ການຄ້າ

ເປີດງານ ລາວໄອຊີທີເອັກໂປ 2018, ດ້ານຫົວເຫວີຍຂົນ 3 ເຕັກໂນໂລຊີໃຫມ່ມານຳສະເຫນີ


ກະຊວງໄປສະນີໂທລະຄົມມະນາຄົມແລະການສື່ສານ (ປທສ) ຮ່ວມກັບສະມາຄົມການຄ້າໄອຊີທີລາວແລະກົມສົ່ງເສີມການຄ້າໄດ້ ເປີດງານວາງສະແດງເຕັກໂນໂລຊີສື່ສານຂໍ້ມູນຂ່າວສານຫຼື “ລາວໄອຊີທີເອັກໂປຣ 2018 (Lao ICT EXPO 2018)” ຂຶ້ນຢ່າງເປັນທາງການທີ່ສູນການຄ້າລາວ-ໄອເຕັກນະຄອນຫຼວງວຽງຈັນ ໃນຕອນບ່າຍວັນທີ 24 ມັງກອນ 2018. ໂດຍການຮ່ວມເປີດງານຂອງທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ.

ງານວາງສະແດງໃນຄັ້ງນີ້ຈັດຂຶ້ນພາຍໃຕ້ຫົວຂໍ້ “ພ້ອມກັນກ້າວໄປສູ່ການຫັນປ່ຽນເປັນສັງຄົມດິຈິຕອນ (Towards Digital Transformation)”.ສັງຄົມດິຈິຕອນແມ່ນປັດໄຈພື້ນຖານຂອງການຫັນເປັນສັງຄົມທັນສະໄໝແລະສິວິໄລ. ຊຶ່ງທຸກປະເທດແລະທຸກສັງຄົມໃນທົ່ວໂລກລ້ວນແຕ່ມຸ່ງມາດປາດຖະໜາຢາກພັດທະນາໄປເຖິງຈຸດໝາຍດັ່ງກ່າວ.

ໃນງານວາງສະແດງມີບັນດາບໍລິສັດໄອຊີທີແຖວໜ້າຈາກທັງພາຍໃນແລະຕ່າງປະເທດເຂົ້າຮ່ວມວາງສະແດງ ເຊິ່ງມີຫຼາກຫຼາຍຜະລິດຕະພັນເຕັກໂນໂລຊີຂໍ້ມູນຂ່າວສານ ບໍ່ວ່າຈະເປັນດ້ານໂທລະຄົມມະນາຄົມ, ດ້ານຄອມພິວເຕີຮາດແວແລະຊອບແວ, ເຕັກໂນໂລຊີລະບົບຄວາມປອດໄພ, ລະບົບໂປຣແກມຮັບໃຊ້ ແລະສົ່ງເສີມການນຳໃຊ້ ໄອຊີທີ, ການບໍລິຫານ, ເອັສເອັມອີ (SME) ແລະສະຕາດອັບ (Startup), ການຄ້າ, ການເງິນ, ການຜະລິດ, ກະສິກຳ, ການສຶກສາແລະອື່ນໆ.

ດ້ານບໍລິສັດຫົວເຫວີຍລາວ ເຊິ່ງເປັນຜູ້ສະໜອງເຄື່ອງສື່ສານທາງເຕັກໂນໂລຢີລາຍໃຫຍ່ສຸດໃນປະເທດລາວກໍໄດ້ເຂົ້າຮ່ວມວາງສະແດງນະວັດຕະກຳໃໝ່ຫລ້າສຸດທີ່ງານນີ້ເຊັ່ນກັນ.ເຄື່ອງທີ່ນຳມາສະແດງທາງຫົວເຫວີຍໄດ້ເນັ້ນເຄື່ອງເທັກໂນໂລຢີທີ່ຕອບໂຈດຊີວິດປະຈຳວັນ 3 ປະເພດຫຼັກໆຄື: ເຄື່ອງສະມາດຊິດຕີ້ (Smart City), ສະມາດໂຮມ (Smart Home) ແລະລົດຖີບໂອໂຟ (Ofo bike).

ທີ່ສຳຄັນເພື່ອຄວາມເຂົ້າໃຈໃນການເຮັດວຽກຂອງສິນຄ້າ 3 ປະເພດຫົວເຫວີຍຍັງໄດ້ເຊີນນັກວິທະຍາກອນມາບັນລະຍາຍກ່ຽວກັບ Smart City ໃນງານ EXPO ຄັ້ງນີ້ນຳອີກ.
ທາງຫົວເຫວີຍຍັງໄດ້ກ່າວເພີ່ມເຕີມອີກວ່າ “ຈຸດປະສົງຂອງ Huawei ເຂົ້າຮ່ວມງານໃນຄັ້ງນີ້ແມ່ນເພື່ອແລກປ່ຽນຄວາມຄິດປະສົບການດ້ານການພັດທະນາແລະນຳໃຊ້ ICT ໃນລາວເພື່ອໄດ້ຮັບຜົນປະໂຫຍດລວມແກ່ພາກລັດລວມຮອດຫົວໜ່ວຍທຸລະກິດແລະຜູ້ຊົມໃຊ້ທົ່ວໄປ”.

ທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີກະຊວງໄປສະນີ ໂທລະຄົມມະນາຄົມແລະການສື່ສານກ່າວວ່າ: ການຈັດວາງສະແດງໃນຄັ້ງນີ້ ກໍ່ເພື່ອໃຫ້ທຸກພາກສ່ວນໃນສັງຄົມໄດ້ສຳພັດກັບຕົວຈິງຂອງການພັດທະນາເຕັກໂນໂລຊີສື່ສານຂໍ້ມູນຂ່າວສານຢູ່ ສປປລາວ, ເຊິ່ງຫຼາຍສິ່ງທີ່ມາວາງສະແດງກໍ່ໄດ້ມີການບໍລິການແລະນຳໃຊ້ຕົວຈິງຢູ່ໃນສປປລາວແລ້ວ. ນອກນັ້ນ, ກໍ່ມີການນຳເອົານະວັດຕະກຳໃໝ່ອອກມາວາງສະແດງນຳດ້ວຍ. ສະນັ້ນ, ງານວາງສະແດງຄັ້ງນີ້ ຈຶ່ງເປັນເວທີສຳຄັນເພື່ອສ້າງກາລະໂອກາດໃຫ້ຜູ້ປະກອບການ, ຜູ້ຜະລິດ, ຜູ້ບໍລິການ, ຜູ້ຊົມໃຊ້ ແລະຜູ້ຄຸ້ມຄອງເຕັກໂນໂລຊີສື່ສານຂໍ້ມູນຂ່າວສານໄດ້ພົບປະແລກປ່ຽນບົດຮຽນ, ຄວາມຮູ້, ຄວາມເຂົ້າໃຈແລະສ້າງການພົວພັນຮ່ວມມືທາງດ້ານການຄ້າແລະການພັດທະນາຮ່ວມກັນ.






-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.