LU03

ມະໂຫລານແທ້ໆ! ຊາວຫວຽດນາມ ປິດເມືອງສະຫຼອງ ຢູ23 ເຂົ້າຮອບຊີງ ບາງຖະໜົນຈະຫວ່າງເປົ່າ


   ການເຊຍບານຂອງແຟນບານຊາວຫວຽດນາມ ເປັນໄປຢ່າງຄຶກຄັກທີ່ສຸດ ເມື່ອທຸກຄົນລຸ້ນບານຢູ່ໜ້າໂທລະທັດ ຢ່າງໃຈຈົດຈໍ່ ຈົນເຮັດໃຫ້ບາງຖະໜົນຈະຫວ່າງເປົ່າບໍ່ມີຄົນເລີຍ ຕາມການລາຍງານຂອງເວັບໄຊ zing.vn ແລະ vnexpress ສື່ໃນປະເທດຫວຽດນາມ ເມື່ອວັນທີ 23 ມັງກອນ ທີ່ຜ່ານມາ.

   ການແຂ່ງບຂັນບານເຕະຊາຍ ຊີງແຊັມອາຊີ 2018 ລຸ້ນອາຍຸບໍ່ເກີນ 23 ປີ ຫວຽດນາມ ລົງສະໜາມພົບກັບ ກາຄ້າ ໃນຮອບຮອງຊະນະເລີດ ປະກົດວ່າ: ຫວຽດນາມ ສ້າງປະຫວັດສາດໃຫ້ວົງການບານເຕະຄັ້ງຍິ່ງໃຫຍ່ ດ້ວຍການດວນຈຸດໂທດຊະນະ ກາຕ້າ 4-3 ຫຼັງສະເໝີກັນ 2-2 ຜ່ານເຂົ້າຮອບຊີງຊະນະເລີດໄປພົບກັບ ອຸດສະເບກິດສະຖານ ໃນວັນທີ 27 ມັງກອນນີ້.



   ເຊິ່ງຫຼັງຈົບການແຂ່ງຂັນ ຊາວຫວຽດນາມ ສະຫຼອງກັນທົ່ວປະເທດ ຕາມທ້ອງຖະໜົນ ແລະ ສະຖານທີ່ຕ່າງໆ ໄປເບິ່ງຕາມຄລິບເລີຍ.
ຮູບຈາກ: zing.vn 



-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About larmkp

0 comments:

Post a Comment

Powered by Blogger.