LU02

ເອົາຜົວຜິດຄິດຈົນວັນຕາຍໝົດສະໄໝແລ້ວ



ຄິດວ່າທຸກຄົນຄົງໄດ້ຍິນຕິດຫູກັບສຳນວນທີ່ວ່າ "ເອົາຜົວຜິດຄິດຈົນຕາຍ" ຊຶ່ງຜູ້ເຸຸຖົ້າຜູ້ແກ່ມັກນຳໃຊ້ສຳນວນນີ້ມາເຕືອນສະຕິລູກຜູ້ຍິງໃຫ້ເລືອກຄູ່ຄອງດີໆບໍ່ດັ່ງນັ້ນຖ້າຫາກພາດພັ້ງຂຶ້ນມາຈະໄດ້ອົດທຸກຄິດຈົນຕາຍຈາກໂລກນີ້ ແຕ່ຄົນສະໄໝໃໝ່ທີ່ຍິງ-ຊາຍມີສິດເທົ່າທຽມ, ມີຄວາມສາມາດບໍ່ລື່ນກັນໜັກໄດ້ປ່ຽນສຳນວນນັ້ນໃໝ່ແລ້ວ ເພິ່ນວ່າ "ເອົາຜົວຄິດຄິດຮອດມື້ປະກໍ່ພໍ".

ກໍ່ເປັນຄວາມຈິງຂອງເພິ່ນນັ້ນແລ້ວ, ຖ້າໄດ້ຄົນຜິດຊີວິດບໍ່ມີຄວາມສຸກກໍ່ປະແລ້ວຫາໃໝ່ ຫຼື ຈະຢູ່ຄົນດຽວກໍ່ຍັງດີກວ່າການທົນທຸກທໍລະມານກັບຢູ່ນຳຄົນທີ່ເຮັດໃຫ້ທຸກໃຈ. ຫາກທ່ານຍິງຄົນໃດທີ່ກຳລັງທຸກໃຈຢູ່ຍ້ອນບັນຫາຄອບຄົວຄູ່ສົມລົດທີ່ບໍ່ເຂົ້າໃຈກັນຊີວີດເປັນຄືກັບກືນບໍ່ເຂົ້າຄາຍບໍ່ອອກລອງອ່ານບົດນີ້ແລ້ວທ່ານອາດໄດ້ຂໍ້ຄິດປັບຊີວິດຕົນເອງ.



ເລື່ອງລາວແມ່ນຊີວິດຈິງຂອງສາວ ປູເປ້ ສຸພຣະພອນ ແມ່ຂອງ ນ້ອງ ວິວຽນ ອາຍຸ 7 ປີເຈົ້າຂອງຮ້ານ Begonia Café  ຕ້ອງເຂົ້າໃຈວ່າ ການຢ່າຮ້າງບໍ່ແມ່ນເລື່ອງໃໝ່ໃນສັງຄົມລາວ ຊຶ່ງນີ້ບໍແມ່ນການສົ່ງເສີມຄົນໃຫ້ຢ່າຮ້າງກັນ ແຕ່ຢາກໃຫ້ແມ່ຍິງຫຼາຍໆຄົນທີ່ກຳລັງຈົມຢູ່ກັບຄວາມທຸກຮູ້ຫາທາງອອກໃຫ້ກັບຕົນເອງ ບາງທີການຢ່າຮ້າງກໍ່ເປັນທາງອອກທີ່ດີຖ້າຫາກວ່າຄົນສອງຄົນຢູ່ນຳກັນແລ້ວມີແຕ່ຄວາມທຸກ ມີແນວຜິດພ້ອງຕ້ອງຖຽງກັນທຸກວັນກໍ່ຈຳເປັນແຍກທາງກັນຢູ່ ແລະສິ່ງໜຶ່ງທີ່ຕ້ອງເຮັດຫາກມີລູກແລ້ວຕ້ອງໄດ້ຮັບຜິດຊອບ ລ້ຽງລູກໃຫ້ເຕີບໃຫຍ່ດ້ວຍຄວາມອົບອຸ່ນ ແລະເຕັມປ່ຽມດ້ວຍຄວາມຮັກ ດີກວ່າການຢູ່ຮ່ວມກັນ ລູກຮູ້ຈັກຄວາມມາເຫັນແຕ່ພໍ່ແມ່ຜິດຖຽງຕີກັນ.



       ໃນຄວາມຄິດຂອງ ປູເປ້ ຄອບຄົວທີ່ສຸກສັນ ອົບອຸ່ນ ພໍ່ແມ່ຮັກແພງກັນ ແນ່ນອນວ່າມັນຄືສະຫວັນຂອງລູກໆ ແຕ່ຫາກຄອບຄົວໃດທີ່ ພໍ່ແມ່ນິດໄສບໍ່ເຂົ້າກັນ ຢູ່ນຳກັນບໍ່ໄດ້ ຜິດຖຽງກັນໃຫ້ລູກເຫັນເລື້ອຍໆ ຢາກເອົາຊະນະກັນ ເຖິງຂັ້ນບັງຄັບໃຫ້ລູກເລືອກຂ້າງ ຢູ່ນຳກັນຍ້ອນທະບຽນແຕ່ງງານໃບດຽວ ໂດຍອ້າງວ່າຢູ່ເພື່ອລູກນັ້ນ ມັນບໍ່ຖືກຕ້ອງ ເພາະມັນເຮັດໃຫ້ລູກຕົກຢູ່ໃນສະຖານະການຂັດແຍ່ງ ເຫັນພໍ່ແມ່ປະທະກັນ ຕ້ອງຮອງຮັບອາລົມຂອງພໍ່ແມ່ ເຊິ່ງກະທົບຕໍ່ຈິດໃຈເດັກຢ່າງຮ້າຍແຮງ ເພາະພໍ່ແມ່ທີ່ບໍ່ມີຄວາມສຸກ ກໍບໍ່ສາມາດເຮັດໃຫ້ລູກມີຄວາມສຸກໄດ້ເຊັ່ນກັນ ສະນັ້ນ ການເຮັດເພື່ອລູກທີ່ແທ້ຈິງ ແມ່ນຕ້ອງພາລູກອອກຈາກສະຖານະການດັ່ງກ່າວ ໃຫ້ລູກໄດ້ເຕີບໃຫຍ່ຂຶ້ນມາ ໃນສະພາບແວດລ້ອມທີ່ດີ ລູກຈຶ່ງມີຄວາມສຸກຢ່າງແທ້ຈິງ ປູເປ້ ຈຶ່ງພາ ວິວຽນ ທີ່ຫາກໍໄດ້ 2 ເດືອນປາຍ ຍ້າຍກັບມາຢູ່ເຮືອນພໍ່ເຖົ້າ



“ຢ່າຮ້າງ” ເວົ້າງ່າຍໆ ແຕ່ເຮັດຍາກ ບໍ່ມີແມ່ຍິງຄົນໃດຢາກເປັນແມ່ຮ້າງ ນີ້ແມ່ນຄວາມຈິງ ສຳລັບ ປູເປ້ ກໍເຊັ່ນກັນ ເຖິງວ່ານາງຈະຕັດສິນໃຈແລ້ວວ່າ ຂ້ອຍຊິປະຜົວ ຂ້ອຍຊິລ້ຽງລູກຄົນດຽວ ແຕ່ແນ່ນອນວ່າ ຄວາມໂສກເສົ້າ ເສຍໃຈມັນຕ້ອງມີ ຍິ່ງໄລຍະທີ່ເກີດລູກໃໝ່ ຮໍໂມນຜູ້ຍິງ ຍັງບໍ່ສົມດຸນ ອາລົມກໍຂຶ້ນໆລົງໆ ສິ່ງທີ່ຊ່ວຍໄດ້ດີທີ່ສຸດໃນຕອນນັ້ນ ຄືການອ່ານປຶ້ມຫຼາຍໆ ປຶ້ມກ່ຽວກັບອາລົມຂອງແມ່ຍິງຖືພາ ແມ່ລູກອ່ອນ ເປັນແນວໃດ ຄວນຈັດການມັນແນວໃດ ແລະຟັງທຳມະ ເພື່ອຊ່ວຍໃຫ້ຈິດໃຈສະຫງົບ ແລະປ່ອຍວາງ ແຕ່ກຳລັງໃຈທີ່ສຳຄັນທີີ່ສຸດ ແມ່ນຍາມຫຼຽວເບິ່ງໜ້າລູກເດີ້ ປູເປ້ ບອກວ່າ ນີ້ແຫຼະຢາຊູກຳລັງທີ່ດີທີ່ສຸດ.


ເປັນ Single Mom ທີ່ເຂົ້າໃຈລູກສຸດໆ
ປູເປ້ ເປັນລູກສາວດຽວ ເກີດໃນຄອບຄົວທີ່ພໍ່ແມ່ຢ່າຮ້າງກັນແຕ່ນາງນ້ອຍໆ ສະນັ້ນ ເມື່ອຕ້ອງມາເຈິບັນຫານີ້ກັບຕົນເອງ ນາງຈຶ່ງພໍເຂົ້າໃຈລູກສາວໄດ້ວ່າລາວຮູ້ສຶກແນວໃດ ຈະມີບັນຫາຫຍັງແດ່ທີ່ອາດກະທົບຈິດໃຈລາວ ແລະຜູ້ເປັນແມ່ຕ້ອງກັນໄວ້ແນວໃດ ເຊັ່ນວ່າ: ເວລາລູກຖາມວ່າພໍ່ແມ່ນໃຜ? ເວລາໄປໂຮງຮຽນ ຄູຈະຖາມຫາຜູ້ປົກຄອງວ່າ ພໍ່ແມ່ຊື່ຫຍັງ? ເວລາເລີກໂຮງຮຽນ ໝູ່ກໍມັກຖາມວ່າ ພໍ່ເຈົ້າເດຄືບໍ່ເຫັນມາຮັບ? ປູເປ້ ຜູ້ຜ່ານຈຸດນີ້ມາໝົດແລ້ວ ວິທີປ້ອງກັນຄວາມຮູ້ສຶກລູກ ກໍຄືປ້ອນຂໍ້ມູນໃຫ້ລູກຕັ້ງແຕ່ລາວຮູ້ຄວາມ ໃຫ້ລູກເຂົ້າໃຈເຫດຜົນວ່າ ພໍ່ແມ່ຢູ່ນຳກັນບໍ່ໄດ້ ບໍ່ແມ່ນບໍ່ຮັກລູກ ເວລາຖືກຖາມກໍໃຫ້ຕອບໂລດ ບໍ່ຕ້ອງອ້ຳອຶ້ງ ພໍ່ຂອງຂ້ອຍຊື່ນີ້ ເຮັດວຽກຢູ່ນີ້ ຕອນນີ້ຂ້ອຍຢູ່ກັບແມ່ເດີ້ ງ່າຍໆ ເຊິ່ງ ປູເປ້ ຈະຄ່ອຍໆໃຫ້ລູກຮັບຮູ້ຕາມໄວຂອງລາວ ເພາະຄຳຖາມຂອງລູກ ກໍປ່ຽນໄປຕາມໄວເຊັ່ນກັນ ນາງຈະກຽມຄຳຕອບທີ່ດີທີ່ສຸດໄວ້ ເພື່ອບໍ່ໃຫ້ລູກເສຍໃຈ ໃຫ້ລູກຮູ້ສຶກດີກັບພໍ່ ຮູ້ສຶກດີກັບຕົນເອງ ເພາະຄຳເວົ້າເຫຼົ່ານີ້ມັນຝັງໃຈເດັກນ້ອຍໄປຕະຫຼອດ.



ສາວປູເປ້ ຍັງຝາກທ້າຍອີກວ່າ: ສຳລັບຜູ້ທີ່ເປັນ Single Mom “ໃຫ້ພະຍາຍາມສ້າງໄຟໃຫ້ກັບຕົວເອງຢ່າໃຫ້ໄຟດັບ” ຄວາມໝາຍກໍຄືວ່າ ໃຫ້ຫ້າວຫັນຢູ່ຕະຫຼອດທັງເລື່ອງການຫາເງິນ ແລະ ການລ້ຽງລູກ ບໍ່ເຮັດໃຫ້ຄໍາເວົ້າຂອງຄົນອື່ນມາກົດດັນໃຫ້ເຮົາໝົດກໍາລັງໃຈ, ເຮົາຕ້ອງສ້າງກໍາລັງໃຈໃຫ້ກັບຕົວເອງ, ໃຫ້ຄິດສະເໝີວ່າເຮົາຜ່ານຈຸດທີ່ຍາກທີ່ສຸດມາແລ້ວຄືການແຍກທາງກັບຜົວ ແລ້ວເປັນຫຍັງເຮົາຈະຜ່ານຈຸດນີ້ໄປບໍ່ໄດ້ລະ ເພາະເມື່ອໃດທີ່ເຮົາໝົດໄຟປຸບ ບັນຫາທີ່ຕາມມາ ຍັງມີລູກເຮົາອີກທີ່ຕ້ອງຮັບຜິດຊອບ ສະນັ້ນ ເຮົາຕ້ອງສູ້ຕໍ່ໄປ ຄິດເຫັນໜ້າລູກເຂົ້າໄວ້”

ຂອບໃຈແຫຼ່ງຂໍ້ມູນດີໆຈາກວາລະວານຂັວນໃຈ
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About see

0 comments:

Post a Comment

Powered by Blogger.