11 ລ້ານເມັດ

ເຮັດແນວອັບອາຍຂາຍຂີ້ໜ້າອີກແລ້ວ!!!ໄທຈັບຢາບ້າ 11 ລ້ານເມັດ ນຳເຂົ້າຈາກ ສປປ.ລາວ



ເກີດເຫດການເສື່ອມເສຍຊື່ສຽງອີກແລ້ວ ເມື່ອຂ່າວໄທລາຍງານ ໃນວັນທີ 23 ມັງກອນ 2018 ນີ້ ເວລາ 15:00 ໜ່ວຍຮັກສາຄວາມສະຫງົບຮຽບຮ້ອຍຕາມລຳແມ່ນ້ຳຂອງ ໄດ້ນຳກຳລັງສຸ່ມຈັບຜູ້ຂົນສົ່ງຢາບ້າໄດ້ 11.100.000 ເມັດ ຖືເປັນຄະດີຢາເສບຕິດລາຍໃຫຍ່ສຸດໃນພາກອີສານເທົ່າທີ່ເຄີຍພົບມາ ທີ່ສຳຄັນຜູ້ຖືກຈັບກຸມໄດ້ເປັນເຍົສວະຊົນສັນຊາດລາວ.




ເຫດການຈັບກຸມຂະບວນການດັ່ງກ່າວນີ້ສືບເນື່ອງມາຈາກເວລາປະມານ 19:00 ຂອງວັນທີ 22 ມັງກອນ 2018 ໄດ້ຮັບແຈ້ງວ່າຈະມີການລຳລຽງຢາເສບຕິດຈາກປະເທດເພື່ອນບ້ານເຂົ້າມາໃນພື້ນທີ່ອຳເພີທ່າອຸເທນ ຈັງຫວັດນະຄອນພະນົມ  ຈິ່ງໄດ້ແຈ້ງໄປຍັງຜູ້ບັງຄັບບັນຊາ ເພື່ອແຕ່ງຕັ້ງເຈົ້າໜ້າທີ່ອອກລ່າຕາເວັນຈຸດທີ່ສ່ຽງ ປະກົດວ່າເຫັນເຮືອທີ່ສ້າງດ້ວຍເຫຼັກທັ້ງລຳແລ່ນມາຈາກປະເທດເພື່ອນບ້ານ(ລາວ) ໃນເຮືອມີກຸ່ມຊາຍສະກັນນັ່ງມານຳກັນປະມານ 20 ຄົນ ເມື່ອໃກ້ເຖິງຝັ່ງໄດ້ມອດຈັກກ່ອນແລ້ວໃຊ້ໄມ້ພາຍເຮືອເຂົ້າທຽບຝັ່ງ ທີ່ທ້າຍໝູ່ບ້ານນາໜອງບົກ ຊຶ່ງເປັນເຂດກະສິກຳທີ່ປ່ຽວບໍ່ຄ່ອຍມີຄົນສັນຈອນໄປມາ.




ເມື່ອເຫັນເປັນເຊັ່ນນັ້ນເຈົ້າໜ້າທີ່ໄດ້ສະແດງຕົວເຂົ້າກວດຄົ້ນ ຄົນໃນເຮືອເຫັນທ່າບໍ່ດີຕ່າງກໍ່ພາກັນໂຕນລົງນ້ຳຂອງລອຍນ້ຳໜີຕາຍໄປຄົນລະທິດລະທາງ ຈິ່ງຈັບກຸມໄດ້ພຽງຄົນດຽວເປັນຜູ້ຊາຍ ຜ່ານການສອບຖາມຈິ່ງຮູ້ວ່າຜູ້ກ່ຽວຊື່ ທ້າວວັນໄຊ ແສງມະນີ ອາຍຸ 17 ປີສັນຊາດລາວ ເຫດທີ່ບໍ່ຍອມໂດດລົງນ້ຳເພາະວ່າລອຍນ້ຳບໍ່ເປັນ ເຈົ້າໜ້າທີ່ໄທຈິ່ງຄວບຕົວ ແລະນຳເອົາເຮືອລຳດັ່ງກ່າວອອກຈາກບໍລິເວນ ເພື່ອທຳການກວດຄົ້ນ.





ຜ່ານການກວດພາຍໃນເຮືອນເຫັນວັດຖຸສີດຳ ແລະສີຟ້າຄ້າຍຄືເປົາກັນຊາ 37 ເປົາ ຈິ່ງເຈາະເບິ່ງປະກົດວ່າເປັນຢາບ້າ ແລະສາມາດນັບໄດ້ທັງໝົດ 11.100.000 ເມັດ ຫາກຊື້ຂາຍໃນລາຄາເມັດລະ 50 ພັນກີບ ຫຼື 200 ບາດແມ່ນຕົກເປັນເງິນສູງເຖິງ 2.000 ລ້ານບາດ.


ສ່ວນທ້າວວັນໄຊ ສາລະພາບວ່າຢາບ້າຈຳນວນດັ່ງກ່າວແມ່ນຕົນ ແລະໝູ່ອີກ 20 ປາຍຄົນຮັບຈ້າງຂົນໃຫ້ນາຍທຶນໃນ ລາຄາ ຄົນລະ4.000 ບາດ. ຊຶ່ງເຈົ້າໜ້າທີ່ໄດ້ຕັ້ງຂໍ້ຫານຳເຂົ້າຢາເສບຕິດໃຫ້ໂທດປະເພດ1 ມາໃນລາຊະອານາຈັກ ມີໂທດປະຫານຊີວິດຕາມກົດໝາຍໃນປະເທດໄທ.


ທີ່ມາຂອງຂ່າວ: http://www.thaipost.net/main/detail/1576


-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ




About see

0 comments:

Post a Comment

Powered by Blogger.