LU03

ຍັງຈື່ກັນໄດ້ບໍ? ມິດສະດາ ກອງກາງລູກເຄິ່ງລາວ-ຝຣັ່ງທີມຊາດລາວ ໄດ້ຕົ້ນສັງກັດໃໝ່ແລ້ວ


   ມິດສະດາ ສາຍໃຕ້ຟ້າ ກອງກາງອາຍຸ 31 ປີ ອະດີດນັກເຕະ ລ້ານຊ້າງ ຢູໄນເຕັດ ແລະ ບາງກອກ ຢູເດຟໂຟ ຍ້າຍຮ່ວມ ສະໂມສອນ ປັດຕານີ ເອັຟຊີ ທີມຈາກ ໄທລີກ 4 ໂຊນພາກໃຕ້ ຢ່າງເປັນທາງການແລ້ວ ເມື່ອວັນທີ 5 ກຸມພາ ທີ່ຜ່ານມາ.

   ມິດສະດາ ເກີດເມື່ອວັນທີ 25 ມັງກອນ 1987 ເປັນລູກເຄິ່ງລາວ-ຝຣັ່ງ ໂດຍປັດຈຸບັນນໍາໃຊ້ສັນຊາດລາວ, ອາຍຸ 31 ປີ, ສູງ 189 ຊັງຕີແມັດ ແລະ ໜັກ 69 ກິໂລກຣາມ.

    ມິດສະດາ ຍ້າຍຈາກສະໂມສອນ Le Puy Foot 43 Auvergne (Ligue 5) ລີກດີວີຊັນ 5 ຂອງປະເທດ
ຝຣັ່ງ ມາຢູ່ກັບ ລ້ານຊ້າງ ຢູໄນເຕັດ ເມື່ອປີ 2016 ແລະ ຕິດທີມຊາດລາວ ຊຸດໃຫຍ່ ເມື່ອປີ 2017.

ຮູບຈາກ: ສະໂມສອນປັດຕານີ




-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About larmkp

0 comments:

Post a Comment

Powered by Blogger.