LU02

ທາງລົດໄຟຄືບໜ້າຕໍ່ເນື່ອງຕອນນີ້ໄດ້ເກືອບ 20% ແລ້ວ



ທາງລົດໄຟຄວາມໄວສູງລາວ-ຈີນຖືເປັນປະຫວັດສາດໜ້າໃໝ່ທີ່ເກີດຂຶ້ນຢູ່ບ້ານເຮົາ ດຽວນີ້ການກໍ່ສ້າງກຳລັງມີຄວາມຄືບໜ້າຢ່າງຕໍ່ເນື່ອງ ອີກບໍ່ເຖິງ 5 ປີຂ້າງໜ້າລາວເຮົາຈາກທີ່ບໍ່ມີເສັ້ນທາງອອກສູ່ທະເລກໍ່ຈະມີເສັ້ນທາງລົດໄຟແລ່ນຜ່ານ ແລະເຊື່ອມຕໍ່ໄປໃສ່ປະເທດອື່ນ.
ຕາມລາຍງານຂ່າວຫຼ້າສຸດຈາກສຳນັກຂ່າວສານປະເທດລາວໃຫ້ຮູ້ວ່າ: ໂຄງການທາງລົດໄຟລາວຈີນ ໃນປັດຈຸບັນແມ່ນສຳເລັດແລ້ວກວ່າ 16% ໂດຍຄາດວ່າຈະໃຫ້ສຳເລັດຕາມແຜນການໃນທ້າຍປີ 2021 ນີ້.



ໂຄງການທາງລົດໄຟຄວາມໄວສູງລາວ-ຈີນໄດ້ລົງມືກໍ່ສ້າງມາແຕ່ປີ 2016 ຮອດຂະນະນີ້ລວມແລ້ວ 2 ປີ ນັບແຕ່ເລີ່ມໂຄງການ ບັນດາບໍລິສັດຜູ້ຮັບເໝົາໄດ້ດຳເນີນການເຈາະອຸໂມງຈຳນວນ 52 ແຫ່ງ, ກໍ່ສ້າງຂົວຈຳນວນ 36 ແຫ່ງ ຍາວກວ່າ 54.000 ແມັດ, ບຸກເບີກເສັ້ນທາງເຂົ້າຫາສະຖານທີ່ກໍ່ສ້າງກວ່າ 800 ກິໂລແມັດ, ຕິດຕັ້ງສາຍສົ່ງໄຟຟ້າກວ່າ 400 ກິໂລແມັດ, ຕິດຕັ້ງໝໍ້ແປງ 233 ໜ່ວຍ ແລະ ສ້າງະບົບນໍ້າປະປາ 93 ກິໂລແມັດ.




ຕາມໄດ້ສຳພາດກຸ່ມບໍລິສັດວິສະວະກຳທາງລົດໄຟເລກ 2 ແຫ່ງ ສປ ຈີນ ຜູ້ຮັບເໝົາກໍ່ສ້າງໃນໄລຍະສັນຍາທີ 6 ເລີ່ມແຕ່ເມືອງໂພນໂຮງ ແຂວງວຽງຈັນຫານະຄອນຫຼວງວຽງຈັນໃຫ້ຮູ້ວ່າ: ຊ່ວງທາງດັ່ງກ່າວມີຄວາມຍາວ 65 ກິໂລແມັດ ປະກອບມີໜ້າວຽກກໍ່ສ້າງພື້ນຖານໂຄງລ່າງ 51 ກິໂລແມັດ, ກໍ່ສ້າງຂົວ 17 ແຫ່ງ ຍາວ 14.000 ແມັດ, ກໍ່ສ້າງສະຖານີ 4 ແຫ່ງ ໃນນັ້ນປະກອບມີສະຖານີຂົນສົ່ງໂດຍສານ 1 ແຫ່ງຢູ່ນະຄອນຫຼວງວຽງຈັນ, ສະຖານີນ້ອຍ 1 ແຫ່ງຢູ່ໂພນໂຮງ ແລະ ສະຖານີສັບປ່ຽນລາງ 2 ແຫ່ງ. ປະຈຸບັນ ໄດ້ສຳເລັດການຕັ້ງເສົາຈຳນວນ 130 ຕົ້ນ ໂດຍຄາດວ່າກາງປີ 2018 ຈະໃຫ້ສຳເລັດການຕັ້ງເສົາທັງໝົດ.



ໂຄງການທາງລົດໄຟລາວ-ຈີນ ແຕ່ບໍ່ຫານ-ບໍ່ເຕັນ ຫາ ນະຄອນຫຼວງວຽງຈັນ ມີຄວາມຍາວ 417 ກິໂລແມັດ ເປັນລົດໄຟມາດຕະຖານຊັ້ນໜຶ່ງປະເພດລາງດ່ຽວ ໃຊ້ສຳລັບຂົນສົ່ງໂດຍສານຄວາມໄວສູງ 160 ກິໂລແມັດຕໍ່ຊົ່ວໂມງ ລວມມູນຄ່າການກໍ່ສ້າງທັງໝົດ 6 ຕື້ໂດລາສະຫະລັດ.


ຂອບໃຈຮູບ ແລະຂ່າວຈາກ ສຳນັກຂ່າວສານປະເທດລາວ
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About see

0 comments:

Post a Comment

Powered by Blogger.