41 ບ້ານໃນ 4 ເມືອງ

41ບ້ານໃນແຂວງວຽງຈັນໄດ້ຮັບການຊ່ວຍເຫຼືອລຸກຊຳບວກ



ລັດຖະບານລຸກຊຳບວກຖືເປັນຜູ້ສະໜັບສະໜູນແຫຼ່ງທຶນເພື່ອການພັດທະນາປະເທດເຮົາທີ່ສຳຄັນອີກແຫຼ່ງໜຶ່ງ ຊຶ່ງຫຼາຍປີຜ່ານມາ ປະຊາຊົນໃນຫຼາຍເຂດແຂວງແມ່ນໄດ້ມີຊີວິດການເປັນຢູ່ທີ່ດີຂຶ້ນສາມາດເຂົ້າເຖິງການບໍລິການທີ່ຈຳເປັນ ເປັນຕົ້ນສາທາລະນະສຸກ, ການສຶກສາ, ກະສິກຳ ແລະການຄົມມະນາຄົມຕ່າງໆໄດ້ຍ້ອນໂຄງການຊ່ວຍເຫຼືອຈາກລັດຖະບານລຸກຊຳບວກ.


ສະເພາະແຂວງວຽງຈັນຕາມລາຍງານຈາກທ່ານ ສຸກັນ ວິໄລຣັດ ຫົວໜ້າພະແນກແຜນການ-ການລົງທຶນແຂວງວຽງຈັນໃຫ້ຮູ້ວ່າ: ເລີ່ມແຕ່ປີ 2017 ເປັນຕົ້ນໄປ 41ບ້ານໃນ 4 ເມືອງຄື: ເມືອງຫີນເຫີບ, ເມືອງແມດ, ກາສີ ແລະ ເມືອງເຟືອງ ແມ່ນໄດ້ຮັບການຊ່ວຍເຫຼືອຈາກລັດຖະບານລຸກຊຳບວກ ໃນມູນຄ່າ 5,5 ລ້ານຢູໂຣ ໂດຍມີໄລຍະເວລາຈັດຕັ້ງປະຕິບັດ5ປີ ເຊິ່ງຈະສຸມໃສ່ຈັດຕັ້ງປະຕິບັດໃນຂະແໜງການຕົ້ນຕໍຄື: ສຶກສາ, ສາທາລະນະສຸກ, ກະສິກຳ, ໂຍທາທິການ ແລະ ຂົນສົ່ງ ເຊິ່ງປະກອບດ້ວຍກິດຈະກຳຕ່າງໆຄືກໍ່ສ້າງ ແລະ ສ້ອມແປງໂຮງຮຽນ, ນໍ້າລິນ, ຂົວຂ້າມນໍ້າ, ສ້າງກອງທຶນພັດທະນາບ້ານ ແລະ ອື່ນໆ.




ທ່ານຫົວໜ້າພະແນກກ່າວອີກວ່າໃນຈຳນວນ 41 ບ້ານດັ່ງກ່າວນີ້ ລ້ວນແລ້ວແຕ່ເປັນບ້ານທຸກຍາກຂອງແຂວງວຽງຈັນ, ຜ່ານຈາກການຊ່ວຍເຫຼືອໃນຄັ້ງນີ້ ເຊື່ອວ່າຈະເຮັດໃນຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນອີກລະດັບໜຶ່ງ.



ຂອບໃຈແຫຼ່ງຂ່າວຈາກແຂວງວຽງຈັນອອນລາຍ
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About see

0 comments:

Post a Comment

Powered by Blogger.