LU03

ຫວຽດນາມ ສ້າງປະຫວັດສາດຍິ່ງໃຫຍ່ດວນຈຸດໂທດຊະນະ ກາຕ້າ 4-3 ຜ່ານເຂົ້າຮອບຊີງ ບານເຕະອາຊີ ຢູ 23


   ນີ້ລະເຂົ້າວ່ານໍາມາກິນ ເມື່ອ ທີມຊາດຫວຽດນາມ ໄລ່ຕີສະເໝີ ກາຕ້າ ເຖິງ 2 ຄັ້ງສອງຫົນ ຈົນຕ້ອງໄປຕັດສິນກັນດ້ວຍການດ່ວນຈຸດໂທດ ແລະ ກໍ່ສາມາດບຽດຊະນະ ກາຕ້າ 4-3 ຫຼັງສະເໝີກັນ 2-2 ສ້າງປະຫວັດສາດຜ່ານເຂົ້າຮອບຊີງຊະນະເລີດ ໃນບານເຕະຊີງແຊັມອາຊີ 2018 ລຸ້ນອາຍຸບໍ່ເກີນ 23 ປີ.


   ການແຂ່ງບານເຕະຊາຍຊີງແຊັມອາຊີ 2018 ລຸ້ນອາຍຸບໍ່ເກີນ 23 ປີປະຈໍາວັນທີ 23 ມັງກອນ 2018 ທີມຊາດ ກາຕ້າ ມາໄດ້ປະຕູຂຶ້ນນໍາ 1-0 ຈາກການຍິງຈຸດໂທດຂອງ Akram Afif ນາທີໆ 39 ກ່ອນທີ່ ຫວຽດນາມ ຈະມາໄດ້ປະຕູຕີສະເໝີ 1-1 ຈາກການຍິງຂອງ Nguyen Quang Hai ນາທີໆ 69 ແລະ ຕໍ່ມາໄລຍະທ້າຍເກມ ກາຕ້າ ໄດ້ປະຕູຂຶ້ນນໍາ 2-1 ເກືອບຈະດັບຝັນຊາວອາຊຽນ ແຕ່ແລ້ວ Nguyen Quang Hai ຄົນເກົ່າເຈົ້າເດີມຮັບບົດບາດເປັນຮີໂຣຍິງປະຕູຕີສະເໝີໃຫ້ ຫວຽດນາມ ຕາມາເປັນ 2-2.

   ເຮັດໃຫ້ຕ້ອງໄປຕັດສິນດ້ວຍການດວນຈຸດໂທດປະກົດວ່າ: ຫວຽດນາມ ຍິງເຂົ້າ 4 ຄົນ ແລະ ຍິງພາດ 1 ຄົນ, ສ່ວນ ກາຕ້າ ຍິງເຂົ້າພຽງ 3 ຄົນ ແລະ ພາດເຖິງ 2 ຄົນ ເຮັດໃຫ້ ທີມຊາດຫວຽດນາມ ເອົາຊະນະໄປ 4-3 ຜ່ານເຂົ້າຮອບຊີງຊະນະເລີດເປັນທີມທໍາອິດ ໄປລໍຖ້າທີມຊະນະລະຫວ່າງ ສ ເກົາຫຼີ ກັບ ອຸດສະເບກິດສະຖານ ໃນວັນທີ 27 ມັງກອນນີ້.




-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ




About larmkp

0 comments:

Post a Comment

Powered by Blogger.