LU02

ຄົນໃຈໂຫດ ຜູ້ຊາຍໃຊ້ກຳປັ້ນຟາດໜ້າສາວຈົນພົກຊ້ຳ




ໃນວັນທີ 23/01/2018 ເວລາ ນາທີ 11:10 ມີເຫດຄົນຕີກັນແລ້ວໂດດລົດ ຢູ່ຮ້ານອາຫານແຫ່ງໜື່ງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ທີມກູ້ຊີບ-ກູ້ໄພນະຄອນຫຼວງຈື່ງອອກກວດສອບພົບເຫັນຜູ້ບາດເຈັບ 1 ຄົນ ແມ່ນມີບາດແຜລອກຕາມຕົນໂຕ ຝົກຊໍ້າຕາມໃບໜ້າ ແລະ ເຈັບສະໂພກດັ່ງນັ້ນ ທີມກູ້ຊີບ-ກູ້ໄພນະຄອນຫຼວງຈື່ງໄດ້ປະຖົມພະຍາບານຂັ້ນຕົ້ນແລ້ວນຳສົ່ງໂຮງໝໍ150 ຕຽງ.



ຕາມການບອກເລົ່າຂອງຜູ້ຢູ່ໃນເຫດການໃຫ້ຮູ້ວ່າ: ທັງສອງໄດ້ມີປາກສຽງກັນເລັກໜ້ອຍ ຈາກນັ້ນຜູ້ຊາຍຈື່ງໃຊ້ກຳປັ້ນຕີເຂົ້າໃບໜ້າຜູ້ຍີງ ແລ້ວຍັງບີບຄໍດືງຂື້ນລົດ ບໍດົນຜູ້ຍິງກໍກະໂດດລົງລົດມາຂໍຄວາມຊ່ວຍເຫຼືອນຳທາງຮ້ານ ແລ້ວຜູ້ຊາຍຍັງນຳມາຈະຕີອີກ ຕີຮອດເຈົ້າຂອງຮ້ານແລ້ວຊາຍຄົນນັ້ນກໍ່ໜີໄປ.


ເຫດການນີ້ອອກມວຍຍ້ອນເມົາ ຫຼື ໂມໂຫໃຈຮ້ອນຄວບຄຸມອາລົມບໍ່ຢູ່ ຈັ່ງໃດກໍ່ຕາມແຕ່ເປັນຄົນຮັກກັນດີກວ່າຊັງກັນ ມີຫຍັງຄວນໃຊ້ສະຕິ ແລະເຫດຜົນເວົ້າລົມໃຫ້ເຂົ້າໃຈກັນຈະດີທີ່ສຸດ ຂໍໃຫ້ສາວຜູ້ໂຊກຮ້າຍຫາຍໄວໆເດີ.


-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ





About see

0 comments:

Post a Comment

Powered by Blogger.