LU02

ຂ້າມຂົວບໍ່ເຖິງຝັ່ງ ສະແດງຄວາມເສຍໃຈນຳ



ໃນວັນທີ 19 ມັງກອນ 2018 ຜ່ານມາໄດ້ເກີດເຫດເສົ້າສະຫຼົດໃຈຂຶ້ນທີ່ແຂວງຈຳປາສັກ ເມື່ອຊາຍໜຸ່ມນັກສຶກສາ 2 ຄົນທີ່ກຳລັງເປັນທີ່ຕ້ອງການຂອງຊາດຕ້ອງຈົບຊີວິດລົງກາງຂົວນ້ຳຂອງ ໃນຂະນະທີ່ກຳລັງຂີ່ລົດຂ້າມຂົວແຕ່ຍັງໄປບໍ່ເຖິງຝັ່ງ ແລະບໍ່ມີຮອດເວລາໄດ້ອຳລາຄອບຄົວ.




ເຫດເກີດຂຶ້ນເວລາ 23:10 ໂມງ ຂອງວັນທີ 19 ມັງກອນ 2018 ໂດຍແມ່ນລົດຈັກຮອນດາເວບ 100 ຕໍາກັບລົດຈັກຮອນດາເວບໄອ ໃນຂະນະຂັບຂີ່ສວນທາງກັນຢູ່ກາງຂົວຂ້າມນໍ້າຂອງເມືອງປາກເຊ ແຂວງຈໍາປາສັກ ກັບເມືອງໂພນທອງເຮັດໃຫ້ຜູ້ ຂັບຂີ່ລົດຈັກເວບ 100 ເສຍຊີວິດຄາທີ່ທັງ 2 ຄົນ.



ຮອ ຂາວແກ້ວ ພັນທະວົງ ຫົວໜ້າໜ່ວຍງານຕໍາຫຼວດຈະລາຈອນ ເມືອງປາກເຊ ກ່າວວ່າ: ພາຍຫຼັງໄດ້ຮັບລາຍງານຈາກພົນລະເມືອງວ່າ: ເກີດເຫດລົດຈັກຕໍາລົດຈັກຢູ່ກາງຂົວຂ້າມນໍ້າຂອງ ເມືອງປາກເຊ ຈຶ່ງແຕ່ງເຈົ້າໜ້າທີ່ ລົງກວດກາສະຖານທີ່ເກີດເຫດຕົວຈິງ ແລະ ສອບຖາມຜູ້ເຫັນເຫດການ ຈຶ່ງຮູ້ວ່າ: ລົດຈັກເວບ 100 ໝາຍເລກທະບຽນ ຈຂ 4513 ຈໍາປາສັກ ຂັບຂີ່ໂດຍ ທ້າວ ຂຽວ ອາຍຸ 23 ປີ ນັກສຶກສາຢູ່ບ້ານດອນແດງ ເມືອງປະທຸມພອນ ໂດຍມີ ທ້າວ ພິລາລົມ ອາຍຸ 24 ປີ ນັກສຶກສາຢູ່ບ້ານວັດນະຄອນ ເມືອງຈໍາປາສັກ ຈາກສົ້ນຂົວປາເຊ ມຸ່ງໜ້າໄປທາງສົ້ນຂົວໂພນທອງ, ພໍຮອດຈຸດເກີດເຫດກາງຂົວນໍ້າຂອງ ລົດຄັນດັ່ງກ່າວແລ່ນດ້ວຍຄວາມໄວ ພ້ອມທັງກວມເອົາເລນທາງຊ້າຍມື ເຮັດໃຫ້ຕໍາເອົາຈັກຮອນດາເວບໄອ 110 ໝາຍເລກທະບຽນ ຈບ 2250 ຈໍາປາສັກ ຂັບຂີ່ໂດຍ ທ້າວ ໜູຮິ່ງ ອາຍຸ 21 ປີ ນັກສຶກສາຢູ່ບ້ານດອນຂະເໝົາ ເມືອງໂຂງ ທີ່ ສວນທາງມາໜ້າເຊິ່ງໜ້າ ເຮັດໃຫ້ຜູ້ຂັບຂີ່ລົດຈັກທັງສອງຄັນຟົ້ງໄປຄົນລະທາງ ເສຍຊີວິດຄາທີ່ 2 ຄົນ, ສາຫັດ 1 ຄົນ.


 ຂອບໃຈຮູບຈາກໜ່ວຍກູ້ໄພແຂວງຈຳປາສັກ ແລະຂ່າວຈາກໜັງສືພິມຄວາມສະຫງົບ
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About see

0 comments:

Post a Comment

Powered by Blogger.