ຂ່າວໄຟໄໝ້

ເຈົ້າຫນ້າທີໃຊ້ເວລາ 3 ຊົ່ວໂມງ ຈັງສາມາດຄວບຄຸມ ເຫດໄຟໄໝ້ເຮືອນປະຊາຊົນ ຢູ່ເມືອງທ່າແຂກ


ມູນນິທິຊ່ວຍເຫຼືອຜູ້ປະສົບໄພ ແຂວງຄຳມ່ວນ Rescue Khammouan ລາຍງານວ່າ: ໃນວັນທີ 23 ມັງກອນ 2018 ເວລາ: 20:00 ໂມງ ໄດ້ຮັບແຈ້ງເຫດ ຜ່ານເບີສຸກເສີນ 020 55 33 00 65 ວ່າມີໄຟໄໝ້ເຮືອນປະຊາຊົນ ຢູ່ບ້ານ ນາໂບ ເມືອງ ທ່າແຂກ ແຂວງ ຄຳມ່ວນ.

 ເມື່ອໜ່ວຍກູ້ໄພຂອງພວກເຮົາໄດ້ໄປເຖິງຈຸດເກີດເຫດໄດ້ພົບເຫັນໄຟກຳລັງລຸກໄໝ້ຢູ່ເຮືອນ 1 ຫລັງຊັ້ນລຸ່ມເປັນດິນກໍ່ແລະຊັ້ນເທິງເປັນໄມ້ ແລ້ວໄຟລາມໄປຍັງຂ້າງເຮືອນແລະຫຼັງເຮືອນຂອງຈຸດເກີດເຫດ ພວກເຮົາຈຶ່ງໄດ້ປະສານງານຫາເຈົ້າໜ້າທີ່ ສະກັດກັ້ນແລະຕ້ານອັກຄີໄພ ເພື່ອມາດັບໄຟ.

 ທີມງານຂອງພວກເຮົາພ້ອມເຈົ້າໜ້າທີ່ດັ່ງກ່າວໄດ້ສົມທົບກັນເຂົ້າສະກັດກັ້ນເພື່ອບໍ່ໃຫ້ໄຟລຸກລາມໄປເຮືອນອ້ອມຂ້າງ ໃຊ້ເວລາປະມານ 3ຊົ່ວໂມງກວ່າໆຈຶ່ງສາມາດຄວບຄຸມໄວ້ໄດ້ ແລະໂຊກດີບໍ່ມີໃຜໄດ້ຮັບບາດເຈັບແລະເສຍຊີວິດ..ສາເຫດທີ່ເກີດເພີງໄໝ້ໃນຄັ້ງນີ້ແມ່ນຍັງຢູ່ໃນການສືບສວນ-ສອບສວນຂອງເຈົ້າໜ້າທີ່...



+ ເບິ່ງວິດິໂອໄຟກຳລັງໄໝ້
 

-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ




About Laos Postcard - Noy

0 comments:

Post a Comment

Powered by Blogger.