ການສຶກສາ

ພິທີເປີດສູນຄົ້ນຄວ້າພາສາລາວ ເພື່ອສ້າງໃຫ້ການນຳໃຊ້ພາສາລາວມີຄວາມເປັນມາດຕະຖານ ແລະ ຖືກຕາມຫຼັກວິທະຍາສາດ


ມະຫາວິທະຍາໄລແຫ່ງຊາດໄດ້ຮ່ວມມືກັບຄະນະອັກສອນສາດ ພາກວິຊາ ພາສາ ແລະວັດທະນະທຳລາວ ໄດ້ເປີດສູນຄົ້ນຄວ້າພາສາລາວຂຶ້ນຢ່າງເປັນທາງການ ໃນຕອນບ່າຍຂອງວັນທີ 19 ມັງກອນ 2018  ໂດຍມີທ່ານ ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີມະຫາວິທະຍາໄລແຫ່ງຊາດ, ທ່ານ ບົວລີ ປະພາພັນ ຫົວໜ້າສູນຄົ້ນຄວ້າພາສາລາວ , ທ່ານ ທອງໃບ ໂພທິສານ ຫົວໜ້າກົມມໍລະດົກ ແລະປະທານສະມາຄົມນັກປະພັນລາວ ພ້ອມດ້ວຍຄູອາຈານ, ບັນດານັກຄົ້ນຄວ້າທັງພາຍໃນ ແລະຕ່າງປະເທດເຂົ້າຮ່ວມ.


ທ່ານ ບົວລີ ປະພາພັນ ຫົວໜ້າສູນຄົ້ນຄວ້າພາສາລາວໄດ້ກ່າວວ່າ: ການສ້າງຕັ້ງສູນຄົ້ນຄວ້າພາສາລາວນີ້ ເພືີອສະໜອງຂໍ້ມູນໃນການຄົ້ນຄວ້າແບບວິຊາການທາງດ້ານພາສາສາດ, ເພືອສ້າງໃຫ້ມະຫາວິທະຍາໄລແຫ່ງຊາດ ໃຫ້ມີຄວາມເປັນເລີດທາງດ້ານວິຊາການ.
ພາຍໃນສູນໄດ້ຮິບໂຮມເອົາບັນດາຫຼັກສູດ, ການນຳໃຊ້ພາສາລວມທັງພາສາລາວ ແລະພາສາບັນດາເຜົ່າໃນລາວ ຕະຫຼອດຮອດວັນນະຄະດີອັນປະເສີດທີ່ຕິດພັນກັບວັດທະນະທຳ, ແນວຄິດຈິດໃຈຂອງຄົນລາວອີກດ້ວຍ.

ສູນຄົ້ນຄວ້າພາສາລາວນີ້ມີຜົນປະໂຫຍດຢ່າງຫຼວງຫຼາຍຕໍ່ກັບພາສາລາວ ເພາະສູນແຫ່ງນີ້ບໍ່ພຽງແຕ່ໄດ້ສ້າງໃຫ້ພາສາລາວຖຶກຕາມຫຼັກວິທະຍາສາດຫຼາຍຂຶ້ນເທົ່ານັ້ນ, ແຕ່ຍັງສ້າງໃຫ້ການນຳໃຊ້ພາສາລາວໃນສັງຄົມລາວມີຄວາມເປັນມາດຕະຖານນຳອີກ.

ນອກຈາກນັ້ນ, ກໍຍັງເປັນຂຸມຊັບມູນມໍລະດົກຂອງຊາດ ທີ່ຄົນລາວທຸກທົ່ວໜ້າຄວນເຂົ້າໄປສຶກສາຄົ້ນຄວ້າ ແລ້ວນຳເອົາຜົນການຄົ້ນຄວ້າມາສ້າງຜົນປະໂຫຍດໃຫ້ແກ່ພາສາລາວ ແລະສັງຄົມລາວ.
# ການຮັກຊາດ ຮັກພາສາ ຮັກວັດທະນະທຳ ຄືບາດກ້າວທຳອີດໃນການພັດທະນາປະເທດຊາດ#

ແຫລ່ງທີ່ມາຈາກກະດານຂ່າວ ພາກວິຊາພາສາ ແລະວັດທະນະທໍາລາວ
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.