LU02

ໂຄງການຮ່ວມມືລາວ-ຈີນໜຶ່ງປະເດັນສຳຄັນທີ່ຍົກຂຶ້ນໃນກອງປະຊຸມລັດຖະບານ



ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນມັງກອນ 2018 ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 22 ແລະ ປິດລົງໃນວັນທີ 24 ມັງກອນ 2018 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ; ສະມາຊິກລັດຖະບານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ ໃນນັ້ນໄດ້ມີການພິຈາລະນາ 3 ຫົວຂໍ້ໃຫຍ່ໆ ແລະໂຄງການຮ່ວມມືລາວ-ຈີນຖືເປັນໜຶ່ງປະເດັນໜ້າສົນໃຈທີ່ກອງປະຊຸມໄດ້ຍົກຂຶ້ນມາປຶກສາຫາລື.



ໃນກອງປະຊຸມໄດ້ຮັບຟັງບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດບັນດາໂຄງການຮ່ມມື ລາວ-ຈີນ ໃນໄລຍະຜ່ານມາ, ຄວາມຄືບໜ້າໃນການຄົ້ນຄວ້າ ແລະ ສັງລວມ ບັນຊີໂຄງການລະອຽດ ເພື່ອສະເໜີຕໍ່ລັດ ຖະບານ ສປ ຈີນ ໃນການນໍາໃຊ້ທຶນຊ່ວຍເຫຼືອ ຕາມການຊີ້ນໍາຂອງກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນ ພະຈິກ 2017.



- ສໍາລັບທຶນທີ່ໄດ້ຮັບການຊ່ວຍເຫຼືອລ້າ ແມ່ນຈະໄດ້ນໍາໃຊ້ເຂົ້າໃນການພັດທະນາຂົງ ເຂດການສຶກສາ, ສາທາລະນະສຸກ, ການພັດທະນາສັງຄົມ, ສິ່ງແວດລ້ອມ ແລະ ການພັດທະນາຊົນນະບົດ ແນໃສ່ເພື່ອປະກອບສ່ວນໃຫ້ແກ່ການລົບລ້າງຄວາມທຸກຍາກ ແລະ ເປັນການສົ່ງເສີມການຜະລິດ-ການຄ້າຂອງປະຊາຊົນ.



 ພ້ອມດຽວກັນນີ້, ກອງປະຊຸມ ໄດ້ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງ ເອົາໃຈ ໃສ່ສືບຕໍ່ຈັດຕັ້ງປະຕິບັດບັນດາໂຄງການຊ່ວຍເຫຼືອຂອງ ສປ ຈີນ ໃນໄລຍະທີ່ຜ່ານມາທີ່ຍັງບໍ່ທັນໄດ້ຈັດຕັ້ງປະຕິບັດໃຫ້ສໍາເລັດຕາມແຜນ ພ້ອມນີ້ ຕ້ອງໄດ້ມີການຕິດຕາມກວດກາ ການຈັດຕັ້ງປະຕິບັດທຶນຊ່ວຍເຫຼືອດັ່ງກ່າວ ໃຫ້ມີປະສິດທິຜົນສູງສຸດ ແລະ ເປັນທີ່ໜ້າພໍໃຈຂອງຜູ້ໃຫ້ການຊ່ວຍເຫຼືອ.



ກອງປະຊຸມ ຍັງໄດ້ຊີ້ນໍາໃຫ້ຄະນະຮ່ວມມື ລາວ-ຈີນ ເອົາໃຈໃສ່ປະສານສົມທົບ ແລະ ປຶກສາຫາກັບຝ່າຍຈີນ ໃຫ້ລະອຽດ, ຈະແຈ້ງ ກ່ຽວກັບການຄຸ້ມຄອງ ແລະ ນໍາໃຊ້ທຶນດັ່ງກ່າວ, ໂດຍສະເພາະໃຫ້ຈັດລຽງ ບູລິມະສິດໂຄງການ ທີ່ຈະສຸມໃສ່ຈັດຕັ້ງປະຕິບັດ ຢູ່ 5 ແຂວງບູລິມະສິດ ຄື: ແຂວງຜົ້ງສາລີ, ອຸດົມໄຊ, ຫຼວງນໍ້າທາ, ຫຼວງພະບາງ ແລະ ແຂວງວຽງຈັນ.


ຂອບໃຈແຫຼ່ງຂ່າວຈາກຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ

-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About see

0 comments:

Post a Comment

Powered by Blogger.