ຂ່າວ ອຸປະຕິເຫດ

ອຸບັດຕິເຫດລົດສອງແຖວຕຳກັບລົດກະບະວີໂກ້



ອີງຕາມການແຈ້ງຂ່າວຈາກ ກຸ້ໄພ ແຂວງສະຫວັນນະເຂດ ວັນທີ07/01/2018ເວລາ09:40   ໄດ້ຮັບແຈ້ງເຫດວ່າມີລົດສອງແຖວຕຳກັບລົດກະບະວີໂກ້ ທີ່4ແຍກຮ້ານອາຫານໄຊລັດຕະນະ ບ້ານ ສະໜາມໄຊ ເມືອງໄກສອນ ແຂວງສະຫວັນນະເຂດ


ເມື່ອໜ່ວຍກູ້ຊີບ-ກູ້ໄພໄປຮອດຈຸດເກີດເຫດໄດ້ພົບຜູ້ບາດເຈັບ2ຄົນເປັນເພດ(ຍິງ)ແລະເພດ(ຊາຍ)ເພດຍິງແມ່ນມີອາການໝົດສະຕິ ສ່ວນເພດຊາຍມີອາການໜ້າຜາກແຕກ ສ່ວນຄົນເຈັບອີກຈຳນວນໜຶ່ງແມ່ນພົນລະເມືອງດີນຳສົ່ງໂຮງໝໍກ່ອນ



ດັ່ງນັ້ນທາງທີມງານໜ່ວຍກູ້ຊີບ-ກູ້ໄພ ຈຶ່ງໄດ້ເຂົ້າຊ່ວຍເຫຼືອປະຖົມພະຍາບານຂັ້ນຕົ້ນ ແລ້ວນຳສົ່ງໂຮງໝໍແຂວງສະຫວັນນະເຂດ








-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About SMM

0 comments:

Post a Comment

Powered by Blogger.