LU02

ຫົວໜ້າຄະນະຈັດຕັ້ງສູນກາງພັກລົງພົບປະຢ້ຽມຢາມກອງພົນທະຫານຮາບທີ2 ໄຊຍະບູລີ



ໃນລະຫວ່າງວັນທີ 9-11 ມັງກອນ 2017 ນີ້ຄະນະຈັດຕັ້ງສູນກາງພັກນຳໂດຍທ່ານ ຈັນສີ ໂພສີຄຳ ຫົວໜ້າຄະນະຈັດຕັ້ງສູນກາງພັກພ້ອມດ້ວຍພັນລະຍາ ແລະຄະນະໄດ້ເດີນທາງໄປຢ້ຽມຢາມເຮັດວຽກຢູ່ກອງພົນທະຫານຮາບທີສອງ ແຂວງໄຊຍະບູລີ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 69ປີ.


ໃນໂອກາດດັ່ງກ່າວທ່ານ ຫົວໜ້າຄະນະຈັດຕັ້ງສູນກາງພັກໄດ້ນຳເອົາວັດສະດຸກໍ່ສ້າງໂຮງໝໍກອງພົນທະຫານຮາບທີ2 ແລະເຄື່ອງອຸປະໂພກບໍລິໂພກຈຳນວນໜຶ່ງລວມມູນຄ່າ 45 ລ້ານກີບໄປມອບໃຫ້ກອງພົນທະຫານຮາບເປັນຂອງຂັວນກຳລັງໃຈໃຫ້ແກ່ນາຍ ແລະພົນທະຫານເນື່ອງໃນໂອກາດປີໃໝ່ ແລະວັນສ້າງຕັ້ງກອງທັບທີ 20 ມັງກອນ ກັບມາບັນຈົບຄົບຮອບອີກວາລະໜຶ່ງ.



ໃນຂະນະທີ່ພົບປະຢ້ຽມຢາມກອງພົນທະຫານຮາບທີ2 ພາຍຫຼັງຮັບຟັງການລາຍງານສະພາບວຽກງານໂດຍລວມ ທ່ານຈັນສີ ໂພສີຄຳ ໄດ້ມີຄຳເຫັນຍ້ອງຍໍຕໍ່ພົນທະຫານວ່າ: ຜົນສຳເລັດທີ່ບັນຫານາຍ ແລະພົນທະຫານຍາດມາໄດ້ໃນໂລຍະຜ່ານມາແມ່ນການຈັດຕັ້ງປະຕິບັດແນວທາງຂອງພັກ-ລັດ ຖືກທິດ ສອດຄ່ອງກັບເງື່ອນໄຂ ແລະຈຸດພິເສດຂອງກອງທັບກໍ່ຄືກົມກອງ, ແມ່ນໝາກຜົນຄວາມບາກບັ່ນ, ບຸກບືນສູ້ຊົນດ້ວຍຄວາມມານະອົດທົນ ເດັດດ່ຽວໜຽວແໜ້ນ ແລະຄວາມສາມັກຄີເປັນປຶກແຜ່ນ ຂອງສະມາຊິກພັກ ພະນັກງານນັບຮົບທົ່ວກົມກອງ ທີ່ໄດ້ທຸ່ມເທເຫື່ອແຮງສະຕິປັນຍາ ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດທຸກໜ້າທີ່ວຽກງານດ້ວຍຄວາມເປັນເຈົ້າການຮ່ວມກັນ.




ທ່ານຈັນສີ ໂພສີຄຳ ຍັງກ່າວອີກວ່າ: ໃນໂລຍະໃໝ່ນີ້ບັນດານາຍ ແລະພົນທະຫານຕ້ອງສືບຕໍ່ເປີດກວ້າງການພົວພັນຮ່ວມມືກັບສາກົນຕາມແນວທາງຕ່າງປະເທດຂອງພັກ ກ່ອນອື່ນຕ້ອງເຊີດຊູຄວາມເປັນເອກະລາດ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເພີ່ມທະວີການພົວພັນກັບປະເທດເພື່ອນມິດຍຸດທະສາດ(ຫວຽດນາມ-ຈີນ) ໃນນີ້ໃຫ້ເອົາໃນໃສ່ຮັກສາ ແລະເພີ່ມພູນຄຸນສ້າງມູນເຊື້ອຮ່ວມສຳພັນສູ້ຮົບກັບກອງທັບປະຊາຊົນຫວຽດນາມໃນເງື່ອນໄຂໃໝ່ ໂດຍສະເພາະແມ່ນການແລກປ່ຽນສະພາບຝຶກອົບຮົມ, ສ້ອມແປງພາຫະນະເຕັກນິກ, ການກໍ່ສ້າງພື້ນຖານໂຄງລ່າງ ແລະອື່ນໆ.

-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About see

0 comments:

Post a Comment

Powered by Blogger.