົດ 2017 ເປັນຕົ້ນການສຳ ຫຼວດ ແລະ ກຳນົດສັນຍາລັກ ບໍລິເວນແກ້ງຜາໄດ, ການສ້ອມ ແປງຄືນຫຼັກໝາຍເລກທີ 2-05 ທີ່ຖືກທຳລາຍ;

ການເຮັດບົດ ຊີ້ແຈງເຫດຜົນການຂີດເນັ່ງສັນ ປັນນ້ຳບໍລິເວນພູຜາໝົ່ນ, ການ ຂີດເສັ້ນຊາຍແດນທີ່ສະເໜີບໍ ລິເວນຊ່ອງທາງບ້ານຮວກ- ກິ່ວຫົກ, ການສຳຫຼວດເກັບ ລາຍລະອຽດ ແລະ ແຕ້ມແຜນ ຜັງສະໜາມບໍລິເວນຫຼັກໝາຍ ຊາຍແດນ ເລກທີ 33-34, ການດຳເນີນການສຳຫຼວດ ເພີ່ມເຕີມບໍລິເວນສາມບ້ານ ຂອງຄະນະອະນຸກຳມະການ ເຕັກນິກຮ່ວມລາວ-ໄທ, ຜົນ ການສຳຫຼວດເກັບກຳຂໍ້ມູນຕົວ ຈິງຕາມລຳນ້ຳເຫືອງ, ຜົນການ ສ້າງແຜນທີ່ມາດຕາສ່ວນ 1:5000 ບໍລິເວນຫ້ວຍໂດນ, ຜົນການດຳເນີນການສຳຫຼວດ ເພີ່ມເຕີມບໍລິເວນທົ່ງໜອງບົວ ຂອງຄະນະອະນຸກຳມະການ ເຕັກນິກ ແລະ ຮັບຮອງເອົາ ການກວດກາ ແລະ ປັບປຸງຄ່າ ພິກັດຂອງຈຸດຕາໜ່າງຄອບງຳ ພື້ນຖານດາວທຽມ (GPS).


ສຳລັບຊາຍແດນລາວ- ໄທທາງນ້ຳ: ກອງປະຊຸມໄດ້ ຮັບຊາບ: 1. ຜົນການສ້າງແຜນທີ່ ແມ່ນ້ຳຂອງສະບັບໃໝ່ ມາດ ຕາສ່ວນ 1:25000 ຈຳນວນ 115 ເລກໝາຍ.
 2. ຜົນການດຳເນີນການ ຖ່າຍທອດເສັ້ນຊາຍແດນລົງ ໃນແຜນທີ່ແມ່ນ້ຳຂອງສະບັບ ໃໝ່ ມາດຕາສ່ວນ 1:25000. 3. ຜົນການດຳເນີນການ ສຳຫຼວດວັດແທກດ້ວຍເຄື່ອງ ຮັບສັນຍານດາວທຽມ GPS ຕາມຝັ່ງແມ່ນ້ຳຂອງເບື້ອງຝັ່ງ ໄທ ທັງໝົດຈຳນວນ 167 ຈຸດ.
ກອງປະຊຸມຄັ້ງນີ້ ທັງສອງ ຝ່າຍຍັງໄດ້ຮ່ວມກັນພິຈາລະ ນາແກ້ໄຂບັນຫາຫຼັກໝາຍຊາຍ ແດນທີ່ຄົງຄ້າງໃຫ້ຫຼຸດໜ້ອຍລົງ ໂດຍໄດ້ວາງແຜນການປະຕິ ບັດງານໃນສົກປີ 2018-2019 ຊຶ່ງມອບໝາຍໃຫ້ຄະນະເຈົ້າ ໜ້າທີ່ອາວຸໂສສືບຕໍ່ລົງກວດກາ ພື້ນທີ່ຕົວຈິງໃນ 3 ບໍລິເວນຄື: ບໍລິເວນພູຜາໝົ່ນ, ບໍລິເວນ ສາມບ້ານ ແລະ ບໍລິເວນຕົ້ນ ກຳເນີດນ້ຳເຫືອງ.

ພ້ອມກັນ ນັ້ນ ກໍມອບໝາຍໃຫ້ຄະນະປະ ຕິບັດງານຮ່ວມທາງດ້ານກົດ ໝາຍ ສືບຕໍ່ປຶກສາຫາລື ເພື່ອ ຊອກຊ່ອງທາງແກ້ໄຂຈຸດຄົງ ຄ້າງ ທັງນີ້ ເພື່ອແນໃສ່ໃຫ້ການ ສຳຫຼວດ ແລະ ປັກຫຼັກໝາຍ ຊາຍແດນລາວ-ໄທ ທາງບົກ ໃຫ້ສຳເລັດໃນປີ 2020 ແລະ ທາງນ້ຳໃຫ້ສຳເລັດໃນປີ 2021. ໂດຍລວມແລ້ວ, ການສຳ ຫຼວດ ແລະ ປັກຫຼັກໝາຍຊາຍ ແດນລາວ-ໄທ ທາງບົກ ໄດ້ ເລີ່ມມາແຕ່ວັນທີ 5 ພຶດສະພາ 1997 ເປັນຕົ້ນມາຈົນເຖິງປັດ ຈຸບັນ ຊຶ່ງທັງສອງຝ່າຍສາມາດ ສຳຫຼວດ ແລະ ປັກຫຼັກໝາຍ ຮ່ວມກັນສຳເລັດແລ້ວ ຈຳນວນ 210 ຫຼັກໝາຍ ລວມລວງຍາວ ຂອງເສັ້ນຊາຍແດນ 676 ກິ ໂລແມັດ, ເທົ່າກັບ 93% ຂອງ ຄວາມຍາວເສັ້ນຊາຍແດນທາງ ບົກທັງໝົດປະມານ 735 ກິໂລ ແມັດ ຫຼື ເທົ່າກັບ 37% ຂອງ ເສັ້ນຊາຍແດນທັງທາງບົກ ແລະ ທາງນ້ຳ ທີ່ມີຄວາມຍາວ ປະມານ 1.835 ກິໂລແມັດ.

ກອງປະຊຸມໄດ້ດຳເນີນ ໄປໃນທ່າມກາງບັນຍາກາດ ໄມຕີຈິດມິດຕະພາບ ໂດຍທັງ ສອງຝ່າຍໄດ້ປຶກສາຫາລືແລກ ປ່ຽນຄຳຄິດຄຳເຫັນນຳກັນຢ່າງ ກົງໄປກົງມາດ້ວຍຄວາມຈິງໃຈ ແລະ ສ້າງສັນ, ຖານບ້ານໃກ້ ເຮືອນຄຽງທີ່ດີ ຊຶ່ງເຫັນວ່າເປັນ ບາດກ້າວໜຶ່ງທີ່ຊຸກຍູ້ເລັ່ງລັດ ການສຳຫຼວດ ແລະ ປັກຫຼັກ ໝາຍຊາຍແດນຮ່ວມກັນ ໃຫ້ມີ ຄວາມຄືບໜ້າ ເພື່ອແກ້ໄຂຈຸດ ຫຼັກໝາຍຊາຍແດນຄົງຄ້າງໃຫ້ ສຳເລັດຕາມລະດັບຄາດໝາຍ.

(ຂ່າວ: ກົມການຂ່າວ ກະຊວງການຕ່າງປະເທດ)

-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.