ທ່ອງທ່ຽວ

ເຜົ່າໂອຍ ແຂວງອັດຕະປື ຈັດບຸນໄຂປະຕູເລົ້າ


ຂປລ. ບຸນໄຂປະຕູເລົ້າຂອງ ຊົນເຜົ່າໂອຍ ຢູ່ບ້ານອິນທີ ເມືອງສະໜາມໄຊ ແຂວງອັດຕະປື ໜຶ່ງກິດຈະກຳສະເຫລີມສະຫລອງ ເປີດປີທ່ອງທ່ຽວ ແຂວງອັດຕະປື 2018 ເຊິ່ງງານດັ່ງກ່າວ ໄດ້ເປີດຂຶ້ນຢ່າງຄຶກຄື້ນ ມ່ວນຊື່ນ ໃນວັນທີ 21-22 ມັງກອນ 2018 ໂດຍມີອຳນາດການປົກຄອງຂອງແຂວງ, ເມືອງ, ບ້ານ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ ຢ່າງຫລວງຫລາຍ. ພາຍໃນງານ ມີການສະເເດງ ສິນລະປະ-ວັນນະຄະດີ, ການເຮັດພິທີກຳບຸນໄຂປະຕູເລົ້າ, ການສະຫລຸມປາ, ຕຳເຂົ້າເໝົ້າ, ປະກວດອາຫາພື້ນບ້ານ, ນອກນີ້ ຍັງມີການວາງສະເເດງ ຜະລິດຕະພັນ ຫັດຖະກຳ, ການສະເເດງຫລິ້ນກິລາ ພື້ນເມືອງຕ່າງໆຂອງບ້ານ ແລະ ຕອນກາງຄືນກໍມີການຄົບງັນດ້ວຍ ວົງດົນຕຣີ ຕາມປະເພນີຂອງບ້ານ ຢ່າງເບີກບານມ່ວນຊື່ນ.

       
ບຸນໄຂປະຕູເລົ້າ ຂອງຊົນເຜົ່າໂອຍ ເປັນງານບຸນສ້າງສົມເປັນຮີດຄອງປະເພນີ, ເປັນວິຖີຊີວິດກຳເນີດເກີດຂຶ້ນ ຈາກແນວຄິດຈິດໃຈ ແລະ ທາດແທ້ຂອງຊາວເຜົ່າໂອຍ ທີ່ປະຕິບັດສືບສານ ແລະ ປົກປັກຮັກສາ ກັນມາຫລາຍເຊັ່ນຄົນ, ເປັນບຸນປາງໃຫຍ່ປະຈຳປີຂອງບ້ານ ເຊິ່ງສ່ວນໃຫຍ່ຊົນເຜົ່າໂອຍ ໄດ້ຮຽກວ່າ ເປັນພິທີກຳເອີ້ນຂວັນເຂົ້າໃນນາ, ຂວັນປາໃນຫລຸມ ເປັນຂະບວນການຊຸກຍູ້ ການຜະລິດຕ່າງໆ ຂອງພໍ່ແມ່ປະຊາຊົນ ທີ່ໄດ້ສຳເລັດ ແລະ ຮັບໝາກຜົນຕາມແຮງຂອງໃຜລາວ.

       
ທ່ານນາງ ມະນີລາ ໄຊສົມບູນ ຮອງເຈົ້າເມືອງໆສະໜາມໄຊ ໄດ້ໃຫ້ຮູ້ວ່າ: ບຸນໄຂປະຕູເລົ້າຂອງຊາວເຜົ່າໂອຍ ບ້ານ ອິນທີ ເປັນການສົ່ງເສີມ ວັດທະນະທຳຂອງຊາດ ໄປຕາມແນວທາງ ທີ່ຖືກຕ້ອງບົນພື້ນຖານ ແບບວິຖີທາງດຳເນີນຊີວິດ ທີ່ຊ່ວຍສະທ້ອນໃຫ້ເຫັນຄຸນຄ່າ ແລະ ພູມປັນຍາ ຂອງເຜົ່າໂອຍຢ່າງເປັນລະບົບ ຕາມຂະນົບທຳນຽມຂອງທ້ອງຖິ່ນ ເຊິ່ງເປັນການສືບຕໍ່ ປົກປັກຮັກສາຮີດຄອງ ປະເພນີອັນດີງາມ ໄວ້ໃຫ້ຍືນຍົງ ແລະ ສືບທອດຮອດເຊັ່ນລູກ ເຊັ່ນຫລານ ໃນອະນາຄົດ.

-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About Laos Postcard - Noy

0 comments:

Post a Comment

Powered by Blogger.