LU03

ມີພຽງ ລາວພຣີເມຍລີກ ທີ່ບໍ່ຕ້ອງຄັດກໍ່ຂຶ້ນສູ່ລີກສູງສຸດ ຖາມວ່າໃຊ້ໄດ້ບໍ? ໄດ້! ແຕ່ມັນຖາມເຖິງມາດຖານ


ນັບຕັ້ງແຕ່ປ່ຽນຈາກ ລາວລີກ ປ່ຽນມາເປັນ ລາວພຣີເມຍລີກ ນັບຕັ້ງແຕ່ປີ 2015 ເປັນຕົ້ນມາ ລາວພຣີເມຍລີກ ກໍ່ມີທີມໜ້າໃໝ່ເຂົ້າມາຮ່ວມທຸກໆປີ ໂດຍທີ່ບໍ່ໄດ້ຄັດເລຶອກຜ່ານສາຍ ກ ຫຼື ດິວິຊັນ ທີ່ຕໍ່າກວ່າລີກສູງສຸດແຕ່ຢ່າງໃດ, ແຕ່ລາວພຣີເມຍລີກ ກໍ່ດໍາເນີນມາໄດ້, ແຕ່ມັນຖາມເຖິງມາດຕະຖານຂອງທີມ ແລະ ເງື່ອນໄຂອື່ນໆ.

ແອັດມິນນົກ ຂໍຍົກກະແສ ລາວພຣີເມຍລີກ 2018 ຍັງຮ້ອນແຮງ ເມື່ອມີແວວວ່າ ຫຼາຍໆທີມເກົ່າຈະຖອນຕົວຈາກການແຂ່ງຂັນ ເຮັດໃຫ້ປີນີ້ຍັງບໍ່ຮູ້ວ່າ ຈະມີຈັກທີມເຂົ້າຮ່ວມກັນແທ້ ເພາະຫຼ້າສຸດທີມເກົ່າຢ່າງ ທິບ ສະຫວັນ ເອັຟຊີ ກໍ່ປະກາດທາງການແລ້ວວ່າຈະບໍ່ເຂົ້າຮ່ວມ, ສ່ວນອີກ 3 ທີມຢ່າງ ມຊ ເອັຟຊີ, ໄອດີຊີ ຈໍາປາສັກ ແລະ ດີເຄ ເອັຟຊີ ກໍ່ບໍ່ທັນມີການເຄື່ອນໄຫວປານນີ້ ລວມເຖິງທີມອື່ນໆກໍ່ຍັງສັ່ນໄຫວ.

   ຢ່າງໃດກໍ່ຕາມ, ປີນີ້ມີ 2 ທີມນ້ອງໃໝ່ ທີ່ບໍ່ເຄີຍເຂົ້າຮ່ວມລາວພຣີເມຍ ຈັກເທື່ອຢ່າງ ທີມແຂວງຫຼວງພະບາງ ເອັຟຊີ ແລະ ມາສເຕີ 7 ເອັຟຊີ ທີ່ຢືນຢັນເຂົ້າຮ່ວມ ລາວພຣີເມຍລີກ 2018 ເປັນທີ່ແນ່ນອນແລ້ວ, ເຊິ່ງຖືວ່າເປັນເລື່ອງດີ ສໍາລັບວົງການບານເຕະລາວ ເພື່ອຢ່າງໜ້ອຍໃຫ້ຮັກສາມາດຖານ ລາວພຣີເມຍລີກ ບໍ່ໃຫ້ຫຼຸດ 8 ທີມ ແລະ ມີຂ່າວອອກມາວ່າ ສະຫະພັນບານເຕະແຫ່ງຊາດລາວ ຢືນຢັນປີນີ້ບໍ່ຫຼຸດ 8 ທີມຕາມເດີມ.
ແຕ່ປະເດັນສໍາຄັນຢູ່ທີ່ ການທີ່ມີທີມນ້ອງໃໝ່ ເຂົ້າຮ່ວມເປັນເລື່ອງດີ ແລະ ເປັນອີກສີສັນ 1, ແຕ່ມັນຖາມເຖິງມາດຕະຖານຂອງທີມ ເພາະຈະເຮັດໃຫ້ທີມໃຫຍ່ ມີການແຂ່ງຂັນໜ້ອຍລົງ ເພາະເໜືອກວ່າຢູ່ແລ້ວ ເພາະວ່າມາດຕະຖານທີມມັນແຕກຕ່າງກັນ, ເຊິ່ງມັນສະແດງອອກຄື ລາວໂຕໂຢຕ້າ ເອັຟຊີ ແຊັມເກົ່າປີ 2017 ລົງສະໜາມ 14 ນັດ ເສຍພຽງ 1 ນັດ ແລະ ສະເໝີ 1 ນັດ ເຫຼືອນັ້ນຊະນະໝົດ ຄວ້າແຊັມດ້ວຍການໜີຫ່າງອັນດັບ 2 ຂາດລອຍ.


ເຊິ່ງການວິໄຈຈາກຜູ້ຊຽວຊານຕ່າງປະເທດ ບອກວ່າ: ເມື່ອລີກໃດລີກໜຶ່ງຂາດການແຂ່ງຂັນ ຫຼື ຄູ່ແຂ່ງໜ້ອຍ ແລະ ຂາດປະສົບການໃນການພົບກັບທີມໃຫຍ່ໆ ຈະເຮັດໃຫ້ທີມນັ້ນຈື້ງຢູ່ຈຸດເກົ່າ ແລະ ບໍ່ຮູ້ຈຸດອ່ອນຂອງຕົວເອງ ເພື່ອພັດທະນາຕໍ່ໄປ, ເຊິ່ງມັນກໍ່ພິສູດໃຫ້ເຫັນແລ້ວວ່າ ເປັນເຊັ່ນນັ້ນແທ້ ຍົກຕົວຢ່າງ ລາວໂຕໂຢຕ້າ ເອັຟຊີ ຄວ້າແຊັມ 2017 ໄດ້ແບບບໍ່ຍາກປານໃດ ພ້ອມທັງຄວ້າສິດໄປແຂ່ງຂັນລາຍການ ໂຕໂຢຕ້າ ແມ່ຂອງ ຄລັບ ແຊັມປ້ຽນ 2015 ກັບ 2017, ແຕ່ຜົນອອກບໍ່ສູ່ທີມຕ່າງປະເທດບໍ່ໄດ້ເສຍໝົດ.

  ແຕ່ກົງກັນຂ້າມ ໃນລະດູການ 2016 ລາວພຣີເມຍລີກ ບູມທີ່ສຸດເທົ່າທີ່ເຄີຍມີມາ ໂດຍມີ 14 ທີມເຂົ້າຮ່ວມ ເຮັດໃຫ້ມີຄູ່ແຂ່ງຫຼາຍ ແລະ ຄະແນນສູສີກັນເປັນຕົ້ນແມ່ນ ລ້ານຊ້າງ, ລາວໂຕໂຢຕ້າ, ຊີເອັສຊີ ຈໍາປາ ແລະ ໄຟຟ້າລາວ ກ່ອນທີ່ສຸດທ້າຍ ລ້ານຊ້າງ ຄວ້າແຊັມໄດ້ຢ່າງສຸດມັນ ຈາກຜົນດັ່ງກ່າວມັນສະແດງໃຫ້ເຫັນຢ່າງປະຈັກຕາ ເມື່ອ ລ້ານຊ້າງ ຢູໄນເຕັດ ສາມາດສ້າງປະຫວັດສາດຄວ້າຮອງແຊັມ ແມ່ຂອງຄລັບ 2016 ຈາກການໄປແຂ່ງຂັນຕ່າງປະເທດພຽງຄັ້ງດຽວ.

ມາເບິ່ງທີ່ລີກຕ່າງປະເທດຢ່າງ ລາລີກາ ສະເປນ ມີທັງ ບາເຊໂລນາ, ຣີລ ມາດຣິດ ແລະ ແອັດເລຕິໂກ ມາດຣິດ ທີ່ເປັນທີມທີ່ແຂ່ງແກ່ນ ຫຼື ໃນພຣີເມຍລີກ ອັງກິດ ມີ ເຊລຊີ, ແມນຊິຕີ້, ແມນຢູ, ອາເຊນອລ ແລະ ລິເວີພູລ, ເຊິ່ງພວກເຂົາມີການແຂ່ງຂັນຫຼາຍ, ມາດຕະຖານທີມໃກ້ຄຽງກັນ ແລະ ແຂ່ງຂັນກັນຕະຫຼອດເວລາໃນທຸກໆດ້ານ ເຮັດໃຫ້ລີກດັ່ງກ່າວເປັນລີກເບີ 1 ຂອງໂລກ ໂດຍສະເພາະທີມທີ່ແຂງແກ່ນທີ່ສຸດ 20 ທີມເທົ່ານັ້ນ ຈິິ່ງສາມາດເລື່ອນຂຶ້ນລີກສູງສຸດໄດ້ ທັງທີ່ທີມໃນປະເທດເຂົາເຈົ້ານັບບໍ່ໄດ້.

     ສໍາລັບ ກົດການເລື່ອນຊັ້ນຂອງລີກອື່ນໆນັ້ນ ຕ້ອງມີການຜ່ານລີກດິວິຊັນ 3, 2, 1 ຫຼື ຮອງລີກສູງສຸດ ຢ່າງຄັກແນ່ ກ່ອນຈະຖືກເລື່ອນຂຶ້ນສູງລີກສູງສຸດຂອງປະເທດນັ້ນໆ, ເຊິ່ງມີພຽງ ລາວພຣີເມຍລີກ ທີ່ບໍ່ຕ້ອງຜ່ານດິວິຊັນ 1 ກໍ່ສາມາດ ຫຼິ້ນໃນລີກສູງສຸດໄດ້ເລີຍ ເພາະຍັງຂາດຫຼາຍໆຢ່າງ. ຢ່າງໃດກໍ່ຕາມ, ປີ 2017 ສະຫະພັນບານເຕະແຫ່ງຊາດລາວ ຈັດການແຂ່ງຂັນບານເຕະ ສາຍ ກ ຫຼື ດິວິຊັນ 1 ເພື່ອຄັດທີມຂຶ້ນສູ່ລາວພຣີເມຍລີກ ແຕ່ປີນີ້ ກໍ່ຍັງບໍ່ເປັນລະບົບເທື່ອ ເພາະຫຼາຍທີມເກົ່າຕ່າງກໍ່ຖອນຕົວ. ຢ່າງໃດກໍ່ຕາມ ຕ້ອງຕິດຕາມກັນຕໍ່ໄປວ່າ ລາວພຣີເມຍລີກ 2018 ຈະເປັນແນວໃດ ແລະ ປີນີ້ຈະມີການຄັດເລຶອກແນວໃດຕໍ່ໄປ.






-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ




About larmkp

0 comments:

Post a Comment

Powered by Blogger.