ເຂື່ອນນໍ້າງຽບ1

ການກໍ່ສ້າງເຂື່ອນໄຟຟ້ານໍ້າງຽບ 1 ຈະສຳເລັດໃນທ້າຍປີນີ້


ການກໍ່ສ້າງໂຄງການເຂື່ອນໄຟຟ້ານໍ້າງຽບ 1 ທີ່ເມືອງ ບໍລິຄັນ ແຂວງ ບໍລິຄຳໄຊ ສ.ປ.ປ. ລາວ ຄາດວ່າຈະສຳເລັດເປັນສ່ວນໃຫຍ່ໃນປີ 2018 ໂດຍການທົດລອງຜະລິດໄຟຟ້າຈະມີຂຶ້ນໃນທ້າຍປີ 2018 ແລະ ການຜະລິດໄຟຟ້າທາງການຄ້າຈະເລີ່ມຂຶ້ນໃນຕົ້ນເດືອນກຸມພາ ປີ 2019.

ການກໍ່ສ້າງໂຄງການເຂື່ອນໄຟຟ້ານໍ້າງຽບ 1 ເຊິ່ງປະກອບມີການກໍ່ສ້າງເຂື່ອນໃຫຍ່ ແລະ ເຂື່ອນດັດສົມນໍ້າ (ເຂື່ອນນ້ອຍ) ໄດ້ບັນລຸຂີດໝາຍທີ່ສໍາຄັນຫຼາຍຢ່າງນັບຕັ້ງແຕ່ການກໍ່ສ້າງໄດ້ເລີ່ມຕົ້ນຂຶ້ນໃນທ້າຍປີ 2014 ແລະ ມາຮອດທ້າຍປີ 2017, ການກໍ່ສ້າງໂດຍລວມບັນລຸໄດ້ 90 ສ່ວນຮ້ອຍ. ໃນນັ້ນການກໍ່ສ້າງເຂື່ອນດັດສົມນໍ້າກໍໄດ້ສໍາເລັດໃນປີ 2017 ແລະ ການກັກນໍ້າໃນເຂື່ອນດັ່ງກ່າວກໍໄດ້ສຳເລັດລົງໃນເດືອນພຶດສະພາ 2017.

ການກໍ່ສ້າງເຮືອນຈັກຜະລິດໄຟຟ້າຂອງເຂື່ອນດັດສົມນໍ້າກໍສໍາເລັດແລ້ວເຊັ່ນກັນ ແລະ ຄາດວ່າການທົດລອງຜະລິດໄຟຟ້າຈະມີຂຶ້ນໃນໄຕມາດທີສາມຂອງປີ 2018.

ການກໍ່ສ້າງເຂື່ອນໃຫຍ່ດ້ວຍຄອນກຣິດອັດແໜ້ນ ເຊິ່ງເມື່ອສ້າງສຳເລັດຈະເປັນເຂື່ອນທີ່ສູງທີ່ສຸດໃນ ສປປ ລາວ ສໍາລັບເຂືຶ່ອນປະເພດນີ້ ກໍບັນລຸໄດ້ 93 ສ່ວນຮ້ອຍ ໃນທ້າຍປີ 2017 ແລະ ຄາດວ່າຈະສຳເລັດໃນເດືອນເມສາ 2018. ການກັກນໍ້າໃນເຂື່ອນໃຫຍ່ຄາດການວ່າຈະເລີ່ມຂຶ້ນໃນຕົ້ນເດືອນພຶດສະພາ 2018.


ການກໍ່ສ້າງເຮືອນຈັກໄຟຟ້າຫຼັກມີແຜນຈະສໍາເລັດໃນເດືອນມິຖຸນາ 2018 ແລະ ການຕິດຕັ້ງເຄື່ອງຈັກຜະລິດໄຟຟ້າສອງເຄື່ອງ ແມ່ນກໍາລັງປະຕິບັດ ແລະ ຄາດວ່າຈະສຳເລັດໃນໄຕມາດທີສອງ ຂອງປີ 2018. ສ່ວນວຽກງານກົນຈັກໄຟຟ້າຄາດວ່າຈະສຳເລັດໃນໄຕມາດທີສີ່ຂອງປີ 2018.

ການກໍ່ສ້າງສາຍສົ່ງ 230 ກິໂລໂວນ (kV) ຈາກໂຄງການເຂື່ອນໄຟຟ້ານໍ້າງຽບ 1 ຫາສະຖານີໄຟຟ້ານາບົງ ທີ່ເມືອງ ປາກງື່ມ, ນະຄອນຫຼວງວຽງຈັນ ເຊິ່ງຈະເປັນບ່ອນປັບໄຟຈາກ 230 kV ຂຶ້ນມາເປັນ 500 kV ກ່ອນຈະສົ່ງຂ້າມແມ່ນໍ້າຂອງ ໄປຍັງປະເທດໄທ ຄາດວ່າຈະສໍາເລັດໃນເດືອນພຶດສະພາປີ 2018. ການກໍ່ສ້າງສາຍສົ່ງ 115 kV  ຈາກເຮືອນຈັກໄຟຟ້າຂອງເຂື່ອນດັດສົມນໍ້າທີ່ໂຄງການເຂື່ອນໄຟຟ້ານໍ້າງຽບ 1 ເພື່ອເຊື່ອມຕໍ່ຕາຂ່າຍໄຟຟ້າແຫ່ງຊາດໂດຍຜ່ານສະຖານີໄຟຟ້າປາກຊັນ ກໍໄດ້ເລີ່ມຕົ້ນແລ້ວໂດຍລັດວິສະຫະກິດໄຟຟ້າລາວ ແລະ ຄາດວ່າຈະສໍາເລັດຕາມແຜນໃນປີ 2018.


ການຍົກຍ້າຍປະຊາຊົນປະມານ 520 ຄອບຄົວ ໃນແຂວງ ບໍລິຄຳໄຊ ແລະ ໄຊສົມບູນ ເຊິ່ງເປັນວຽກງານໜຶ່ງທີ່ສໍາຄັນສໍາລັບການກັກນໍ້າໃນເຂື່ອນໃຫຍ່ ທີ່ຈະເລີ່ມຂຶ້ນໃນເດືອນພຶດສະພາ 2018 ຄາດວ່າຈະສໍາເລັດໃນເດືອນເມສາປີ 2018. ໃນຈໍານວນ 479 ຄົວເຮືອນທັງໝົດທີ່ຕ້ອງໄດ້ຍົກຍ້າຍໃນເມືອງ ຮົ່ມ, ແຂວງ ໄຊສົມບູນ, ປະມານ 402 ຄົວເຮືອນ ກໍໄດ້ຍົກຍ້າຍເປັນທີ່ຮຽບຮ້ອຍແລ້ວ.


ແຫລ່ງທີ່ມາຈາກhttps://namngiep1.com
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.