ການພັດທນາ

ບໍລິສັດໂຄລາວ ກ້າວມາລົງທຶນພັດທະນາສວນສາທາລະນະທ່ອງທ່ຽວແຄມຂອງ ດ້ວຍທຶນເບື້ອງຕົ້ນຫຼາຍກວ່າ10ລ້ານໂດລາ



ພະແນກແຜນການ ແລະ ການລົງທຶນ ນະຄອນຫຼວງວຽງຈັນ (ຜທ ນວ) ໄດ້ຈັດພິທີເຊັນສັນຍາດັດແກ້ ແລະ ເພີ່ມຕື່ມຂອງສັນຍາວ່າດ້ວຍການສຳປະທານທີ່ດິນ ເພື່ອກໍ່ສ້າງສະຖານທີ່ຈອດລົດ ແລະ ສະຖານທີ່ອອກກຳລັງກາຍ ຂອງມວນຊົນທົ່ວໄປ ໃນເນື້ອທີ່ 31,500 ຕາແມັດ ຢູ່ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ລະຫວ່າງອົງການປົກຄອງນະຄອນຫຼວງວຽງຈັນ ຕາງໜ້າ ໂດຍພະແນກຜທ ນວ ກັບບໍລິສັດ ໂຄລາວ ຣີສອດ ຈຳກັດ.

ພິທີເຊັນສັນຍາດັ່ງກ່າວມີຂຶ້ນໃນວັນທີ 8 ມັງກອນ 2018 ທີ່ ພະແນກແຜນການ ແລະ ການລົງທຶນ ນະຄອນຫຼວງວຽງຈັນ ລະຫວ່າງ ທ່ານ ພູຂົງ ບັນນາວົງ ຫົວໜ້າ ພະແນກ ຜທ ນວ ກັບ ທ່ານ ນາງ ຜົນດາລາ ສົມສະນິດ ຜູ້ອຳນວຍການ ບໍລິສັດ ໂຄລາວ ຣີສອດ ຈຳກັດໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ໂພຄຳ ໄຊຍະສອນ ເຈົ້າເມືອງສີສັດຕະນາກ , ທ່ານ ປອ. ຄຳຂັນ ນະພາວົງ ປະທານຜູ້ບໍລິຫານ ກຸ່ມບໍລິສັດ ໂຄລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ.

ການເຊັນສັນຍາຄັ້ງນີ້ມີຂຶ້ນໂດຍປະຕິບັດຕາມຂໍ້ຕົກລົງຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນ ສະບັບເລກທີ 0022/ຈນວ ລົງວັນທີ 5 ມັງກອນ 2018 ວ່າດ້ວຍການມອບສິດໃຫ້ເຊັນສັນຍາດັດແກ້ ແລະ ເພີ່ມຕື່ມຂອງສັນຍາວ່າດ້ວຍ ການສໍາປະທານເນື້ອທີ່ 31,500 ຕາແມັດ ຢູ່ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ສະບັບລົງວັນທີ 13 ມີນາ 2014 ຂອງບໍລິສັດ ໂຄລາວ ຣີສອດ ຈຳກັດ ເຊິ່ງໄດ້ດັດແກ້ບາງມາດຕາສັນຍາເຊັ່ນ: ດັດແກ້ກິດຈະການ, ເພີ່ມມູນຄ່າການລົງທຶນ ແລະ ອື່ນໆ.

ທ່ານ ປອ. ຄໍາຂັນ ນະພາວົງ ໄດ້ກ່າວວ່າ: ໂຄງການນີ້ຈະພັດທະນາ ໃຫ້ກາຍເປັນເຂດທ່ອງທ່ຽວ ຫຼື ສວນສາທາລະນະທ່ອງທ່ຽວໃນນະຄອນຫຼວງວຽງຈັນທີ່ເປັນແບບຢ່າງ. ໃນນີ້ຈະໄດ້ມີການສ້າງກິດຈະກໍາຫຼາຍຊະນິດເຊັ່ນ: ສະລອຍນໍ້າ, ເຄື່ອງຫຼິ້ນເດັກນ້ອຍ, ສະຖານທີ່ອອກກໍາລັງກາຍ, ບ່ອນພັກຜ່ອນ, ສະຖານທີ່ຂາຍເຄື່ອງຜະລິດຕະພັນພາຍໃນລາວ ແລະ ອື່ນໆ.ແຕ່ ການທີ່ຈະສ້າງນີ້ມັນບໍ່ແມ່ນການສ້າງຕະຫຼາດຄືກັບສະຖານທີ່ແຄມຂອງນະຄອນຫຼວງວຽງຈັນໃນປັດຈຸບັນ ແຕ່ຈະສ້າງເປັນແຫຼ່ງທ່ອງທ່ຽວເຮັດໃຫ້ສວຍງາມຕາທີ່ສຸດໃນເນື້ອທີ່ 31,500 ຕາແມັດ ຢູ່ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ.



ທ່ານກ່າວຕື່ມວ່າ: ສຳລັບ ໃນເບື້ອງຕົ້ນນີ້ ພວກຂ້າພະເຈົ້າກໍໄດ້ອອກເຫື່ອເທແຮງຂຽນບົດວິພາກຜ່ານຂະແໜງທີ່ກ່ຽວຂ້ອງ ເພື່ອລາຍງານໂຄງການດັ່ງກ່າວ ແລະ ພາຍຫຼັງເຊັນສັນຍານີ້ແລ້ວ ກໍຈະໄດ້ເລີ່ມລົງມືກໍ່ສ້າງ ດ້ວຍມູນຄ່າການລົງທຶນໃນເບື້ອງຕົ້ນປະມານ 10 ລ້ານໂດລາສະຫະລັດ.


ແຫລ່ງທີ່ມາຈາກຫນັງສືພິມ ເສດຖະກິດ ການຄ້າ
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ







About Laos Postcard - Noy

0 comments:

Post a Comment

Powered by Blogger.