ສະມາຊິກ

ອົງການການຄ້າໂລກ ແລະປະເທດສະມາຊິກມີໜ້າທີ່ຫຍັງແດ່?




ອົງການການຄ້າໂລກເປັນອົງການນານາຊາດສັງກັດໃນອົງການສະຫະປະຊາຊາດທີ່ເຮັດໜ້າທີ່ກ່ຽວກັບຂໍ້ຕົກລົງທາງດ້ານການຄ້າລະຫວ່າງຊາດ ເປັນເວທີສຳລັບການເຈລະຈາຕໍ່ລອງ ຕົກລົງ ແລະ ແກ້ໄຂຂໍ້ຂັດແຍ້ງໃນເງື່ອນໄຂ ແລະກົດເກນທາງການຄ້າ-ການບໍລິການລະຫວ່າງປະເທດສະມາຊິກ. ເພື່ອຍົກສູງວຽກງານການຄ້າຂອງລາວໃຫ້ສາມາດເຊື່ອມໂຍງກັບປະເທດຕ່າງໆໃນໂລກຫຼາຍຂຶ້ນ ລັດຖະບານໄດ້ໃຊ້ເວລາຍາວນານເຖິງ 15 ປີໃນການສະເໜີ ແລະເຈລະຈາເຂົ້າເປັນສະມາຊິກໃນອົງການການຄ້າໂລກ ມື້ນີ້ແອັດມິນຈິ່ງນຳເອົາຂໍ້ມູນພື້ນຖານບາງຢ່າງມາຝາກທ່ານຜູ້ອ່ານວ່າ ຕົກລົງແລ້ວອົງການດັ່ງກ່າວນີ້ມີມີໜ້າທີ່ຫຍັງແດ່?



ໜ້າທີ່ຂອງອົງການການຄ້າໂລກ.
1.ຄຸ້ມຄອງບັນດາສັນຍາການຄ້າ ຂອງອົງການການຄ້າໂລກ ໂດຍຜ່ານສະພາ ແລະ ຄະນະກຳມະການຕ່າງໆ ທີ່ຕິດຕາມ ແລະ ກວດກາຈັັດຕັ້ງປະຕິບັດພັນທະຂອງບັນດາປະເທດສາມາຊິກ.
2.ເປັນເວທີໃນການເຈລະຈາການຄ້າ ເພື່ອຫຼຸດຜ່ອນອຸປະສັກໃນທາງການຄ້າ ລະຫວ່າງບັນດາສະມາຊິກ ໃນການຄ້າດ້ານສິນຄ້າ, ການບໍລິການ, ຊັບສິນທາງປັນຍາ ແລະ ບັນຫາອື່ນໆທີ່ຕິດພັນກັບການຄ້າ.
3.ເປັນເວທີປຶກສາຫາລື ແລະ ການແກ້ໄຂຂໍ້ຂັດແຍ່ງທາງການຄ້າຂອງບັນດາສາມາຊິກ.
4.ຕິດຕາມ ແລະ ກວດກາ ລະບົບການຄ້າສາກົນ ໂດຍຜ່ານກົົນໄກການທົບທວນນະໂຍບາຍການຄ້າ.
5.ໃຫ້ຄວາມຊ່ວຍເຫຼືອກ້າຍວິຊາການ ແກ່ປະເທດກຳລັງພັດທະນາ ແລະ ດ້ອຍພັດທະນາ ໃຫ້ໄດ້ຮັບຜົນປະໂຫຍດການຄ້າຈາກສາກົນ.




ນັ້ນເປັນໜ້າທີ່ພື້ນຖານຂອງອົງການການຄ້າໂລກ ພ້ອມດຽວກັນປະເທດທີ່ໄດ້ເຂົ້າເປັນສະມາຊິກ WTO ແລ້ວກໍ່ມີໜ້າທີ່ຂອງຕົນນັ້ນກໍ່ຄື ມີພັນທະໃນການພິມແຜ່ກົດໝາຍ, ລະບຽບການ ແລະ ມາດຕະການຕ່າງໆ ທີ່ຕິດພັນກັບການຄ້າຕໍ່ສາທາລະນະຊົນ ໃຫ້້ສາມາດເຂົ້າເຖິງໄດ້ ແລະ ຕ້ອງແຈ້ງຂໍ້ມູນດັ່ງກ່າວຕໍ່ສະມາຊິກ WTO ອື່ນໆຊາບ ເພື່ອສົ່ງເສີມ ແລະ ສ້າງຄວາມແນ່ນອນໃນການດໍາເນີນທຸລະກິດການຄ້າລະຫວ່າງປະເທດ.




ຊຶ່ງ ສປປ ລາວ ລາວເຮົານັບວ່າໃຊ້ເວລາຍາວນານເຖິງ 15 ປີກ່ອນຈະໄດ້ເຂົ້າເປັນສະມາຊິກ ໂດຍໄດ້ສະໝັກເຂົ້າເປັນສະມາຊິກ WTO ໃນເດືອນ ກໍລະກົດ ປີ 1997 ແລະ ຖືກຮັບຮອງໃນສະຖານະເປັນປະເທດຜູ້ສັງເກດການ ແລະ ສ້າງຕັ້ງໜ່ວຍປະຕິບັດງານໃນເດືອນ ກຸມພາ ປີ 1998. ຈົນມາຮອດທ້າຍປີ 2012, ສປປ ລາວ ຈິ່ງຖືກຮັບຮອງເຂົ້າເປັນສະມາຊິກ WTO ແລະ ໃນວັນທີ 2 ເດືອນ ກຸມພາ 2013 ສປປ ລາວ ໄດ້ກາຍເປັນສາມາຊິກທີ 158 ຢ່າງເປັນທາງການຂອງ WTO.



ຕະຫຼອດໄລຍະການສະໝັກເຂົ້າເປັນສະມາຊິກ, ສປປ ລາວ ໄດ້ທົບທວນ ແລະ ປັບປຸງນິຕິກຳທີ່ຕິດພັນກັບການຄ້າໃຫ້ສອດຄ່ອງກັບຫຼັກການຂອງອົງການການຄ້າໂລກ ຫຼາຍກວ່າ 90 ສະບັບ, ລວມມີ 26 ສະບັບ ແລະ ດຳລັດ 18 ສະບັບ.

ປັດຈຸບັນ ສປປ ລາວ ພວມຂຸ້ນຂ້ຽວໃນການຈັດຕັ້ງປະຕິບັດພັນທະ ພາຍຫຼັງການເຂົ້າເປັນສະມາຊິກຂອງຕົນໃຫ້ສຳເລັດພາຍໃນໄລຍະເວລາຂ້າມຜ່ານ; ໃນຂະນະດຽວກັນ, ກໍ່ພະຍາຍາມເຂົ້າຮ່ວມຢ່າງຕັ້ງໜ້າໃນການເຈລະຈາຮອບໂດລາ ຂອງ ອຸດສາຫະກຳ ແລະການຄ້າ ໂດຍສະເພາະແມ່ນບັນຫາການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ບັນຫາອື່ນໆທີ່ຕິດດພັນກັບການຄ້າທີ່ເປັນປະໂຫຍດໃຫ້ແແກ່ ສປປ ລາວໃນຖານະທີ່ເປັນປະເທດດ້ອຍພັດທະນາ.



ຫຼາຍຄົນຄົງມີຄຳຖາມໃນໃຈວ່າເຂົ້າອົງການການຄ້າໂລກແລ້ວດີແນວໃດ ທີ່ຈິງກາລະໂອກາດ ຂອງການເຂົ້າເປັນສະມາຊິກມີຫຼາຍຢ່າງ ປະເທດຕ່າງໆໃນໂລກໃນນີ້ຈິ່ງພະຍາຍາມພັກດັນຕົນເອງໃຫ້ໄດ້ເປັນສະມາຊິກ ເພາະເມື່ອຖືກຮັບຮອງເປັນສະມາຊິກແລ້ວຈະໄດ້ມີສິ່ງເຫຼົ່ານີ້ຕາມມາ:
- ຍົກບົດບາດດ້ານການເມືອງ ໃນເວທີສາກົນໃຫ້ສູງຂຶ້ນ, ລວມທັງການເຂົ້າຮ່ວມກຸ່ມ ເພື່ອເພີ່ມບົດບາດ ແລະ ອຳນາດຕໍ່ຮອງທ້າງດ້ານເສດຖະກິດ.
- ການຂະຫຍາຍຕົວທາງດ້ານເສດຖະກິດ ຜ່ານການເປີດກວ້າງທາງດ້ານການຄ້າ ແລະ ການລົງທຶນ.
- ການປັບປຸງຄວາມສາມາດດ້ານການແຂ່ງຂັນ ກໍ່ຄືການປັບປຸງຄຸນນະພາບ ແລະ ລາຄາສິນຄ້າໂດຍທີ່ຜູ້ຜະລິດ ສາມາດເລືອກຊື້ວັດຖຸດິບທີ່ມີລາຄາຖືກກວ່າ ແລະ ຄຸນນະພາບດີກວ່າ. ໃນຂະນະດຽວກັນຜູ້ຊົມໃຊ້ກໍ່ມີຫຼາຍທາງເລືອກທີ່ຫຼາກຫຼາຍຍິ່ງຂຶ້ນ.
- ລະບຽບ, ກົດໝາຍພາຍໃນທີ່ໄດ້ຮັບການປັບປຸງໃຫ້ສອດຄ່ອງກັບຫຼັກການ ການຄ້າສາກົນ ເພື່ອເປັນພື້ນຖານ ແລະ ສ້າງຄວາມເຊື່ອໝັ້ນໃຫ້ແກ່ການລົງທຶນຕ່າງປະເທດ.




ແຕ່ໃນເວລາດຽວກັນກັນສະມາຊິກອົງການການຄ້າໂລກກໍ່ສິ່ງທ້າທາຍເຊັ່ນດຽວກັນເປັນຕົ້ນແມ່ນ ຜູ້ຜະລິດພາຍໃນ ອາດປະເຊີນໜ້າກັບການແຂ່ງຂັນ ທີ່ນັບມື້ນັບເພີ່ມຂຶ້ນ, ລະບົບການຄຸ້ມຄອງສະຖາບັນ ແລະ ການຈັດຕັ້ງຍັງບໍ່ມີຄວາມເຂັ້ມແຂງໂດຍສະເພາະແມ່ນ ບຸກຄະລາກອນທີ່ມີຄວາມເຂົ້າໃຈວຽກງານການເຊື່ອມໂຍງ. ຊຶ່ງສິ່ງເຫຼົ່ານີ້ເປັນໜ້າວຽກໜຶ່ງທີ່ປະເທດສະມາຊິກຕ້ອງບຸກບືນຕົນເອງຢູ່ສະເໝີເພື່ອໃຫ້ສາມາດແຂ່ງຂັນໄດ້ ແລະທັນກັບປະເທດສະມາຊິກ.


-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About see

0 comments:

Post a Comment

Powered by Blogger.