ນາຍົກ

ນາຍົກ ທອງລຸນ ສີສຸລິດ ພົບປະກັບ ນາຍົກຫວຽດນາມ ຫງວຽນຊວນຟຸກ ທີ່ພະນົມເປັນ


(VOVWORLD) ຢູ່ນອກກອງປະຊຸມສຸດຍອດການຮ່ວມມືແມ່ຂອງ-ແມ່ນ້ຳລ້ານຊ້າງຄັ້ງທີ 2 ຢູ່ນະຄອນຫຼວງພະນົມເປັນ, ປະເທດກຳປູເຈຍໃນຕອນບ່າຍວັນທີ 10 ມັງກອນປີ 2018, ທ່ານນາຍົກລັດຖະມົນຕີ ທອງລຸນສີສຸລິດ ໄດ້ມີການພົບປະ 2 ຝ່າຍກັບທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ.

ນາຍົກລັດຖະມົນຕີທັງ 2  ທ່ານຢືນຢັນຈະສືບຕໍ່ນຳການພົວພັນທາງດ້ານການເມືອງລະຫວ່າງ 2 ປະເທດເຂົ້າສູ່ລວງເລິກ; ຊຸກຍູ້ການຮ່ວມມືທາງດ້ານເສດຖະກິດ, ເລັ່ງໃສ່ບັນດາໂຄງການລົງທຶນຈຸດສຸມ, ເຊື່ອມຕໍ່ທາງດ້ານເສດຖະກິດ, ຄົມມະນາຄົມ, ພື້ນຖານໂຄງລ່າງ, ຕັ້ງໜ້າໂຄສະນາເຜີຍແຜ່ເຖິງປະຊາຊົນ, ເປັນຕົ້ນແມ່ນລຸ່ນໜຸ່ມຂອງ 2 ປະເທດໃຫ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ, ນ້ຳໃຈສາມັກຄີ ແບບພິເສດຫວຽດນາມ-ລາວ.
 2 ຝ່າຍເຫັນດີຊຸກຍູ້ຜັນຂະຫຍາຍບັນດາເນື້ອໃນໃນສັນຍາຮ່ວມມືຫວຽດນາມ-ລາວໄລຍະ 2016 – 2020, ເປັນເອກະສັນກັນເສີມຂະຫຍາຍຜົນສຳເລັດ ແລະ ນ້ຳໃຈປີສາມັກຄີມິດຕະພາບຫວຽດນາມ-ລາວ 2017.

ນອກຈາກນັ້ນທ່ານນາຍົກ ທອງລຸນ ສີສຸລິດ ຍັງພົບປະກັບທ່ານ  ລີເຄີ້ສຽງ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ແລະ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນເຊັນ ນາ ຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ເພື່ອປຶກສາຫາລື ກ່ຽວກັບການຊຸກຍູ້ສົ່ງເສີມ ການພົວພັນຮ່ວມມືສອງຝ່າຍ ໃຫ້ນັບມື້ນັບໄດ້ຮັບຜົນດີຍິ່ງໆຂຶ້ນ.


ອີງຕາມການລາຍງານຂອງສຳນັກຂ່າວສານປະເທດລາວໃຫ້ຮູ້ວ່າ: ໃນກອງປະຊຸມຜູ້ນໍາ ແມ່ນໍ້າຂອງ-ແມ່ນນໍ້າລ້ານຊ້າງ ຄັ້ງທີ 2 , ບັນດາຜູ້ນໍາທັງ 6 ປະເທດ ໄດ້ເປັນເອກະພາບກັນ ແລະ ຮັບຮອງເອົາ 04 ເອກະ ສານສໍາຄັນ ຄື:
 (1) ຖະແຫລງການພະນົມເປັນ ວ່າດ້ວຍ “ແມ່ນໍ້າແຫ່ງສັນຕິພາບ ຂອງພວກເຮົາ ແລະ ການພັດທະນາແບບຍືນຍົງ”, ຊຶ່ງຖະແຫລງການດັ່ງກ່າວ ປະກອບມີ 4 ພາກສ່ວນໃຫຍ່ ຄື: ການຮ່ວມມືດ້ານການເມືອງ ແລະ ຄວາມໝັ້ນຄົງ, ການຮ່ວມມືດ້ານເສດຖະກິດ ແລະ ການພັດທະນາແບບຍືນຍົງ, ການຮ່ວມມືດ້ານສັງຄົມ, ວັດທະນະທໍາ ແລະ ການແລກປ່ຽນລະຫວ່າງ ປະຊາຊົນ ກັບ ປະຊາຊົນ ແລະ ການຮ່ວມມືດ້ານການ ສະໜັບສະໜູນການຮ່ວມມື;

(2) ແຜນປະຕິບັດງານ 5 ປີ ຂອງຂອບການຮ່ວມມືແມ່ນໍ້າຂອງ-ແມ່ ນໍ້າລ້ານຊ້າງ ປີ 2018-2022, ຊຶ່ງປະກອບມີ 5 ພາກສ່ວນໃຫຍ່ ຄື: ເປົ້າໝາຍການພັດທະນາ, ຫລັກການພື້ນຖານ, ໂຄງສ້າງການເຮັດວຽກ, ການຮ່ວມມືວຽກງານຕົວຈິງ ແລະ ລະບົບການສະໜັບສະໜູນ;
(3) ບັນ ຊີໂຄງການທີ່ໄດ້ຮັບການສະໜັບສະໜູນຈາກ ສປ ຈີນ ໄລຍະທີ 2, ຊຶ່ງບັນຊີໂຄງການດັ່ງກ່າວແມ່ນ ບັນດາ 6 ປະເທດສະມາຊິກ ເປັນຜູ້ສະເໜີຕໍ່ ສປ ຈີນ, ໃນນັ້ນ  ສປປ ລາວ ໄດ້ສະເໜີ 26 ໂຄງການ; ແລະ
 (4) ບົດລາຍງານຂອງ 6 ໜ່ວຍງານວິຊາການຮ່ວມຂອງ 5 ຂະແໜງການບູລິມະສິດ ຂອງຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ຊຶ່ງ 6 ໜ່ວຍງານວິຊາການຮ່ວມ ປະກອບມີ: ໜ່ວຍງານການເຊື່ອມຈອດ, ໜ່ວຍງານການຮ່ວມມື ຄວາມອາດສາມາດ ດ້ານການຜະລິດ, ໜ່ວຍງານການຮ່ວມມື ເສດຖະກິດຂ້າມຊາຍແດນ, ໜ່ວຍງານການຮ່ວມມື ຊັບພະຍາກອນນໍ້າ, ໜ່ວຍງານກະສິກໍາ ແລະ ໜ່ວຍງານຫລຸດຜ່ອນຄວາມທຸກຍາກ.

ຫລັງຈາກສໍາເລັດກອງປະຊຸມ, ທ່ານນາຍົກລັດຖະມົນຕີທອງລຸນ ສີສຸລິດໄດ້ຂຶ້ນຮັບຕໍາແໜ່ງ ການເປັນປະທານຮ່ວມຂອງ ສປປ ລາວ ກັບ ສປ ຈີນ ສໍາລັບຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ສົກປີ 2018-2020 ຄັ້ງຕໍ່ໄປ ຈາກ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນເຊັນ ນາຍົກລັດຖະມົນຕີ ກໍາປູເຈຍ.

-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About Laos Postcard - Noy

0 comments:

Post a Comment

Powered by Blogger.