LU03

ມາເບິ່ງວີດີໂອເປີດໂຕ ອະເລັກຊິສ ຫຼິ້ນເປຍໂນເພງ ກລໍຣີ ກລໍຣີ ແມນເຊັສເຕີ ຢູໄນເຕັດ ໂຊແຟນບານທີມໃໝ່


   ອະເລັກຊິສ ຊານເຊຊ ກອງໜ້າຄົນໃໝ່ຂອງ ແມນເຊັສເຕີ ຢູໄນເຕັດ ໂຊສີມືການຫຼິ້ນເປຍໂນໃຫ້ແຟນບານໄດ້ຮັບຟັງ ດ້ວຍການຫຼິ້ນເພງ ກລໍຣີ ກລໍຣີ ແມນ ຢູໄນເຕັດ (Glory Glory Man United) ຫຼັງເປີດໂຕກັບ ແມນເຊັສເຕີ ຢູໄນເຕັດ ຮຽບຮ້ອຍ.

  ອະເລັກຊິສ ກາຍເປັນນັກເຕະຂອງ ແມນເຊັສເຕີ ຢ່າງສົມບູນ ພ້ອມດ້ວຍການເຊັນສັນຍາໄລຍະເວລາ 4 ປີເຄິ່ງ ແລະ ໄດ້ໃສ່ເສືອໝາຍເລກ 7.

   ຫຼ້າສຸດ ແມນຢູ ລະບຸຂໍ້ຄວາມຜ່ານທະວິດເຕີ ພ້ອມແນບຄລິບວີດີໂອເປີດຕົວ ອະເລັກຊິສ ເປັນເວລາ 30 ວິນາທີ ດ້ວຍການຫຼິ້ນເພງປະຈໍາສະໂມສອນ ພ້ອມຊຸດແຂ່ງຂອງທີມ…ດັ່ງໃນຄລິບ.
ຮູບຈາກ: manchester united



-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About larmkp

0 comments:

Post a Comment

Powered by Blogger.